ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍຈະຕອບໂຕ້ຢ່າງໜັກ ຕໍ່ການສັງຫານໝູ່ ກໍາລັງຮັກສາຄວາມປອດໄພ


ການທຸບຕີຜູ້ຄົນໃນຊີເຣຍ
ວັນທີ 7 ມິຖຸນາ 2011
ການທຸບຕີຜູ້ຄົນໃນຊີເຣຍ ວັນທີ 7 ມິຖຸນາ 2011

















ຊີ​ເຣຍ​ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະ​ເພີ່ມ​ທະວີ​ການ​ຕອບ​ໂຕ້​ຢ່າງ​ໜັກ​ແໜ້ນແລະ​ເດັດດ່ຽວ​ຕໍ່​ອັນ​ທີ່​ໂທລະພາບ​ແຫ່ງ​ຊາດ​ເອີ້ນ​ວ່າ ການ​ສັງຫານ​ໝູ່ກໍາລັງ​ຮັກສາ​ຄວາມ​ປອດ​ໄພ 120 ຄົນ​ໃນ​ເມືອງ Jir al-Shughour ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ລາຍ​ງານ​ຂ່າວໃນ​ວັນ​ຈັນ​ວານ​ນີ້​ ຍັງບໍ່ສາມາດຢືນຢັນໄດ້ ​ໃນ​ເມື່ອ​ວ່າ​ພວກ​ນັກ​ຂ່າວຕ່າງປະ
ເທດ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ຊີເຣຍ​ນັ້ນ. ພວກ​ນັກເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຊີ​ເຣຍໄດ້
ໂຕ້ແຍ້​ງການກ່າວອ້າງກ່ຽວ​ກັບ​ຈຳນວນກຳລັງຮັກສາຄວາມສະຫງົບທີ່​ບາດ​ເຈັບ​ແລະ​ລົ້ມ​
ຕາຍ​ ​ໂດຍ​ສະ​ເໜີ​ແນະ​ວ່າຈະໃຊ້​ເປັນຂໍ້​ແກ້​ໂຕ​ສໍາລັບ​ການ​ໂຈມ​ຕີ​ຢ່າງ​ໜັກ​ຄັ້ງ​ໃໝ່ຂອງ​ລັດຖະ
ບານ​ນັ້ນ.

ທ່ານ Ibrahim al-Shaar ລັດຖະມົນຕີ​ພາຍ​ໃນ​ຂອງ​ຊີ​ເຣຍ ກ່າວ​ວ່າການ​ທໍາ​ການ​ຕອບ​ໂຕ້
ໃດໆ​ກໍຕາມຈະ​ດຳ​ເນີນ​ໄປ​ຕາມ​ກົດໝາຍ.

ເຂ​ດອ້ອມ​ແອ້ມ​ເມືອງ Jir al-Shughour ​ໃກ້ໆ​ກັບ​ຊາຍ​ແດນ​ເຕິ​ກກີ ​ເປັນ​ຂົງ​ເຂດ​ຫລ້າ​ສຸດ​ທີ່​
ເຂົ້າ​ຮ່ວມ​ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເຮັດໃຫ້ການ​ປົກຄອງ​ປະ
ເທດ​ແບບ​ຜະ​ເດັດ​ການທີ່ດຳເນີນມາເປັນ​ເວລາ 11 ປີ​ຂອງ​ປະທານາທິບໍດີ Bashar al-As
sad ນັ້ນສິ້ນສຸດລົງ.

ໂຄສົກ​ລັດຖະບານ​ທ່ານ​ນຶ່ງ​ຍອມຮັບ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພໄດ້ສູນ​ເສຍ​ການ​ຄວບ
ຄຸມ​ຢູ່ໃນບາງ​ເຂດທັງຢູ່ໃນ​ແລະ​ອ້ອມ​ແອ້ມ​ຕົວ​ເມືອງ ນັ້ນ.

ຊີ​ເຣຍຖິ້ມ​ໂທດ​ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ນີ້​ໃສ່​ແກ໊ງກໍ່​ການ​ຮ້າຍ​ປະກອບ​ອາວຸດ​ທີ່​ສະໜັບສະ
ໜຸນ​ພວກ​ຍຸແຍ່ຕ່າງປະ​ເທດ​.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 1 ພັນ 100 ຄົນ​ໄດ້​ເສຍ​ຊີ
ວິດ​ໄປ​ໃນ​ການ​ປາບ​ປາມ​ຂອງ​ລັດຖະບານ​ຕໍ່​ພວກ​ປະທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ໄດ້​ເລີ້​ມມາ
ຕັ້ງ​ແຕ່​ເດືອນ​ມີນາ​ປີ​ນີ້ ​ແລະ​ໄດ້ມີ​ການ​ຈັບ​ກຸມ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 10 ພັນ​ຄົນ.

XS
SM
MD
LG