ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານ ຂອງຊີເຣຍ ແລະ ຣັດເຊຍ ຖະຫລົ່ມ ເຂດກ້ຳຕາເວັນອອກ ຂອງ Aleppo ເປັນມື້ທີ 7

ພວກເດັກນ້ອຍທີ່ໄດ້ຮັບບາດເຈັບ ສະແດງອາການຕື່ນຕົກໃຈ ຫຼັງຈາກການໂຈມຕີທາງອາກາດ ໃສ່ເຂດຄວບຄຸມ ໂດຍພວກຝ່າຍຕໍ່ຕ້ານລັດຖະບານ ໃນເມືອງ Aleppo, ປະເທດ ຊີເຣຍ, ວັນທີ 18 ພະຈິກ 2016.
ພວກເດັກນ້ອຍທີ່ໄດ້ຮັບບາດເຈັບ ສະແດງອາການຕື່ນຕົກໃຈ ຫຼັງຈາກການໂຈມຕີທາງອາກາດ ໃສ່ເຂດຄວບຄຸມ ໂດຍພວກຝ່າຍຕໍ່ຕ້ານລັດຖະບານ ໃນເມືອງ Aleppo, ປະເທດ ຊີເຣຍ, ວັນທີ 18 ພະຈິກ 2016.

ພວກສັງເກດການ ຈາກ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ ກ່າວວ່າ ທະຫານ​ຊີເຣຍ ທີ່ໜູນຫຼັງ ໂດຍກຳລັງທາງອາກາດ ຂອງຣັດເຊຍ ໄດ້ຖະລົ່ມເປົ້າໝາຍຕ່າງໆ ໃນເຂດພາກ ຕາເວັນອອກ ຂອງເມືອງ Aleppo ເມື່ອວັນຈັນວານນີ້ ມື້ນຶ່ງຫຼັງຈາກທະຫານຂອງຊີເຣຍ ແລະຣັດເຊຍ ພ້ອມກັບ ພວກຫົວຮຸນແຮງ Hezbollah ຂອງຊາວ Shi’ite ທີ່ເປັນ ພັນທະມິດ ໄດ້ເຄື່ອນກຳລັງເຂົ້າໄປໃນຄຸ້ມທີ່ສຳຄັນຕ່າງໆ ທາງພາກຕາເວັນອອກ ສຽງເໜືອ ຂອງເມືອງ Aleppo ທີ່ຖືກຄວບຄຸມໂດຍພວກຕໍ່ຕ້ານລັດຖະບານຊີເຣຍ ມາໄດ້ເປັນເວລາ 4 ປີ​ແລ້ວນັ້ນ.

ພວກເດັກນ້ອຍນັກຮຽນ ຍົກຍ້າຍອອກໄປຈາກໂຮງຮຽນ ຫລັງຈາກ ມີການຍິງປືນໃຫຍ່ ໂດຍພວກ ຊີເຣຍທີ່ຕໍ່ຕ້ານລັດຖະບານ ໃສ່ເຂດທີ່ຄວບຄຸມ ໂດຍລັດຖະບານຊີເຣຍ ທາງພາກຕາເວັນຕົກ ຂອງເມືອງ Aleppo, ໃນພາບໃບປິວ ທີ່ສະໜອງໂດຍ ກຸ່ມ SANA ໃນວັນທີ 20 ພະຈິກ 2016.

ກຸ່ມສິ້ງຊອມສິດທິມະນຸດ​ໃນຊີເຣຍ ຊຶ່ງ​ໄດ້ຕິດຕາມ ແລະລາຍງານ ກ່ຽວ​ກັບສົງຄາມ ກາງເມືອງ ໄລຍະເກືອບ 6 ປີ ຂອງຊີເຣຍ ໄດ້ກ່າວວ່າ ຕົນໄດ້ຢືນຢັນ​ໃນການເສຍຊີວິດ ຂອງພົນລະເຮືອນ 15 ຄົນ ຢູ່ໃນ 5 ຄຸ້ມທາງພາກຕາເວັນອອກ ແລະໄດ້ກ່າວອີກວ່າ ຈຳນວນ ຜູ້ເສຍຊີວິດຄາດ​ວ່າຈະ​ເພີ້ມຂຶ້ນຕື່ມ.

ພວກຜູ້ຄົນ ຂີ່ລໍ້ທີ່ລາກໂດຍມ້າ ຢູ່ໃກ້ໆໂຮງໝໍ al-Hakeem ທີ່ໄດ້ຮັບຄວາມເສຍຫາຍ ໃນເຂດ ຄວບຄຸມໂດຍພວກຝ່າຍຕໍ່ຕ້ານລັດຖະບານຊີເຣຍ ຂອງເມືອງ Aleppo, ປະເທດຊີເຣຍ, ວັນທີ 19 ພະຈິກ 2016.
ພວກຜູ້ຄົນ ຂີ່ລໍ້ທີ່ລາກໂດຍມ້າ ຢູ່ໃກ້ໆໂຮງໝໍ al-Hakeem ທີ່ໄດ້ຮັບຄວາມເສຍຫາຍ ໃນເຂດ ຄວບຄຸມໂດຍພວກຝ່າຍຕໍ່ຕ້ານລັດຖະບານຊີເຣຍ ຂອງເມືອງ Aleppo, ປະເທດຊີເຣຍ, ວັນທີ 19 ພະຈິກ 2016.

ທ່ານ Rami Abdel Rahman ຜູ້ອຳນວຍການ ກຸ່ມສິ້ງຊອມສິດທິ​ມະນຸດ​ໃນ​ຊີ​ເຣຍ ໄດ້ກ່າວຕໍ່ອົງການຂ່າວຝຣັ່ງວ່າ “ຖ້າພວກເຂົາເຈົ້າ ສາມາດ​ເຂົ້າຄວບຄຸມ ຄຸ້ມ Masakan Hanano ໄດ້ ລັດຖະບານ ກໍຈະຄວບຈຸດໂຈມຕີ ຕໍ່ຄຸ້ມຕ່າງໆ ທີ່ຄວບ ຄຸມໂດຍ ພວກຕໍ່ຕ້ານລັດຖະບານ ແລະຈະສາມາດຕັດຂາດ ເຂດຕອນເໜືອ
ຂອງ​ເມືອງ Aleppo ທີ່ ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ ຈາກເມືອງຕ່າງໆ
ທີ່ເຫຼືອ ອັນເປັນທີ່ໝັ້ນຂອງພວກຝ່າຍຕໍ່ຕ້ານລັດຖະບານຊີເຣຍ.”

ພາບຖ່າຍຫ້ອງພ່າຕັດ ທີ່ຖືກທຳລາຍ ຫຼັງຈາກການໂຈມຕີທາງອາກາດ ຕໍ່ເມືອງ Atareb ທີ່ຄວບຄຸມ ໂດຍຝ່າຍຕໍ່ຕ້ານລັດຖະບານຊີເຣຍ ຢູ່ໃນເຂດຊົນນະບົດ ທາງພາກຕາເວັນຕົກ ຂອງເມືອງ Aleppo, ຊີເຣຍ, ວັນທີ 15 ພະຈິກ 2016.
ພາບຖ່າຍຫ້ອງພ່າຕັດ ທີ່ຖືກທຳລາຍ ຫຼັງຈາກການໂຈມຕີທາງອາກາດ ຕໍ່ເມືອງ Atareb ທີ່ຄວບຄຸມ ໂດຍຝ່າຍຕໍ່ຕ້ານລັດຖະບານຊີເຣຍ ຢູ່ໃນເຂດຊົນນະບົດ ທາງພາກຕາເວັນຕົກ ຂອງເມືອງ Aleppo, ຊີເຣຍ, ວັນທີ 15 ພະຈິກ 2016.

ຢູ່ທີ່ອົງການສະຫະປະຊາຊາດ ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ
Samantha Power ໄດ້ກ່າວວ່າ ກຸ່ມສັງເກດການ ໄດ້ຢືນຢັນການເສຍຊີວິດ ຂອງ ປະຊາຊົນ 289 ຄົນ ຢູ່ໃນພາກຕາເວັນອອກຂອງ Aleppo ໃນໄລຍະ 7 ມື້ທີ່ຜ່ານມາ
ແລະ ໄດ້ກ່າວອີກວ່າ ອາສາສະໝັກຂອງຊີເຣຍ ຄົນໜຶ່ງ ໄດ້ລາຍງານວ່າ ມີການໂຈມຕີ ທາງອາກາດ 180 ຄັ້ງ ເມື່ອວັນເສົາ ມື້ດຽວເທົ່ານັ້ນ.

ທ່ານນາງກ່າວຕື່ມວ່າ “ຄວາມເປັນຈິງກໍແມ່ນວ່າ ລະບອບການ​ປົກຄອງ ຂອງປະທາ ນາທິບໍດີ Bashar al-Assad ແລະ ຣັດເຊຍ ແມ່ນສືບຕໍ່ແຜນຍຸດທະສາດ ຂອງ
ພວກ ເຂົາເຈົ້າ ຢູ່ໃນພາກຕາເວັນອອກຂອງ​ເມືອງ Aleppo ເພື່ອເຮັດໃຫ້ມີການ
ອຶດຫິວ, ຖືກຖິ້ມລະເບີດໃສ່ ຫຼື ໃຫ້ຍອມແພ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG