ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ອິສຣາແອລ ໃນຊີເຣຍ ເຮັດໃຫ້ ທະຫານຊີເຣຍ 3 ຄົນ ບາດເຈັບ


ແຜນທີ່ເຂດແດນ ແຂວງຮາມາ ຂອງຊີເຣຍ
ແຜນທີ່ເຂດແດນ ແຂວງຮາມາ ຂອງຊີເຣຍ

ຊີເຣຍ ກ່າວວ່າ ການໂຈມຕີທາງອາກາດ ຂອງອິສຣາແອລ ຕໍ່ຄ້າຍທະຫານ ຂອງຊີເຣຍ
ໃນເມືອງມິສຢາຟ ໄດ້ເຮັດໃຫ້ທະຫານ 3 ຄົນບາດເຈັບ.

ອົງການຂ່າວ SANA ຂອງທາງການຊີເຣຍ ໄດ້ກ່າວວ່າ ຕຶກອາຄານຈຳນວນນຶ່ງ ໄດ້ຖືກ
ທຳລາຍ ຈາກການໂຈມຕີທາງອາກາດ ເມື່ອຕອນເຊົ້າວັນເສົາມື້ນີ້ ຢູ່ໃນແຂວງຮາມາ
ທາງພາກກາງຂອງປະເທດ.

ອົງການຂ່າວ SANA ໄດ້ອ້າງເຖິງຄຳເວົ້າ ຂອງແຫຼ່ງຂ່າວທາງທະຫານ ທີ່ປະສົງບໍ່
ອອກຊື່ ຜູ້ທີ່ໄດ້ກ່າວວ່າ “ໜ່ວຍຕໍ່ຕ້ານທາງອາກາດຂອງຊີເຣຍ ສາມາດສະກັດກັ້ນ
ລູກສອນໄຟຂອງອິສຣາແອລ ໄດ້ ​ເປັນບາງສ່ວນ.”

ອິສຣາແອລ ໄດ້ເປີດສາກໂຈມຕີທາງອາກາດຫຼາຍບັ້ນ ຕໍ່ອັນທີ່ຕົນກ່າວວ່າ ເປັນ
ເປົ້າໝາຍຂອງອີຣ່ານ ຢູ່ໃນຊີເຣຍ.

ອິສຣາແອລ ໄດ້ກ່າວວ່າ ຕົນຈະບໍ່​ຍອມ​ຮັບ​ເດັດ​ຂາດ ​ໃຫ້ອີຣ່ານ ສ້າງຕັ້ງ​ການມີ​ໜ້າ
ຢູ່ໃນຊີເຣຍ ທີ່​ຢູ່ໃກ້ກັບຊາຍແດນຂອງອິສຣາແອລ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG