ບັນດານັກເຄື່ອນໄຫວຊີເຣຍກ່າວວ່າ ພວກທະຫານຂອງລັດຖະບານໄດ້ສັງຫານພວກພົນລະເຮືອນຫລາຍສິບຄົນໃນເມືອງ Homs ໂດຍ ສືບຕໍ່ປິດລ້ອມເມືອງດັ່ງກ່າວມາເປັນເວລານຶ່ງເດືອນ ຊຶ່ງເປັນສູນກາງແຫ່ງການປະທ້ວງຕໍ່ຕ້ານການປົກຄອງປະເທດແບບຜະເດັດການມາເປັນເວລາ 11 ປີຂອງປະທານາທິບໍດີ Bashar al-Assad ນັ້ນ.
ກຸ່ມປົກປ້ອງສິດທິມະນຸດຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນປະເທດອັງກິດກ່າວວ່າ ການລະດົມຍິງປືນໃຫຍ່ໂຈມຕີ ໃນວັນພຸດມື້ນີ້ ຍັງໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ພວກຕຶກອາຄານຫລາຍກວ່າ 20 ຫລັງໃນຄຸ້ມ Baba Amr ໃນເມືອງ Homs ນັ້ນ. ການຍິງໂຈມຕີນີ້ ມີຂຶ້ນຫຼັງຈາກໄດ້ທໍາການໂຈມຕີມາເປັນເວລາຫລາຍມື້ແລ້ວໃນເມືອງ Homs ຊຶ່ງພວກນັກເຄື່ອນໄຫວດ້ານສິດທິມະນຸດກ່າວວ່າໄດ້ສັງຫານປະຊາຊົນໄປຫລາຍຮ້ອຍຄົນນັ້ນ.
ຈໍານວນໂຕເລກຂອງຄວາມເສຍຫາຍກ່ຽວກັບຜູ້ບາດເຈັບລົ້ມຕາຍບໍ່ສາມາດຢືນຢັນໄດ້ ເພາະວ່າຊີເຣຍຈໍາກັດຮັດແຄບບໍ່ໃຫ້ພວກນັກຂ່າວທີ່ເປັນອິດສະລະເຂົ້າໄປເອົາຂ່າວ.
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວໃນວັນ ພຸດມື້ນີ້ວ່າ ການແກ້ໄຂວິກິດການຜ່ານການໂອ້ລົມສົນທະນາກັນພາຍ ໃນຊາດຄວນຈະມາຈາກປະຊາຊົນຊີເຣຍເອງ ແລະວ່າ ມັນບໍ່ຂຶ້ນກັບ ປະຊາຄົມນາໆຊາດທີ່ຈະເປັນຜູ້ຕັດສິນຊີ້ຂາດກ່ຽວກັບຜົນຂອງການໂອ້ລົມສົນທະນາກັນລ່ວງໜ້າ.
ໃນລະຫວ່າງການພົບປະກັນໃນວັນອັງຄານວານນີ້ທີ່ກຸງດາມັສກັສ ທ່ານ Assad ກ່າວວ່າ ທ່ານຢາກໃຫ້ຮອງປະທານາທິບໍດີ Farouk al-Sharaa ເປັນຜູ້ນໍາພາໃນການໂອ້ລົມສົນທະນາກັນກັບຝ່າຍຄ້ານນັ້ນ.
ຄວາມພະຍາຍາມຕ່າງໆຂອງສັນນິບາດອາຣັບແລະຣັດເຊຍ ເພື່ອຈັດໃຫ້ມີການໂອ້ລົມກັນນີ້ ໄດ້ຖືກປະຕິເສດຈາກພວກກຸ່ມຝ່າຍຄ້ານຊີເຣຍ ທີ່ພາກັນເກີດໂມໂຫໂທໂສນໍາການປາບປາມຢ່າງນອງເລືອດມາເປັນ ເວລາ 11 ເດືອນ ຕໍ່ພວກລຸກຮືຂຶ້ນຕໍ່ຕ້ານລັດຖະບານ Assad ນັ້ນ.
ທ່ານ Lavrov ກ່າວໃນວັນອັງຄານວານນີ້ວ່າ ທ່ານ Assad ຈະດໍາ ເນີນການປະຕິຮູບທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ຕໍ່ໄປ ແລະໃນໄວໆນີ້ຈະວາງກໍານົດເວລາເພື່ອໃຫ້ມີການລົງປະຊາມະຕິກ່ຽວກັບລັດຖະທໍາມະນູນສະບັບໃໝ່ທີ່ມີວັດຖຸປະສົງທີ່ຈະຂະຫຍາຍການປະກອບສ່ວນທາງດ້ານການເມືອງໃຫ້ຫລາຍຂຶ້ນ.
ທ່ານນາງ Victoria Nuland ໂຄສົກປະຈໍາກະຊວງການຕ່າງປະເທດ ສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ມັນເປັນການເຊື່ອໄດ້ຍາກທີ່ທ່ານ Assad ໃຫ້ຄໍາໜັ້ນສັນຍາຄັ້ງຫລ້າສຸດກ່ຽວກັບການປະຕິຮູບ ໃນຂະນະທີ່ກໍາລັງຂອງທ່ານ ສືບຕໍ່ທໍາການຍິງປືນໃຫຍ່ໂຈມຕີໃສ່ພວກພົນລະເຮືອນນັ້ນ. ລັດຖະບານປະທານາທິບໍດີ ໂອບາມາ ໄດ້ປິດສະຖານ ທູດຂອງສະຫະລັດລົງໃນກຸງດາມັສກັສ ໃນວັນຈັນມື້ກ່ອນນີ້ ໃນຖານະເປັນພາກສ່ວນຂອງການປຸກລະດົມຂອງຝ່າຍຕາເວັນຕົກ ແລະສັນນິບາດອາຣັບ ເພື່ອໂດດດ່ຽວທ່ານ Assad ທາງດ້ານການທູດ ແລະກົດດັນທ່ານໃຫ້ຢຸດທໍາການປາບປາມປະຊາຊົນນັ້ນ.
ຝຣັ່ງ ອີຕາລີ ແລະສະເປນຕ່າງກໍຮຽກຮ້ອງພວກເອກອັກຄະລັດຖະທູດຂອງຕົນທີ່ປະຈໍາຢູ່ໃນຊີເຣຍກັບຄືນປະເທດໃນວັນອັງຄານວານນີ້ ໂດຍອ້າງເຖິງການປາບປາມທີ່ຍັງດຳເນີນຢູ່ຕໍ່ໄປຂອງລັດຖະບານທ່ານ Assad ນັ້ນ. 6 ປະເທດສະມາຊິກໃນສະພາຮ່ວມມືໃນອ່າວເປີເຊຍ ພາຍໃຕ້ການນໍາພາຂອງ Saudi Arabia ໄດ້ປະກາດໃຫ້ຮູ້ເຊ່ນກັນວ່າ ພວກເຂົາເຈົ້າຈະຖອນພວກເອກອັກຄະລັດຖະທູດຂອງພວກເຂົາເຈົ້າ ອອກຈາກກຸງດາມັສກັສ ແລະຂັບໄລ່ພວກນັກການທູດຊີເຣຍອອກຈາກປະເທດ ເພື່ອເປັນການຕອບສະໜອງຕໍ່ຄວາມຮຸນແຮງທີ່ກໍາລັງຊຸດໂຊມ ລົງນັບມື້ໃນຊີເຣຍນັ້ນ.