ລະເບີດທີ່ແຕກຂຶ້ນ ໄດ້ທໍາລາຍລົດກອງທັບຈໍານວນນຶ່ງ ທີ່ຕິດຕາມຂະ ບວນລົດຂອງພວກນັກສັງເກດການສະຫະປະຊາຊາດໃນຊີເຣຍໃນວັນພຸດມື້ນີ້ນຶ່ງມື້ຫຼັງຈາກທ່ານໂກຟີ ອັນນັນຜູ້ໄກ່ເກ່ຍບັນຫານາໆຊາດກ່າວ ເຕືອນວ່າ ຄວາມວຸ້ນວາຍໃນການຕໍ່ຕ້ານລັດຖະບານທີ່ພວມດໍາເນີນໄປສາມາດພາໃຫ້ຊີເຣຍຕົກຢູ່ໃນພາວະສົງຄາມກາງເມືອງໄດ້.
ລະເບີດດັ່ງກ່າວໄດ້ແຕກຂຶ້ນໃນເມືອງ Daraa ຈຸດສູນກາງຂອງພວກປະທ້ວງໃນພາກໃຕ້ຂອງປະເທດ ໄດ້ເຮັດພວກທະຫານຢ່າງໜ້ອຍ 6 ຄົນໄດ້ຮັບບາດເຈັບ. ນາຍພົນຕີ Robert Mood ຫົວໜ້າໜ່ວຍສັງເກດການນາໆຊາດກໍຢູ່ໃນຂະບວນລົດດັ່ງກ່າວ ແຕ່ນາຍພົນ Mood ແລະພວກສັງເກດການຢູ່ໃນຂະບວນລົດ ບໍ່ໄດ້ຮັບບາດເຈັບຈັກຄົນ.
ພວກນັກສັງເກດການໄດ້ພາກັນໄປກວດກາເບິ່ງສະຖານະການໃນທົ່ວຊີເຣຍເພື່ອຕິດຕາມເບິ່ງການຈັດຕັ້ງປະຕິບັດສັນຍາຢຸດຍິງທີ່ຍັງບໍ່ໝັ້ນຄົງ ຊຶ່ງເປັນພາກສ່ວນນຶ່ງຂອງແຜນການສັນຕິພາບທີ່ໄກ່ເກ່ຍໂດຍທ່ານອັນນັນນັ້ນ.
ໃນວັນອັງຄານວານນີ້ ທ່ານ ອັນນັນ ກ່າວວ່າ ການປະຕິບັດພາລະກິດຂອງພວກນັກສັງເກດການ ອາດຈະເປັນໂອກາດສຸດທ້າຍເທົ່ານັ້ນທີ່ຍັງເຫຼືອຢູ່ ເພື່ອເຮັດໃຫ້ຊີເຣຍມີສະຖຽນລະພາບ. ຫຼັງຈາກກ່າວຖ້ອຍຖະແຫຼງສັ້ນໆຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດແລ້ວ ທ່ານອັນນັນ ກໍກ່າວຕໍ່ບັນດານັກຂ່າວວ່າ ໄດ້ມີຄວາມເປັນຫ່ວງຢ່າງເລິກເຊິ່ງວ່າ ຊີເຣຍ ຖ້າບໍ່ດັ່ງນັ້ນແລ້ວ ອາດສາມາດກ້າວເຂົ້າສູ່ສະພາບສົງຄາມກາງເມືອງໄດ້.
ໃນຂະນະດຽວກັນ ລັດຖະບານໄດ້ເລີ້ມນັບບັດຄະແນນສຽງຄືນໃໝ່ອີກ ຈາກການເລືອກຕັ້ງສະພາແຫ່ງຊາດໃນວັນຈັນຜ່ານມານີ້ທີ່ພວກກຸ່ມຝ່າຍຄ້ານຖືວ່າເປັນແຜນການຫຼອກລວງນັ້ນ.