ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີຂອງຊີເຣຍ ອາດເປັນ ການກໍ່ອາຊະຍາກໍາ ຕ້ານມະນຸດຊາດໄດ້


ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍຫລາຍພັນຄົນ ໃນເມືອງ
Hama ໃນພາກກາງຂອງຊີເຣຍ ໃນວັນທີ 1 ກໍລະກົດ 2011
ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍຫລາຍພັນຄົນ ໃນເມືອງ Hama ໃນພາກກາງຂອງຊີເຣຍ ໃນວັນທີ 1 ກໍລະກົດ 2011

ອົງການ​ນິລະ​ໂທດ​ກໍາ​ສາກົນ​ຫລື Amnesty International ກ່າວ​ວ່າກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ ອາດ​ຈະ​ໄດ້​ກໍ່​ອາຊະ​ກໍາ​ຕ້ານ​ມະນຸດ​ຊາດ​ໃນ​ລະຫວ່າງ​ການ​ປະຕິບັດ​ງານ​ທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປໃນ​ເດືອນ​ແລ້ວ​ນີ້​ໃນ​ເມືອງ​ນຶ່ງ​ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ຂອງ​ເລ​ບາ​ນອນ​ນັ້ນ.

ອີງ​ຕາມ​ລາຍ​ງານ​ຂອງ​ພວກ​ທີ່​ເຫັນ​ເຫດການແລ້ວ ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ທີ່​ມີຫ້ອງການ​ຕັ້ງ
ຢູ່​ໃນ​ກຸງ​ລອນດອນທີ່ວ່ານີ້ກ່າວ​ຫາ​ຊີ​ເຣຍວ່າ ທໍາ​ການ​ຈັບກຸມ​ພວກ​ຜູ້​ຊາຍ​ໃນ​ເມືອງ Talkalakh ​ແລະສ່ວນໃຫຍ່ຂອງພວກເຂົາເຈົ້າກໍໄດ້​ຖືກທາລຸນ​ນະ​ກໍາ ຊຶ່ງມີ​ຢ່າງ​ໜ້ອຍ 9
ຄົນເສຍ​ຊີວິດ​ຢູ່​ໃນບ່ອນ​ຄຸມ​ຂັງ​ນັ້ນ.

ໃນ​ລາຍ​ງານ​ສະບັບ​ນຶ່ງ​ ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້ ອົງການ Amnesty International
ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ປາກົດ​ວ່າເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ໃນຂອບເຂດທີ່
ກວ້າງຂວາງ​ແລະ​ຢ່າງ​ເປັນ​ລະບົບຕໍ່​ພວກ​ປະຊາຊົນ​ພົນລະ​ເຮືອນຊຶ່ງ​ຖືວ່າສາມາດປະກອບເປັນ
ການ​ກໍ່​ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດ​ຊາດ​ໄດ້.

ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາຊາດສະເໜີເລື້ອງສະຖານະ
ການໃນຊີເຣຍໄປຍັງສານອາຍາລະຫວ່າງຊາດນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ກໍາລັງ​ຂອງ​ລັດຖະບານ​ຊີ​ເຣຍ​ໄດ້​ເປີດ​ສາກ​ຍິງປືນ​ໃສ່​ພວກ​ພົນລະ​ເຮືອນ​
ໃນ​ເມືອງ Hama ​ໃນ​ພາກ​ກາງຂອງ​ຊີ​ເຣຍເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 11 ຄົນ​ເສຍ​ຊີວິດ
ໄປ. ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ຍິງ​ປືນ​ໃສ່​ປະຊາຊົນ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ພວກ​ທະ
ຫານໄດ້ເຄື່ອນ​ຍ້າຍລົດຖັງ​ເຂົ້າໄປໃນເຂດ​ຊານ​ເມືອງດັ່ງກ່າວ​ ອັນ​ເປັນ​ການ​ກະກຽມ​ຢ່າງ​ຈະ
ແຈ້ງ​ສໍາລັບ​ທໍາ​ການ​ໂຈມ​ຕີ.

ໃນ​ຕອບ​ໂຕ້​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ພວກ​ຊາວ​ເມືອງ​ໄດ້​ພາກັນ​ສ້າງສິ່ງກີດ​ຂວາງຢູ່ຕາມ
ຖະ​ໜົນ​ຫຼາຍສິບບ່ອນ​ແລະ​ຈູດ​ຂີ້​ເຫຍື້ອ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ລົດຖັງ​ທີ່​ປິດ​ລ້ອມ​ເມືອງ​ດັ່ງ
ກ່າວເຄື່ອນ​ຍ້າຍ​ເຂົ້າ​ໄປ​ໃນ​ເມືອງ. ພວກ​ຊາວ​ເມືອງ Hama ​ໄດ້​ພາກັນ​ຈູດ​ເຜົາ​ຢາງ​ລົດ​ໂອ
ໂຕແລະ​ຖັງ​ຂີ້​ເຫຍື້ອ ​ແລະ​ນຳເອົາກອງ​ຂີ້​ຊາຍມາວາງໄວ້​ຕະຫຼອດທັງ​ສິ່ງ​ກີດ​ກັນ​ອື່ນໆ​ອີກ​
ເພື່ອ​ປ້ອງກັນບໍ່ໃຫ້​ການໂຈມ​ຕີ​ທີ່​ຄາດ​ຫວັງ​ໄວ້​ນັ້ນ​ເກີດ​ຂຶ້ນ.

ນອກ​ນັ້ນ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພລັດ​ຖະບານ​ຍັງ​ໄດ້​ເພີ່ມ​ທະວີການ​ໂຈມ​ຕີ​ບັ້ນ​ທີ​
ສອງ​ຂຶ້ນ ​ໃນ​ວັນ​ອັງຄານ​ວານ​ນີ້​ ທີ່​ແຂວງ Idlib ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ
ເທດນັ້ນ.

XS
SM
MD
LG