ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດຂອງ ສະຫະລັດ ຍິງປະທະກັນ ໃນຂະນະທີ່ມີຄວາມເຄັ່ງຕຶງ ເພີ່ມຂຶ້ນໃນ ຊີເຣຍ


ກອງທັບ ເທີກີ ມຸ່ງໜ້າໄປຍັງເຂດຊາຍແດນ ຊີເຣຍ, ໃນເມືອງ Karkamis, ເທີກີ, 27 ສິງຫາ, 2016.
ກອງທັບ ເທີກີ ມຸ່ງໜ້າໄປຍັງເຂດຊາຍແດນ ຊີເຣຍ, ໃນເມືອງ Karkamis, ເທີກີ, 27 ສິງຫາ, 2016.

ພວກນັກຮົບທີ່ໄດ້ຮັບການໜູນຫຼັງໂດຍ ເທີກີ ໃນວັນເສົາວານນີ້ໄດ້ຕໍ່ສູ້ກັນດົນນານກັບ ກອງກຳລັງຊາວ ເຄີດ ໃນພາກເໜືອຂອງ ຊີເຣຍ, ເປັນການຜັກດັນພັນທະມິດທັງສອງ ຂອງ ສະຫະລັດ ທີ່ຕໍ່ສູ້ໃນສົງຄາມຕໍ່ຕ້ານພວກຫົວຮຸນແຮງລັດອິສລາມ ເຂົ້າໃກ້ການປະ ເຊີນໜ້າກັນຢ່າງເຕັມທີ່.

ອົງການຂ່າວ Anadolu ຂອງ ເທີກີ ກ່າວວ່າ ທະຫານ ເທີກີ ຄົນໜຶ່ງໄດ້ຖືກຂ້າຕາຍ ແລະ ອີກ 3 ຄົນ ໄດ້ຮັບບາດເຈັບໃນການຍິງໂຈມຕີດ້ວຍຈະຫຼວດ ໂດຍພວກທະຫານບ້ານຊາວ ເຄີດ ທີ່ລັດຖະບານ ອັງກາຣາ ລະບຸວ່າເປັນພວກກໍ່ການຮ້າຍ.

ສຳລັບພາກສ່ວນຂອງພວກເຂົາເຈົ້າ, ກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ຄອບ ຄອງໂດຍຊາວ ເຄີດ ເຊິ່ງໄດ້ຮັບການໜູນຫຼັງໂດຍ ສະຫະລັດ ກ່າວວ່າ ພວກນັກຮົບຂອງ ພວກເຂົາໄດ້ຖືກຍິງໂດຍເຮືອບິນໄອພົ່ນຂອງ ເທີກີ ໃນເມືອງເຂດຊາຍແດນ Jarabulus ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ, ເຊິ່ງໄດ້ຖືກລຸມໂຈມຕີໂດຍກອງກຳລັງ ເທີກີ ໃນວັນພຸດທີ່ ຜ່ານມາແຕ່ຕອນນີ້ໄດ້ລາຍງານວ່າ ຕົກຢູ່ໃນການຄວບຄຸມຂອງກອງກຳລັງ SDF. ບໍ່ມີ ການລາຍງານມາໃນທັນທີທັນໃດສຳລັບຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ.

ພວກຜູ້ຊາຍຢືນກວດກາເບິ່ງອາຄານຕ່າງໆທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາ ກາດໃສ່ໝູ່ບ້ານທີ່ຖືກຄວບຄຸມໂດຍພວກກະບົດ ໃນເມືອງ Aleppo. ຊີເຣຍ. 27 ສິງຫາ 2017.
ພວກຜູ້ຊາຍຢືນກວດກາເບິ່ງອາຄານຕ່າງໆທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາ ກາດໃສ່ໝູ່ບ້ານທີ່ຖືກຄວບຄຸມໂດຍພວກກະບົດ ໃນເມືອງ Aleppo. ຊີເຣຍ. 27 ສິງຫາ 2017.

ການປະທະກັນໄດ້ຂະຫຍາຍຄວາມເປັນຫ່ວງຢູ່ພາກຕາເວັນຕົກວ່າ ການໂຈມຕີຂອງກອງ ທັບ ເທີກີ ໃນດິນແດນຂອງ ຊີເຣຍ ໄດ້ແນເປົ້າໝາຍໃສ່ທັງພວກ ຈີຮາດ ລັດອິສລາມ ແລະ ກຸ່ມທະຫານຊາວ ເຄີດ ທີ່ຮູ້ຈັກວ່າເປັນ ໜ່ວຍປ້ອງກັນປະຊາຊົນຊາວ ເຄີດ, ທະຫານບ້ານ YPG.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ອະທິບາຍວ່າທະຫານບ້ານ YPG ເປັນໜຶ່ງໃນພັນທະມິດ ທີ່ມີປະສິດທິພາບທີ່ສຸດຂອງພວກເຂົາເຈົ້າ ໃນການຕໍ່ສູ້ກັບພວກລັດອິສລາມ, ໃນຂະນະທີ່ ເທີກີ ສັ່ງໃຫ້ພວກ YPG ຖອນຕົວອອກຈາກທຸກໆເຂດຊາຍແດນ ທີ່ຖືກຍຶດຈາກພວກ ຈີຮາດ IS.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG