ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີກີ ແນເປົ້າໂຈມຕີ ທາງອາກາດ ໃສ່ກຸ່ມ ທະຫານບ້ານຊາວ ເຄີດ ໃນປະເທດ ຊີເຣຍ


ຄວັນໄຟປິວຂຶ້ນສູ່ທ້ອງຟ້າ ລຸນຫຼັງການໂຈມຕີທາງອາກາດ
ໃນພາກພື້ນ ອາຟຣິນ ຂອງປະເທດ ຊີເຣຍ. ສາມາດເຫັນ
ໄດ້ ຈາກເມືອງ ຮາສຊາ ໃກ້ກັບປະເທດ ເທີກີ. ທີ່ເຂດຊາຍ
ແດນລະຫວ່າງປະເທດ ເທີກີ ແລະ ຊີເຣຍ ໃນແຂວງ ຮາເຕ "Hatay", ປະເທດ ເທີກີ. 20 ມັງກອນ, 2018.
ຄວັນໄຟປິວຂຶ້ນສູ່ທ້ອງຟ້າ ລຸນຫຼັງການໂຈມຕີທາງອາກາດ ໃນພາກພື້ນ ອາຟຣິນ ຂອງປະເທດ ຊີເຣຍ. ສາມາດເຫັນ ໄດ້ ຈາກເມືອງ ຮາສຊາ ໃກ້ກັບປະເທດ ເທີກີ. ທີ່ເຂດຊາຍ ແດນລະຫວ່າງປະເທດ ເທີກີ ແລະ ຊີເຣຍ ໃນແຂວງ ຮາເຕ "Hatay", ປະເທດ ເທີກີ. 20 ມັງກອນ, 2018.

ເຮືອບິນຮົບຂອງປະເທດ ເທີກີ ໄດ້ດຳເນີນການໂຈມຕີທາງອາກາດ ໃສ່ທະຫານບ້ານ
ຊາວ ເຄີດ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໃນເມືອງ ອາຟຣິນ "Afrin," ທີ່ເປັນ
ດິນແດນຂອງປະເທດ ຊີເຣຍ ນັ້ນ.

ລັດຖະບານ ເທີກີ ກ່າວວ່າ ການໂຈມຕີ, ເຊິ່ງຖືກຄາດວ່າ ໄດ້ຕົກຖືກເປົ້າໝາຍຫຼາຍ
ກວ່າ 100 ແຫ່ງ, ລວມທັງເມືອງ ອາຟຣິນ ເອງ. ເມືອງດັ່ງກ່າວມີຜູ້ອາໄສຢູ່ຫຼາຍຮ້ອຍ
ພັນຄົນ.

ການໂຈມຕີທາງອາກາດ ໄດ້ແນເປົ້າໝາຍໃສ່ບ່ອນຕ່າງໆ ທີ່ຖືກ ຄວບຄຸມໂດຍພວກ
ທະຫານບ້ານ YPD. ລັດຖະບານ ອັງກາຣາ ໄດ້ ກ່າວຫາພວກທະຫານບ້ານວ່າ ມີ
ສາຍພົວພັນກັບພວກຕໍ່ຕ້ານລັດຖະ ບານຊາວ ເຄີດ ຢູ່ໃນປະເທດ ເທີກີ.

ປະທານາທິບໍດີ ເທີກີ ທ່ານ ຣີິເຊັບ ໄຕຢິບ ເອີດູອານ "Recep Tayyip Erdogan" ໄດ້
ປະ ກາດການໂຈມຕີ ກ່ອນຈະເລີ່ມຂຶ້ນ. ທ່ານໄດ້ກ່າວວ່າ ມັນຈະ “ກວດລ້າງດິນແດນ
ຂອງພວກເຮົາ ຈົນຮອດເຂດຊາຍແດນຕິດກັບປະ ເທດ ອີຣັກ”, ເຊິ່ງເປັນສິ່ງທີ່ທ່ານ
ເອີ້ນວ່າ “ການປະພຶດກໍ່ການຮ້າຍ ທີ່ພະຍາຍາມຍຶດເອົາປະເທດ.”

ທ່ານ ເອີດູອານ ໄດ້ເຕືອນວ່າ “ຫຼັງຈາກເມືອງ ອາຟຣິນ” ກອງທັບ ເທີກີ ຈະແນເປົ້າໃສ່
ພວກ YPG ໃນເມືອງ ມານບິຈ໌ "Manbij" ຂອງປະເທດ ຊີເຣຍ, ບ່ອນທີ່ ສະຫະລັດ
ໄດ້ສົ່ງກອງກຳລັງໄປປະຈຳຢູ່.

ສະຫະລັດ ໄດ້ສະໜັບສະໜູນພວກ YPG ໃນການຕໍ່ສູ້ ກັບພວກຫົວ ຮຸນແຮງລັດອິສ
ລາມ. ລັດຖະບານ ວໍຊິງຕັນ ໄດ້ປະກາດເຈຕະນາ ທີ່ຈະສ້າງກອງກຳລັງຮັກສາຄວາມ
ປອດໄພໃນ ຊີເຣຍ ພ້ອມ ກັບພວກ YPG. ການປະກາດດັ່ງກ່າວນັ້ນ ໄດ້ກໍ່ໃຫ້ເກີດ
ຄວາມຄຽດ ແຄ້ນໃນ ເທີກີ.

ລັດຖະບານ ຊີເຣຍ ໄດ້ກ່າວປະນາມການໂຈມຕີທາງອາກາດຂອງ ເທີກີ, ໂດຍເອີ້ນວ່າ
“ເປັນການຮຸກຮານ” ແລະ “ການໂຈມຕີທີ່ ໂຫດຮ້າຍ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ "Rex Tillerson"
ໄດ້ລົມນຳຄູ່ຮ່ວມຕຳແໜ່ງຈາກປະເທດ ເທີກີ, ທ່ານ ເມຟລຸດ ຊາວູຊອກກລູ "Mevlut Cavusoglu," ໃນວັນເສົາວານນີ້. ແຕ່ກະຊວງການຕ່າງປະເທດບໍ່ໄດ້ ໃຫ້ຂໍ້ມູນ ວ່າ
ທ່ານໄດ້ເວົ້າຫຍັງແດ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG