ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກໍາລັງຂອງຊີເຣຍ ສືບຕໍ່ໂຈມຕີເມືອງ Homs (ເບິ່ງວີດີໂອ)


ປະທານາທິບໍດີ Bashar al-Assad, ແຫ່ງຊີເຣຍ ຈັບມືກັບ ລັດຖະມົນຕີ
ຕ່າງປະເທດຣັດເຊຍ ທ່ານ Sergei Lavrov ທີ່ກຸງດາມັສກັສ.
ວັນທີ 7 ກຸມພາ 2012.
ປະທານາທິບໍດີ Bashar al-Assad, ແຫ່ງຊີເຣຍ ຈັບມືກັບ ລັດຖະມົນຕີ ຕ່າງປະເທດຣັດເຊຍ ທ່ານ Sergei Lavrov ທີ່ກຸງດາມັສກັສ. ວັນທີ 7 ກຸມພາ 2012.

ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ຊີ​ເຣຍກ່າວ​ວ່າ ການ​ລະດົມຍິງ​ປືນ​ໃຫຍ່ໂຈມ​ຕີຢ່າງ​ໜັກ​ໄດ້ເລີ້ມ​
ຄືນ​ອີກ​ໃສ່​ພວກ​ປະ​ທ້ວງ​ໃນ​ໃຈກາງ​ເມືອງ Homs ນຶ່ງ​ມື້​ຫລັງ​ຈາກ​ພວກ​ພົນ​ລະ​ເຮືອນຈໍາ
ນວນ​ເກືອບ 100 ຄົນ ເສຍ​ຊີວິດ​ໃນ​ທົ່ວປະ​ເທດ​ໃນ​ການ​ປາບ​ປາມ​ປະຊາຊົນ​ທີ່​ພາກັນ​ລຸກ
ຮື​ຂຶ້ນ​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ຕື່ມ​ວ່າ ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້ເພັ່ງ​ເລັງ​ໃສ່​ເຂດ​ເມືອງ Baba Amr ອັນ​ເປັນ​ມື້​ທີ​ສີ່​ລຽນຕິດ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ​ລັດຖະບານ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ອັນ​ທີ່ ພວກ​ນັກ​ເຄື່ອນ​ໄຫວ​ເອີ້ນ​ວ່າ ການ​ສັງຫານ​ໝູ່​ພວກ​ປະຊາຊົນ ຢ່າງ​ໜ້ອຍ 200 ຄົນ​ຕັ້ງ​ແຕ່​ຕອນ​ເດິກ​ແລງ​ວັນ​ສຸກ​ຫາ​ວັນ​ເສົາ​ຜ່ານ​ມາ​ນີ້.

ອົງການ​ຂ່າວ​ແຫ່ງ​ລັດ​ຊີ​ເຣຍ SANA ຖິ້ມ​ໂທດ​ຄວາມ​ຮຸນ​ແຮງ​ນີ້​ໃສ່​ພວກ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ເດີນທາງ​ໄປ​ຍັງ​ກຸງ​ດາ​ມັສກັສ ​ໃນ​ວັນ​ອັງຄານ​ມື້ນີ້ ​ເພື່ອ​ທໍາ​ການໂອ້ລົມ​ສົນທະນາ​ກັນ​ກັບ​ທ່ານ​ Assad. ການ​ຢ້ຽມຢາມ​ຂອງ​ທ່ານ​ມີ​ຂຶ້ນຫຼັງ​ຈາກຣັດ​ເຊຍ​ແລະ​ຈີນ ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຂອງສະພາ​ ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີ​ເຣຍນັ້ນ.

ຈີນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ຫວັງ​ວ່າການ​ໂອ້​ລົມ​ສົນທະນາ​ກັນ ສາມາດ​ໄດ້​ຮັບ​ຜົນ​ດີ​ໄດ້ ​ແລະ​ກ່າວ​ຕື່ມ​ວ່າ ຕົນ​ກໍາລັງ​ພິຈາລະນາ​ສົ່ງ ພວກ​ທູດ​ພິ​ເສດ​ຂອງ​ຕົນ​ເອງ​ໄປ​ຍັງ​ພາກ​ພື້ນ​ໃນ​ຄວາມ​ພະຍາຍາມ​ເພື່ອຊ່ອຍ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍນີ້.

ຂະນະ​ດຽວ​ກັນ ສະຫະລັດ​ໄດ້​ອັດ​ສະຖານທູດ​ຂອງ​ຕົນລົງ​ໃນ​ຊີ​ເຣຍ​ແລະໄດ້​ຖອນ​ພວກ​ນັກ​ການ​ທູດ​ຂອງ​ຕົນ​ທັງ​ໝົດ​ທີ່​ຍັງ​ເຫລືອ​ຢູ່​ໃນ​ຊີ​ເຣຍນັ້ນ​ອອກ​ຈາກ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ທ່ານ Robert Ford ເອກ​ອັກຄະ​ລັດຖະ
ທູດ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ການ​ທູດ​ອື່ນໆ​ໄດ້​ເດີນທາງ ອອກ​ຈາກ​ກຸງ​ມາ​ມັສກັສ​ໄປ​ຍັງ​ນະ
ຄອນ​ຫວງ Amman ຂອງ​ຈໍ​ແດນ​ໃນ​ວັນ​ຈັນ​ວານ​ນີ້ ປະ​ໃຫ້​ສະຖານທູດ Poland ​ເປັນ​
ຜູ້​ໃຫ້ການ​ບໍລິການ​ທາງ​ດ້ານ​ກົງ​ສູນ​ໃນ​ພາວະ​ສຸກ​ເສິນ​ຕ່າງໆ​ໃຫ້​ພວກ​ຄົນ​ອາ​ເມຣິກັນ​ໃນ
ຊີ​ເຣຍນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ລັດຖະບານ​ຂອງ​ທ່ານ​ອັສສັດ ບໍ່​ໄດ້​ຕອບ ສະໜອງ​ຢ່າງ​
ພຽງ​ພໍ ຕໍ່ຄວາມ​ເປັນ​ຫ່ວງ​ກັງວົນ​ຕ່າງໆ​ຂອງ​ສະຫະລັດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທີ່​ກໍາລັງ​
ຊຸດ​ໂຊມ​ລົງ​ໃນ​ເຂດ​ອ້ອມ​ແອ້ມ​ສະຖານທູດ​ໃນ​ໃຈກາງ​ເມືອງນັ້ນ.

ແຕ່​ຮອງ​ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ວ່າ​ດ້ວຍ​ກິດຈະ
ການ​ຕາ​ເວັນ​ອອກ​ໃກ້ ທ່ານ Aaron Snipe ກ່າວ​ຕໍ່ວີ​ໂອ​ເອວ່າ ສາຍ​ພົວພັນ​ທາງ​ການ​
ທູດ​ຍັງ​ຄົງ​ມີ​ຢູ່​ກັບ​ລັດຖະບານ​ທ່ານອັສສັດ ​ແລະ​ປະຊາຊົນ​ຊີ​ເຣຍນັ້ນ.

ເບິ່ງລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG