ທາງການຂອງເລບານອນກ່າວວ່າ ການປະທະກັນທີ່ຮ້າຍແຮງ ໄດ້ສັງຫານຢ່າງນ້ອຍ 2 ຄົນໃນ Beirut ທີ່ພາໃຫ້ມີຄວາມຢ້ານກົວເພີ່ມຂຶ້ນອີກວ່າ ການຂັດແຍ້ງກັນໃນຊິເຣຍນັ້ນຈະລາມເຂົ້າໄປຍັງປະເທດເພື່ອນບ້ານທາງກໍ້າຕາເວັນຕົກ.
ທາງການກ່າວວ່າ ພວກມືປືນໄດ້ປະທະ ໃນເຂດຄຸ້ມ Tariq al-Jadideh ຂອງນະຄອນຫຼວງ Beirut ໃນວັນຈັນມື້ນີ້ ໂດຍໄດ້ຕັດຖະໜົນຫົນທາງ ແລະ ຍິງປືນກົນຕໍ່ສູ້ກັນໃນເຊົ້າມືດມື້ນີ້.
ການຕໍ່ສູ້ກັນ ລະຫວ່າງພວກທີ່ນິຍົມ ແລະຕໍ່ຕ້ານປະທານາທິບໍດີ al-Assad ແຫ່ງຊີເຣຍ ໃນເມືອງ Tripoli ທາງພາກເໜືອຂອງເລບານອນ ໄດ້ສັງຫານຢ່າງນ້ອຍ 8 ຄົນໃນອາທິດແລ້ວນີ້.
ສ່ວນຢູ່ໃນຊິເຣຍນັ້ນ ພວກນັກເຄື່ອນໄຫວກ່າວວ່າ ກໍາລັງທະຫານໄດ້ໂຈມຕີເມືອງນຶ່ງ ທີ່ລຸກຮືຂຶ້ນຕໍ່ຕ້ານ ໃນແຂວງ Hama ທາງພາກກາງຂອງປະເທດ ໃນວັນອາທິດວານນີ້ ໂດຍໄດ້ສັງຫານ 34 ຄົນ ຊຶ່ງຮວມທັງເດັກນ້ອຍນໍາ.