ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

17 ຄົນເສຍຊີວິດ ທີ່ເມືອງໂຮມສ໌, ຊີເຣຍ (ເບິ່ງສະໄລດ໌)


ພາບຊາວຊີເຣຍຈຸນຶ່ງ ຢູ່ນອກໂຮງໝໍແຫ່ງນຶ່ງ ທີ່ຖືກໂຈມຕີ ໃນເຂດເມືອງໂຮມສໍ່,
ວັນທີ 6 ກຸມພາ 2012.
ພາບຊາວຊີເຣຍຈຸນຶ່ງ ຢູ່ນອກໂຮງໝໍແຫ່ງນຶ່ງ ທີ່ຖືກໂຈມຕີ ໃນເຂດເມືອງໂຮມສໍ່, ວັນທີ 6 ກຸມພາ 2012.

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາ​ຊົນ 17 ຄົນ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບບາດ​ເຈັບ​ອີກ​ຫລາຍ​ຄົນ​ໃນ​ການ​ຖີ້ມລະ​ເບີດໂຈມ​ຕີ​ຄັ້ງ​ໃໝ່​ໂດຍ​ກໍາລັງ​ລັດຖະບານ​ຊີ​ເຣຍ ຕໍ່​ເມືອງ Homs.

ຫລາຍໆສະຖານີ​ໂທລະພາບ​ດາວ​ທຽມ​ພາສາ​ອາຫຣັບ ​ໄດ້ຖ່າຍ​ທອດ​ຮູບ​ພາບ​ຈາກເມືອງ Homs ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ສະ​ແດງ​ໃຫ້​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ສູ່​ທ້ອງຟ້າ​ຈາກພວກ​ຕຶກ​ອາຄານ​ແຫ່ງ​ຕ່າງໆ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍໃນຄວາມ​ຮຸນ​ແຮງນັ້ນ.​ ການ​ໂຈມ​ຕີ​ເຫລົ່າ​ນີ້​ໄດ້​ມີ​ຂຶ້ນ​ໃນຫລາຍເຂດ​ຂອງ​ ເມືອງ​ Homs ບ່ອນ​ທີ່​ທໍ່​ລໍາລຽງ​ນໍ້າມັນ​ທໍ່​ນຶ່ງໄດ້ລະ​ເບີດ​ຂຶ້ນ​ເຊ່ນ​ກັນ​ນັ້ນ.

ໂທລະພາບ​ແຫ່ງ​ລັດ​ຊີ​ເຣຍກ່າວ​ວ່າ ພວກ​ແກ໊ງກໍ່​ການ​ຮ້າຍ​ແມ່ນ​ຢູ່​ເບື້ອງຫລັງຂອງ​ການ​ຖິ້ມ​
ລະ​ເບີດ​ນີ້.

ບໍ່​ມີ​ການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ​ເນື່ອງ​ຈາກ​ຊີ​ເຣຍ​ຫ້າມພວກ​ນັກ​ຂ່າວ​ທີ່​ເປັນ​ອິດ​ສະລະ​ ເຂົ້າ​ໄປ​ເອົາ​ຂ່າວ​ໃນປະ​ເທດ​.

ຄວາມ​ຮຸນ​ແຮງ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ຫລາຍ​ມື້ ຫລັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະ
ນຸດ​ລາຍງານ​ໃຫ້​ຊາບ​ ກ່ຽວ​ກັບອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ສັງຫານຜູ້​ຄົນ​ເປັນ​ໝູ່​ໃນ​ເມືອງ Homs ນັ້ນ ​ໂດຍ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 200 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ຂອງ​ຝ່າຍ​ລັດຖະບານ​ໃນຕອນ​ເດິກ​ແລງ​ວັນ​ສຸກຫາເຊົ້າວັນ​ເສົາຜ່ານ​ມາ​ນີ້ໃນ​ ອັນ​ທີ່ປາກົດ​ວ່າ
ເປັນ​ນຶ່ງ​ໃນ​ການ​ໂຈ​ມຕີ ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ຫລາຍ​ທີ່​ສຸດ​ໃນ​ການ​ລຸກ​ຮືຂຶ້ນ​ຕໍ່ຕ້ານ​ລັດຖະບາ​ນ
ມາເປັນ​ເວລາ 11 ​ເດືອນ​ແລ້ວນັ້ນ.

ເມືອງ Homs ​ໄດ້​ກາຍ​ເປັນ​ຈຸດສຸມຂອງ​ຝ່າຍ​ຄ້ານທີ່ຕໍ່ຕ້ານປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ.

ເອກອັກຄະລັດຖະທູດຈີນ ປະຈໍາສະຫະປະຊາຊາດ ທ່ານ Li Baodong ກ່າວປ້ອງກັນການໃຊ້ສິດວີໂຕ້ຮ່າງຍັດຕິກ່ຽວກັບຊີເຣຍ ທີ່ກອງປະຊຸມ ສະພາຄວາມໝັ້ນຄົງ, ວັນທີ 4 ກຸມພາ 2012. (AP Photo/Mary Altaffer)
ເອກອັກຄະລັດຖະທູດຈີນ ປະຈໍາສະຫະປະຊາຊາດ ທ່ານ Li Baodong ກ່າວປ້ອງກັນການໃຊ້ສິດວີໂຕ້ຮ່າງຍັດຕິກ່ຽວກັບຊີເຣຍ ທີ່ກອງປະຊຸມ ສະພາຄວາມໝັ້ນຄົງ, ວັນທີ 4 ກຸມພາ 2012. (AP Photo/Mary Altaffer)

ຂະນະ​ດຽວ​ກັນ ຈີນ​ໄດ້​ກ່າວ​ປ້ອງ​
ກັນອີກ​ຄັ້ງ​ນຶ່ງ ​ການ​ໃຊ້​ສິດ​ຍັບ​ຍັ້ງ
ຂອງ​ຕົນ ຕໍ່ຮ່າງ​ຍັດຕິຂອງ​ສະພາ​
ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​
ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ແກ່​
ແຜນການ​ສັນນິບາດ​ອາຫຣັບທີ່
ຮຽກຮ້ອງ​ໃຫ້​ທ່ານ Assad ​ໂອນ
ອໍານາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ​ນັ້ນ.
ທ່ານ Liu Weimin ​ໂຄສົກ​ປະ
ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ
ຍັງໄດ້ປະຕິ​ເສດ​ຕໍ່​ການ​ຕໍາ​ໜິຕິ
ຕຽນ​ທີ່​ວ່າຈີນເຂົ້າ​ຂ້າງ​ອໍານາດ​
ປົກຄອງ​ຂອງ​ປະທານາທິບໍດີ
ອັດຊາດໃນ​ບັນຫາ​ຂັດ​ແຍ້​ງກັນ​ນີ້.

ຈີນ​ແລະຣັດ​ເຊຍ ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​ຍັດຕິ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ສັນນິບາດ​ອາຫຣັບ
ໃນ​ວັນ​ເສົາ​ຜ່ານ​ມາ ອັນ​ເປັນ​ເຄື່ອນ​ໄຫວ​ທີ່​ບັນດາ​ລັດຖະບານ​ຝ່າຍ​ຕ​າ​ເວັນ​ຕົກພາກັນ​ຕໍາ​ໜິ
ຕິຕຽນ​ຢ່າງ​ໜັກ.

XS
SM
MD
LG