ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນອີກ 24 ຄົນເສຍຊີວິດ ທີ່ເມືອງ Homs (ເບິ່ງສະໄລດ໌ກັບວີດີໂອ)


ລະເບີດແຕກຂຶ້ນຢູ່ນອກໂບດແຫ່ງນຶ່ງໃນເມືອງ Homs, ຊີເຣຍ.
ວັນທີ 9 ກຸມພາ 2012.
ລະເບີດແຕກຂຶ້ນຢູ່ນອກໂບດແຫ່ງນຶ່ງໃນເມືອງ Homs, ຊີເຣຍ. ວັນທີ 9 ກຸມພາ 2012.

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ ພວກ​ກໍາລັງຂອງ​ຝ່າຍ​ລັດຖະບານ​ໄດ້​ສືບ​ຕໍ່​ທໍາ​ການ​ໂຈມ​ຕີ​ໃນເມືອງ Homs ​ໂດຍໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​ໜ້ອຍ 24 ຄົນ ໃນ​ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ​ທີ່​ພວມ​ເພີ່ມ​ຂຶ້ນ​ຕໍ່​ພວກ​ຝ່າຍ​ຄ້ານ​ທີ່ພາກັນ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ມາ​ໄດ້ 11 ​ເດືອນ​ແລ້ວ​ນັ້ນ.

ການ​ລະດົມ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ແນ​ເປົ້າ​ໝາຍ​ໃສ່ຄຸ້ມ​ຕ່າງໆ​ຢູ່​ໃນ​ເມືອງ Homs ບ່ອນ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງລັດຖະບານໄດ້​ສັງຫານ​ປະຊາຊົນ​ໄປ​ຫລາຍ​ຮ້ອຍ​ຄົນ​ນັບ​ແຕ່​ເຊົ້າ​ວັນ​ເສົາ​ຜ່ານ​ມາ​ນີ້.

ຈໍານວນ​ໂຕ​ເລກ​ຂອງ​ຄວາມ​ເສຍ​ຫາຍ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຈາກ​ການສູ້​ລົບ​ກັນ​ນີ້​ບໍ່​ສາມາດ​ຢືນຢັນ​ໄດ້ ​ເພາະວ່າຊີ​ເຣຍ ຫ້າມ​ພວກ​ນັກ​ຂ່າວທີ່​ເປັນ​ອິດ​ສະລະ​ເຂົ້າ​ໄປເອົາ​ຂ່າວ.

ທາງ​ການ​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ຄວາມ​ຮຸນ​ແຮງ​ນີ້​ໃສ່​ພວກ​ຜູ້​ກໍ່​ການ​ຮ້າຍປະກອບ​ອາວຸດ ​ແລະ​ກ່າວ​ວ່າ ພວກ​ກໍ່ການ​ຮ້າຍ​ເຫລົ່າ​ນີ້​ເປັນ​ຜູ້​ຮັບຜິດ​ຊອບ​ໃນ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ ທີ່ຮວມທັງ​ການວາງ​ລະ​ເບີດລົດ​ໃນ​ເມືອງ Homs ນັ້ນ.

ຈີນ ຊຶ່ງ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ​ໃນ​ການ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​ຍັດຕິ​ສະ ບັບນຶ່ງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍຊີ​ເຣຍນັ້ນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ຢາກ​ຮັກສາ​ການ​ຕິດ​ຕໍ່​ພົວພັນແລະ​ການ​ສື່ສານ​ເອົາ​ໄວ້​ກັບ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຊີ​ເຣຍ ຫລັງ​ຈາກຄະນະ​ຜູ້ຕາງໜ້າ​ຝ່າຍ​ຄ້ານ​ຈຸ​ນຶ່ງ​ເດີນທາງ​ຢ້ຽມຢາມ​ກຸງ​ປັກ​ກິ່ງ ໃນ​ສັບປະດາ​ນີ້.

ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ​ຈະ​ແຕ່ງ​ຕັ້ງ​ໃຫ້​ຮອງ​ປະທານາທິບໍດີ Farouk al-Sharaa ຈັດການ​ພົບ​ປະກັນ​ຂຶ້ນ​ກັບ​ຝ່າຍ​ຄ້ານ ​ແຕ່​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ປະຕິ​ເສດຕໍ່​ການ​ພົບ​ປະ​ຫາລື​ກັນ​ດັ່ງກ່າວ​ ກັບ​ຝ່າຍ​ລັດຖະບານ​ນັ້ນ.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພຸດວານ​ນີ້​ວ່າ ທ່ານ​ຈະ​ພິຈາລະນາ​ສົ່ງ​ຄະນະ​ປະຕິບັດ​ງານ​ຮ່ວມຂອງ​ສະຫະ​ປະຊາ​ຊາດກັບ​ສັນນິບາດ​ອາຣັບ​ໄປ​ຍັງ​ຊີ​ເຣຍ ​ເພື່ອໄປສັງ​ເກດ​ການ​ເບິ່ງ ຄວາມ​ຮຸນ​ແຮງ​ຢູ່​ທີ່ນັ້ນ.

ທ່ານ​ພັນ​ກິ​ມູນ ວາງ​ແຜນ​ທີ່​ຈະ​ທໍາ​ການ​ປຶກສາ​ຫາລື​ກັບ​ພວກ​ສະມາຊິກສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ການ​ປະກອບ​ພາລະກິດ​ຂອງ​ຄະນະ​ປະຕິບັດງານ​ຮ່ວມທີ່​ທ່ານໄດ້ສະ​ເໜີໃຫ້​ຈັດຕັ້ງຂຶ້ນ​ນີ້. ນອກ​ນັ້ນ ທ່ານ​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ທ່ານ Nabil Alaraby ​ເລຂາທິການ​ໃຫຍ່​ຂອງ​ສັນນິບາດ​ອາຣັບບອກທ່ານ​ວ່າ ກຸ່ມສັນນິບາດອາ​ຣັບວາງ​ແຜນ​ສົ່ງ​ພວກ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ເອງກັບ​ຄືນ​ໄປ​ຍັງ​ຊີ​ເຣຍນັ້ນ.

ເບິ່ງວີດີໂອ ສະຫະລັດບໍ່ພໍໃຈ ກ່ຽວກັບການໃຊ້ສິດຍັບຍັ້ງ ຮ່າງຍັດຕິ ສປຊ ຂອງ
ຈີນແລະຣັດເຊຍ

XS
SM
MD
LG