ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາຊົນເສຍຊີວິດ ຕື່ມອີກ 24 ຄົນ ໃນຊີເຣຍ


ປ. Bashar al-Assad ແຫ່ງຊີເຣຍ (ຂວາ) ຕ້ອນຮັບນາຍົກລັດຖະມົນຕີ Tayyip Erdogan ແຫ່ງເທີກີ ທີ່ສະໜາມບິນນະຄອນຫລວງ Damascus,
ວັນທີ 17 ມັງກອນ 2011.
ປ. Bashar al-Assad ແຫ່ງຊີເຣຍ (ຂວາ) ຕ້ອນຮັບນາຍົກລັດຖະມົນຕີ Tayyip Erdogan ແຫ່ງເທີກີ ທີ່ສະໜາມບິນນະຄອນຫລວງ Damascus, ວັນທີ 17 ມັງກອນ 2011.

ພວກ​ນັກ​ເຄື່ອນ​ໄຫວ​ໃນ​ຊີ​ເຣຍກ່າວ​ວ່າ ພວກທະຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລົດ​ຖັງ​ ໄດ້​ທໍາ​ການ​ໂຈມ​ຕີ​ຫົວ​ເມືອງ​ນຶ່ງ​ໃນ​ພາກ​ກາງ​ແລະຢູ່ໃນ​ຫລາຍໆ​ເຂດ​ຂອງ​ຫົວ​ເມືອງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 24 ຄົນ​ເສຍ​ຊີວິດ.

ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດກ່າວ​ວ່າ ພວກ​ທະຫານລັດຖະບານ​ໄດ້​ ບຸກ​ເຂົ້າ​ໄປ​ໃນເມືອງ Deir el-Zour ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ໂດຍ​ໄດ້​ສັງຫານ​ປະຊາຊົນຢ່າງ​ໜ້ອຍ 20 ຄົນ ​ແລະວ່າ ​ໄດ້​ຍິນ​ສຽງລະ​ເບີດ​ແຕກ​ຂຶ້ນ​ໃນ​ຫລາຍ​ເຂດ​ຂອງເມືອງດັ່ງກ່າວ.

ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ເຊ່ນ​ກັນ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 4 ຄົນ​ເສຍ​ຊີວິດ​ໃນ​ເມືອງ Houleh ​ໃນ​ແຂວງ Homs.

ລາຍ​ງານ​ຂ່າວ​ເຫລົ່າ​ນີ້​ບໍ່​ໄດ້​ຮັບ​ການ​ຢືນຢັນ ​ເນື່ອງ​ຈາກ​ວ່າ​ພວກ​ນັກ​ຂ່າວທີ່​ເປັນ​ອິດ​ສະລະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນເຂດ​ນັ້ນ.

ການ​ບຸກ​ໂຈມ​ຕີ​ດັ່ງກ່າວມີ​ຂຶ້ນ 1 ມື້​ຫລັງ​ຈາກ​ທ່ານ​ພັນ​ກິ​ມູນ ເລຂາທິການ​ໃຫຍ່ສະຫະ​ປະຊາ​
ຊາດ​ ບອກ​ໃຫ້​ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ຢຸດ​ເ​ຊົາໃຊ້ກໍາລັງ​ທະ
ຫານ​ປາບ​ປາມ​ພວກ​ພົນລະ​ເຮືອນທີ່​ພາກັນ​ເຂົ້າ​ຮ່ວມ​ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​
ມາ​ໄດ້ 4 ເດືອນແລ້ວ​ນັ້ນ​ໂດຍ​ທັນທີ.

ຫ້ອງການ​ຂ່າວ​ຂອງສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ​ພັນ​ກິ​ມູນ​ໄດ້​ບອກຜູ້ນໍາ​ຊີ​ເຣຍ ໃນ​ວັນ​
ເສົາວານ​ນີ້​ ໃນ​ການ​ສົນທະນາ​ກັນທາງ​ໂທລະສັບ​ ທີ່​ບໍ​ຄ່ອຍ​ສູ້​ມີ​ຂຶ້ນ​ນັ້ນວ່າ ທ່ານມີ​ຄວາມ​
ເປັນ​ຫ່ວງຢ່າງ​ແຮງ​ ນໍາ​ຄວາມ​ຮຸນ​ແຮງທີ່​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ ແລະ​ຈໍານວນ​ຜູ້​ຄົນ​ເສຍ​ຊີວິດ
ທີ່​ກໍາລັງເພີ່ມທະວີ​ຂຶ້ນນັບ​ມື້ ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​
ມາ​ນີ້.

XS
SM
MD
LG