ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີເຣຍເລີ້ມ ໂຄງການໃຫ້ນິລະໂທດກໍາ ເປັນເວລາ ນຶ່ງສັບປະດາ ໃນມື້ນີ້.


ພວກເດີນຂະບວນປະທ້ວງຕໍ່ຕ້ານປະທານາທິບໍດີ Bashar al-Assad ທີ່ເມືອງ Hula ໃກ້ກັບເມືອງ Homs ,ຊີເຣຍ.
ວັນທີ 4 ພະຈິກ 2011D
ພວກເດີນຂະບວນປະທ້ວງຕໍ່ຕ້ານປະທານາທິບໍດີ Bashar al-Assad ທີ່ເມືອງ Hula ໃກ້ກັບເມືອງ Homs ,ຊີເຣຍ. ວັນທີ 4 ພະຈິກ 2011D

ລັດຖະບານຊີເຣຍເລີ້ມໂຄງການນິລະໂທດກໍາເປັນເວລາ 1 ສັບປະດາເຕັມໃນວັນເສົາ
ມື້ນີ້ ສໍາລັບພວກພົນລະເມືອງທີ່ໄດ້ຂາຍອາວຸດ ຫລືມີອາວຸດຢູ່ໃນຄວາມຄອບຄອງນັ້ນ.

ກະຊວງພາຍໃນປະກາດໂຄງການໃຫ້ນິລະໂທດກໍາໃຫ້ຮູ້ໃນວັນສຸກວານນີ້ ມື້ດຽວກັນ
ກັບມື້ທີ່ພວກນັກເຄື່ອນໄຫວກ່າວວ່າກໍາລັງຮັກສາຄວາມປອດໄພຂອງຊີເຣຍໄດ້ສັງ
ຫານພວກປະທ້ວງຕໍ່ຕ້ານລັດຖະບານໄປຢ່າງໜ້ອຍ 19 ຄົນ ທີ່ພາກັນໂຮມຊຸມນຸມ
ຕໍ່ຕ້ານລັດຖະບານໃນທົ່ວປະເທດ.

ລັດຖະບານກ່າວວ່າ ພາຍໃຕ້ໂຄງການນິລະໂທດກໍານີ້ ພວກປະຊາຊົນທີ່ໄດ້ທໍາການ
ຄາດຕະກໍາ ຈະຖືກປ່ອຍໂຕໂດຍໄວ ຫລັງຈາກພວກເຂົາເຈົ້າມາມອບໂຕຕໍ່ຕໍາຫລວດ
ແລະມອບອາວຸດຂອງພວກເຂົາເຈົ້າ.

ແຕ່ເຖິງຢ່າງໃດກໍຕາມ ທ່ານນາງ Victoria Nuland ໂຄສົກປະຈໍາກະຊວງການຕ່າງ
ປະເທດສະຫະລັດແນະນໍາຊາວຊີເຣຍບໍ່ໃຫ້ເຂົ້າໄປມອບໂຕຕໍ່ທາງການຊີເຣຍ.

XS
SM
MD
LG