ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຕົກລົງ ຈະເຂົ້າຮ່ວມ ກອງປະຊຸມ ສັນຕິພາບ ນາໆຊາດ (ສະໄລດ໌)


ຊີ​ເຣຍ ​ໄດ້​ຕົກລົງ​ເຂົ້າ​ຮ່ວມ​ກອງ​ປະຊຸມ ທີ່ ຣັດ​ເຊຍ ​ແລະ
ສະຫະຣັດ ​ໄດ້​ສະ​ເໜີ​ໃຫ້​ຈັດ​ຂຶ້ນໃນ​ເດືອນ​ໜ້າ​ນີ້ ທີ່
ນະຄອນGeneva
ຊີ​ເຣຍ ​ໄດ້​ຕົກລົງ​ເຂົ້າ​ຮ່ວມ​ກອງ​ປະຊຸມ ທີ່ ຣັດ​ເຊຍ ​ແລະ ສະຫະຣັດ ​ໄດ້​ສະ​ເໜີ​ໃຫ້​ຈັດ​ຂຶ້ນໃນ​ເດືອນ​ໜ້າ​ນີ້ ທີ່ ນະຄອນGeneva
ຣັດ​ເຊຍກ່າວ​ວ່າ ລັດຖະບານ​ຊີ​ເຣຍ ​ໄດ້​ຕົກລົງ​ໃນທາງ​ຫລັກ​ການ
​ທີ່​ຈະເຂົ້າ​ຮ່ວມ ກອງ​ປະ​ຊຸມສັນຕິພາບນາໆ​ຊາດ ທີ່​ໄດ້​ມີ​ການສະ​
ເໜີ​ໄປ​ແລ້ວນັ້ນ ກ່ຽວກັບ​ອະນາ​ຄົດຂອງ​ຊີ​ເຣຍ.

​ໂຄສົກ​ທ່ານ​ນຶ່ງ ​ຂອງ​ກະຊວງ​ຕ່າງປະ​ເທດ ຣັດ​ເຊຍ ກ່າວ​ໃນ​ວັນ​
ສຸກ​ມື້​ນີ້​ວ່າ ຊີ​ເຣຍ ​ໄດ້​ຕົກລົງ​ເຂົ້າ​ຮ່ວມ​ກອງ​ປະຊຸມ ທີ່ ຣັດ​ເຊຍ ​
ແລະ​ສະຫະຣັດ ​ໄດ້​ສະ​ເໜີ​ໃຫ້​ຈັດ​ຂຶ້ນໃນ​ເດືອນ​ໜ້າ​ນີ້ ທີ່ນະຄອນ
Geneva. ​ແຕ່​ ທ່ານ​ກ່າວ​ວ່າ ມັນ​ເປັນ​ໄປໄດ້​ຍາກ ທີ່​ຈະ​ກຳນົດ
​ວັນ​ເວລາ ​ເພາະ​ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ​ກຸ່ມ​ໃດຈະ​ເປັນ
​ຕາງໜ້າ​ໃຫ້​ແກ່ຝ່າຍ​ຄ້ານ​ຊີ​ເຣຍ.

​ໃນ​ວັນ​ພະຫັດ​ວານ​ນີ້ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຝ່າ​ຍຄ້ານຊີ​ເຣຍຄົນ​ນຶ່ງໄດ້
​ສະ​ເໜີ​ແຜນ ການ​ໃນ​ໄລຍະ​ຂ້າມ​ຜ່ານສຳລັບ​ປະ​ເທດ​ຊີ​ເຣຍ ທີ່ປະ
ສົບ​ກັບ​ໄພ​ສົງຄາມ​ຢ່າງ​ຮ້າຍ ​ແຮງ​ນັ້ນໂດຍຕ້ອງການໃຫ້ປະທານາ
ທິບໍດີ Bashar al-Assad ມອບ​ອໍານາດ​ໃຫ້​ແກ່​ຜູ້ຊ່ວຍ​ຂັ້ນສູງຂອງ
​ທ່ານ ​ແລະ​ໜີ​ອອກ​ຈາກ​ປະ​ເທດ. ຫົວໜ້າແນວ​ໂຮມ ຝ່າຍຄ້ານ ທີ່​
ໃຫຍ່ສຸດຂອງ​ຊີ​ເຣຍ ທີ່​ລາ​ອອກ​ໄປ ທ່ານ Moazal-Khatibໄດ້​ພິມ
ເຜີຍ​ແຜ່​ແຜນການຂອງ​ທ່ານ ຢູ່ໃນ​ Facebook ຂອງ​ທ່ານ ​ໃນ​ວັນ​ພະຫັດ​ວານ​ນີ້.

​ກຸ່ມແນວ​ໂຮມ​ແຫ່ງ​ຊາດ​ຊີ​ເຣຍ ກໍາລັງ​ພິຈາລະນາ​ວ່າ ຈະ​ໃຫ້ການ​ສະໜັບສະ​ໜຸນ​ແກ່ຂໍ້​ລິເລີ້ມ
ຂອງຣັດ​ເຊຍກັບສະຫະລັດຫລື​ບໍ່ ທີ່ຮຽກຮ້ອງ​ໃຫ້​ພວກຝ່າຍ​ຄ້ານ ແລະ​ລັດຖະ ບານເຂົ້າ​ຮ່ວມ
ກອງ​ປະຊຸມສັນຕິພາບ ​ໃນ​ເດືອນມິ​ຖຸ​ນານີ້ ​ເພື່ອ​ແກ້​ໄຂ​ບັນຫາ​ຂັ​ດ​ແຍ້ງທີ່​ດຳ​ເນີນ​ມາ​ເປັນ​ເວ
ລາສອງປີ​ແລ້ວ​ນັ້ນ.

XS
SM
MD
LG