ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ຄົນເສຍຊີວິດ ໃນການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ຊີເຣຍ (ເບິ່ງວີດີໂອ)


ພວກປະທ້ວງຊີເຣຍຈໍານວນນຶ່ງແລ່ນໜີ ຫລັງຈາກແກວ່ງກະປ໋ອງແກສ
ໃສ່ຖະໜົນ Al Malaab ໃນເມືອງ Homs, ວັນທີ 6 ສິງຫາ 2011.
ພວກປະທ້ວງຊີເຣຍຈໍານວນນຶ່ງແລ່ນໜີ ຫລັງຈາກແກວ່ງກະປ໋ອງແກສ ໃສ່ຖະໜົນ Al Malaab ໃນເມືອງ Homs, ວັນທີ 6 ສິງຫາ 2011.

ປະຊາຊົນ​ຊີ​ເຣຍຫລາຍ​ໝື່ນ​ຄົນ​ພາກັນ​ໂຮມ​ຊຸມນຸນຕໍ່ຕ້ານ​ລັດຖະບານ ​ໃນ​ຂະນະ​ທີ່ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ຂະ​ຫຍາບ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ລັດຖະບານ​ອອກ​ອີກ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 15 ຄົນ​ເສຍ​ຊີວິດ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ພວກກໍາລັງຮັກສາ​ຄວາມ​ປອດ​ໄພ​ໃຊ້​ລູກປືນ​ແທ້​ຍິງ​ໃສ່​ພວກ​ປະ​ທ້ວງ​ນັ້ນ ຊຶ່ງ​ເຂົາ​ເຈົ້າ​ເວົ້າ​ວ່າ ພວກ​ທີ່​ເສຍ​ຊີວິດ​ເຫລົ່າ​ນີ້​ສ່ວນ​ຫລາຍ​ແມ່ນ​ມີ​ຂຶ້ນ​ຢູ່​ໃນ​ເຂດອ້ອມ​ແອ້ມ​ກຸງ​ Damascus ນັ້ນ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຍັງ​ໄດ້​ພາກັນ​ໂຮມ​ຊຸມ​ປະ​ທ້ວງ​ຢູ່​ໃນ​ຫົວ​ເມືອງ​ຕ່າງໆ​ເຊ່ນ​ກັນ ຮວມທັງ​ເມືອງ Homs, Dara’s, Deir al-Zour ​ແລະ​ເມືອງ Quamishli. ການ​ປະ​ທ້ວງ​ເຫລົ່າ​ນີ້​ມີ​ຂຶ້ນ​ໃນ​ວັນ​ສຸກທໍາ​ອິດ​ແຫ່ງ​ເດືອນ​ຖື​ສີນ​ຫລື Ramadan ຂອງ​ຊາວ​ມຸສລິ​ມນັ້ນ.

ໃນ​ຂະນະ​ດຽວ​ກັນ ລາຍ​ລະອຽດ​ຕ່າງໆ​ກໍາລັງ​ມີ​ຂຶ້ນ​ກ່ຽວ​ກັບ​ສະຖານະ​ການ​ໃນ​ເມືອງ ຮາ​ມາ ຊຶ່ງ​ເປັນ​ເມືອງ​ທີ່​ທະຫານ​ປິດ​ລ້ອມ​ມາ​ຕັ້ງ​ແຕ່​ວັນ​ອາທິດ​ແລ້ວ​ນີ້. ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຄົນ​ນຶ່ງ​ໃນ​ເມືອງ​ຮາ​ມາ ກ່າວ​ກັບ​ວີ​ໂອ​ເອ ພະ​ແນ​ກພາສາ​ເປີ​ເຊຍໃນ​ວັນ​ສຸກ​ວານ​ນີ້​ວ່າ ກໍາລັງຂອງ​ຝ່າຍ​ລັດຖະບານ​ໄດ້​ທໍາ​ການ​ຈັບ​ກຸມແລະ​ເຂັ່ນຂ້າ​ປະ​ຊາ​ຊົນມາ​ຢ່າງ​ບໍ່​ເລືອກ​ໜ້າ​ໃນ​ຂະນະ​ທີ່ພວກ​ກໍາລັງ​ເຫລົ່າ​ນີ້​ບຸກລຸກ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ນັ້ນ. ​ແຕ່​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຄົນ​ນີ້​ເວົ້າ​ວ່າ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ໂຮມ​ຊຸມນຸມ​ກັນຢູ່​ຕໍ່​ມາ​ໃນ​ວັນ​ສຸກ​ວານ​ນີ້​ເຖິງ​ແມ່ນ​ລັດຖະບານ​ທໍາ​ການ​ປາບ​ປາມ​ກໍ​ຕາມ.

ລາຍ​ງານ​ສື່​ມວນ​ຊົນ​ແຫ່ງ​ລັດ ກ່າວ​ວ່າ ລັດຖະບານ​ກໍາລັງ​ດໍາ​ເນີນງານເພື່ອ​ສ້າງ​ຕັ້ງ​ພວາ​ມສະຫງົບ​ຄືນ​ໃນ​ເມືອງ Homs ນັ້ນ​ຫລັງ​ຈາກ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ຈຸ​ນຶ່ງ​ທໍາ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ຮວມທັງການ​ສັງຫານ​ແລະ​ບ່ອນ​ທໍາ​ລາຍຂຶ້ນ​ນັ້ນ.

ລັດຖະບານ​ໄດ້​ຖິ້ມ​ໂທດ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້​ສ່ວນ​ຫລາຍ​ໃນ​ຊີ​ເຣຍໃສ່​ອັນ​ທີ່​ເອີ້ນ​ວ່າ ພວກ​ກໍ່​ການ​ຮ້າຍ​ແລະ​ແລະ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງນັ້ນ. ອົງການ​ຂ່າວ SANa ທີ່​ລັດຖະບານ​ຄວບ​ຄຸມ​ກ່າວ​ໃນ​ວັນ​ສຸກ​ວານນີ້​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ບໍ່​ຊາບ​ຊື່ວ່າ​ແມ່ນ​ຜູ້​ໃດ​ຫລື​ກຸ່ມ​ໃດ​ໄດ້​ດັກ​ສະກັດໂຈມ​ຕີໜ່ວຍ​ລາດ​ຕາ​ເວນ​ຂອງ​ລັດຖະບານ​ຈຸ​ນຶ່ງ​ຢູ່​ໃກ້ໆກັບ​ເມືອງ Maarat al-Numan ຊຶ່ງ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າທີ່ເສຍ​ຊີວິດ​ໄປ 2 ຄົນ​.

XS
SM
MD
LG