ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊາຍຄົນນຶ່ງທີ່ອ້າງວ່າ ເປັນຮອງ ລັດຖະມົນຕີນໍ້າມັນ ຊີເຣຍ ໂຕນໜີ (ເບິ່ງວີດີໂອ)


ຮູບພາບຂອງຊາຍຄົນນຶ່ງທີ່ສະແດງໃຫ້ເຫັນໃນວີດີໂອທີ່ອ້າງຕົນວ່າ ຕົນຊື່ Abdo Husameddine ແລະເປັນ ຮອງລັດຖະມົນຕີນໍ້າມັນຊີເຣຍນັ້ນ.
ວັນທີ 8 ມີນາ 2012.
ຮູບພາບຂອງຊາຍຄົນນຶ່ງທີ່ສະແດງໃຫ້ເຫັນໃນວີດີໂອທີ່ອ້າງຕົນວ່າ ຕົນຊື່ Abdo Husameddine ແລະເປັນ ຮອງລັດຖະມົນຕີນໍ້າມັນຊີເຣຍນັ້ນ. ວັນທີ 8 ມີນາ 2012.

ຊາຍ​ຄົນ​ນຶ່ງ​ທີ່​ອ້າງ​ຕົນ​ເອງ​ວ່າ ​ເປັນ​ຮອງ​ລັດຖະມົນຕີ​ນໍ້າມັນ​ຂອງ​ຊີ​ເຣຍ ໄດ້​ປາກົດ​ໂຕ​ຢູ່​ໃນ​ວີ
ດີ​ໂອ You Tube ​ໂດຍ​ກ່າວ​ວ່າ ລາວ​ໄດ້​ລາ​ອອກຈາກ​ຕໍາ​ແໜ່​ງ​ແລ້ວ​ ແລະ​ເຂົ້າ​ຮ່ວມ​ກັບ
ພັກຝ່າຍ​ຄ້ານ​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

ລາວ​ບອກ​ຊື່​ລາວ​ວ່າ ​ເປັນ​ນາຍ Abdo Husameddine ​ແລະ​ກ່າວ​ຕໍ່ໄປ​ວ່າ ຫລັງ​ຈາກ​
ເຮັດວຽກ​ໃຫ້​ລັດຖະບານ​ມາ 33 ປີ​ແລ້ວ ລາວ​ບໍ່​ຢາກຍຸດຕິ​ອາຊີບ​ຂອງ​ລາວໂດຍ​ຮັບ​ໃຊ້​
ໂທດ​ກໍາ​ຕ່າງໆ​ຂອງອໍານາດການ​ປົກຄອງທ່ານ​ອັສສັດ​ນັ້ນ.

ຖ້າ​ຂ່າວ​ນີ້​ໄດ້​ຮັບ​ການ​ຢືນຢັນ ກໍ​ໝາຍ​ຄວາມ​ວ່າ ການ​ໂຕນ​ໜີ​ຄັ້ງນີ້ຈະເປັນ​ການ​ໂຕນ​ໜີ​
ຂອງເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ທ່ານ​ນຶ່ງ​ຈາກ​ລັດຖະບານຊີ​ເຣຍນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ຂອງພວກ
ຝ່າຍ​ຄ້ານ​ເລີ້ມ​ມາ​ໃນ​ເດືອນ​ມີນາປີ​ແລ້ວ​ນີ້.

ອະທິ​ໄອ​ຍະ​ການປະ​ຈໍາ​ແຂວງ​ຮາ​ມາ ປະກາດ​ລາ​ອອກ​ຈາກ​ຕໍາແໜ່​ງຜ່ານ​ທາງ​ວີ​ດີ​ໂອ​ ໃນ
ເດືອນ​ສິງຫາ​ປີ​ແລ້ວ​ນີ້ ​ແຕ່​ລັດຖະບານ​ໄດ້ປະຕິ​ເສດ​ບໍ່​ໃຫ້​ຄວາມ​ສຳຄັນຕໍ່​ວີ​ດີ​ໂອ​ດັ່ງກ່າວ ​
ໂດຍ​ກ່າວ​ວ່າອະທິ​ໄອ​ຍະ​ການທ່ານ​ນີ້​ໄດ້​ຖືກ​ລັກພາ​ໂຕ​ໄປ ​ແລະ​ຖືກ​ບັງຄັບ​ໃຫ້​ກ່າວ​ຖ້ອຍ
ຖະ​ແຫລ​ງດັ່ງກ່າວ​ໃນ​ລະຫວ່າງ​ທີ່​ຖືກ​ຂົ່ມຂູ່​ນັ້ນ.

ໃນ​ຂະນະ​ດຽວ​ກັນ ຫົວໜ້າ​ອົງການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ​ທໍາສະຫະປະຊາ​ຊາດ ຄາດ​
ວ່າ ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ​ແລະ​ພວກ​ຜູ້ຕາງໜ້າ​ດ້ານ​ມະນຸດສະ​ທໍາ​ໃນ​ກຸງ​
ດາ​ມັສກັສ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກໄດ້​ໄປຢ້ຽມຢາມທີ່​ໝັ້ນ​ເກົ່າຂອງ​ຝ່າຍ​ກະ
ບົດໃນ​ຄຸ້ມ Baba Amr ນັ້ນ.

ໂຄສົກ​ຍິງ​ປະ​ຈໍາ​ທ່ານ​ນາງ
Valerie Amos ກ່າວ​ໃນ​ວັນ​ພຸດ
​ວານ​ນີ້ວ່າ ທ່ານ​ນາງ​ໄດ້​ພົບເຫັນ
​ຫລາຍ​ພາກສ່ວນ​ຢູ່ໃນ​ຄຸ້ມນັ້ນ​ໄດ້
​ຖືກ​ທໍາລາຍຢ່າງ​ຮາບ​ຄາບ ​ແລະ
​ເຫັນ​ຜູ້​ຄົນ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເຫຼືອ
​ຢູ່​ໃນ​ຄຸ້ມ ຊຶ່ງ​ປະຊາຊົນ​ສ່ວນໃຫຍ່
ພາກັນ​ຫຼົບໜີ​ໄປ​ອາ​ໄສ​ຢູ່​ໃນ​ເຂດ​
ອ້ອມ​ແອ້ມບ່ອນ​ທີ່ ພວກ​ພະນັກ
ງານ​ຊ່ອຍ​ເຫຼືອ ກໍາລັງ​ແຈກ​ຢາຍ
​ເຂົ້າປາ​ອາຫານ​ແລະສະບຽງ​ຢຸກ
ຢາ​ປົວ​ພະຍາດ​ໃຫ້​ພວກ​ຊາວ
​ເມືອງ​ນັ້ນ.

ທ່ານ​ນາງ Amos ​ແລະ​ທີ​ມສະ
ພາກາ​ແດງອາຣັບຊີ​ເຣຍ​ພາກັນ​ທ່ຽວ​ເບິ່ງ​ສະຖານ​ທີ່ຕ່າງໆໃນ​ຄຸ້ມ Baba Amr ​ເປັນ​ເວລາ 45 ນາທີ.

ໂຄ​ສົກ​ຍິງ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພະຍາຍາມ​ເຂົ້າ​ຫາພວກ ຂົງ​ເຂດ​ຕ່າງໆ
ທີ່ຢູ່​ພາຍ​ໃຕ້​ຄວາມ​ຄຸ້ມ​ຄອງ​ຂອງ​ຝ່າຍ​ຄ້ານ​ຢູ່​ໃນເມືອງ​ດັ່ງກ່າວ ​ແຕ່​ບໍ່​ສາມາດ​ເຈລະຈາ
ກັນ​ໄດ້​ກັບ​ຝ່າຍ​ຄ້ານ​ນັ້ນ.

ທ່ານ​ນາງ Amos ​ໄດ້​ທໍາ​ການ​ພົບ​ປະກັນ​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້​ກັບລັດຖະມົນຕີ​ການ
ຕ່າງປະ​ເທດ​ຊີ​ເຣຍ ທີ່​ບອກ​ທ່ານ​ນາງ​ວ່າ ທ່ານ​ນາງຢາກ​ໄປ​ໃສ​ກໍ​ໄດ້​ໃນ​ຊີ​ເຣຍນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ

XS
SM
MD
LG