ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍປາບປາມ ພວກປະທ້ວງ ໜັກໜ່ວງຂຶ້ນເລື້ອຍໆ


ທ່ານ Walid al-Moallem ລັດຖະມົນຕີການຕ່າງປະເທດຊີເຣຍ (ນັ່ງຂ້າງຂວາ )ພົບປະກັບທ່ານ Jakob Kellenberger,ຫົວໜ້າຄະນະກໍາມາທິການສະພາກາແດງສາກົນ ທີ່ກຸງ Damascus, ຊີເຣຍ.
ວັນທີ 4 ກັນຍາ, 2011.
ທ່ານ Walid al-Moallem ລັດຖະມົນຕີການຕ່າງປະເທດຊີເຣຍ (ນັ່ງຂ້າງຂວາ )ພົບປະກັບທ່ານ Jakob Kellenberger,ຫົວໜ້າຄະນະກໍາມາທິການສະພາກາແດງສາກົນ ທີ່ກຸງ Damascus, ຊີເຣຍ. ວັນທີ 4 ກັນຍາ, 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍກ່າວ​ວ່າ ພວກກໍາລັງ​ຮັກສາຄວາມ​ປອດ
​ໄພ​ຂອງ​ລັດຖະບານ ​ໄດ້​ເຂັ່ນຂ້າ​ປະຊາຊົນ 2 ຄົນ ຫລັງ​ຈາກບຸກຖະລົ່ມ​ເຂົ້າ​ໄປ​ໃນ​ເມືອງ
Homs ​ໃນ​ການ​ສືບ​ຕໍ່​ປາບ​ປາມ​ພວກ​ຄັດຄ້ານ​ລັດຖະບານ​ນັ້ນ.

ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຫົວໜ້າ​ຄະນະ​ກໍາມາ​ທິການ​ສະພາກາ​ແດງ​ສາກົນ​ ກໍານົດ​ຈະ​ທໍາ​ການ​ພົບ​ປະ​ກັບ​ປະທານາທິບໍດີ Bashar al-Assad. ທ່ານ Jacob Kellenberger ຫົວໜ້າ​ຄະນະ​ກໍາມາ​ທິການ​ສະພາກາ​ແດງ​ສາກົນ ​ຫລື ICRC ​ໄດ້ພົບ​ປະ​ກັບທ່ານ Walid al-Moallem ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີ​ເຣຍທີ່ນະຄອນຫລວງ​ດາ​ມັສກັສ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຊຸກຍູ້​ໃຫ້​ມີການ​ສະໜອງການ​ຮັກສາພະຍາບານ​ແກ່​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ​ເຂົ້າ​ຫາ​ພວກ​ທີ່​ລັດຖະບານ​ຈັບ​ກຸມ​ໄວ້​ນັ້ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ​ພວກ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 12 ຄົນ​ໃນ​ວັນ​ອາທິດວານ​ນີ້​ ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ບ້ານ​ເຮືອນ​ຂອງ​ປະຊາຊົນ​ໃນ​ພວກ​ຫົວ​ເມືອງທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ທ່ີ​ປະສົບ​ກັບ​ຄວາ​ມວຸ້ນວາຍນັ້ນ ​ຮວມທັງ​ປະຊາຊົນ 8 ຄົນ​ໃນ​ແຂວງ Idlib ​ແລະອີກ 4 ຄົນ​ໃນ​ຂົງ​ເຂດ​ພາກ​ກາງ​ ໃກ້ໆ​ກັບ​ເມືອງ Hama ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້​ເຊ່ນ​ກັນ ອົງການ​ຂ່າວ​ SANA ຂອງທາງ​ການຊີ​ເຣຍ ​ລາຍ​ງານ​ວ່າ ພວກ​ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາ​ວຸດ​ຈໍານວນ​ນຶ່ງ​ໄດ້​ດັກ​ສະກັດ​ໂຈມ​ຕີ​ລົດ​ບັສຄັນ​ນຶ່ງ​ໃນ​ພາກ​ກາງຂອງ​ຊີ​ເຣຍ ​ເຮັດ​ໃຫ້​ທະຫານ 6 ຄົນ​ແລະ​ພົນລະ​ເຮືອນ 3 ຄົນ​ເສຍ​ຊີວິດ.

XS
SM
MD
LG