ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍແລະຈີນ ຍັບຍັ້ງຮ່າງຍັດຕິ ສປຊ ວ່າດ້ວຍຊີເຣຍ (ເບິ່ງວີດີໂອ)


ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ນະຄອນນີວຢອກ.
ວັນທີ 5 ກຸມພາ 2012.
ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ນະຄອນນີວຢອກ. ວັນທີ 5 ກຸມພາ 2012.

ການ​ໃຊ້​ສິດ​ຍັບ​ຍັ້ງໂດຍຣັດ​ເຊຍ​ແລະ​ຈີນ​ຕໍ່​ຮ່າ​ງຍັດຕິ​ສະບັບ​ນຶ່ງຂອງ​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີ​ເຣຍ ທີ່ປະນາມການ​ປາບ​ປາມ​ຂອງ​ປະທານາທິບໍດີ Bashar al-Assad ຕໍ່ປະຊາຊົນ​ຂອງ​ທ່ານ​ແລະ​ຮຽກຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ ​ໄດ້​ຮັບ​ຄວາມ​ໂກດແຄ້ນ​ຢ່າງ​ຮ້າຍ​ກາດ​ຈາກ​ທົ່ວ​ໂລກ.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ຄວາມ​ລົ້ມ​ແຫລວ​ໃນ​ການ​ບໍ່​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະ​ບັບນີ້ ​ໂດຍ​ກ່າວ​ວ່າ ສະພາຄວາມ​ໝັ້ນ​ຄັງ​ໄດ້​ສູນ​ເສຍ​ໂອກາດ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຄັ້ງ​ນີ້​ເພື່ອຊ່ອຍຍຸດຕິວິ​ກິດ​ການ​ດັ່ງກ່າວ. 13 ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ສະພາ​ຄວາມ​ໜັ້ນຄົງ​ເຫັນ​ດີ​ນໍາ​ຮ່າງ​ຍັດຕິ​ດັ່ງກ່າວ ຮວມທັງ​ສະຫະລັດ ຝຣັ່ງ ແລະ​ເຢຍຣະມັນ.

ນາຍົກລັດຖະມົນຕີຕູນີ​ເຊຍ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຕັດ​ສາຍ​ພົວພັນ​ກັບ​ຊີ​ເຣຍ. ທ່ານ Hamadi Jebali ກ່າວ​ວ່າ ຕູ​ນີ​ເຊຍ​ເນລະ​ເທດ​ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະ​ຈໍາ​ປະ​ເທດ​ຂອງ​ຕົນ ​ແລະທ່ານ​ຮຽກຮ້ອງ​ໄປ​ຍັງ​ພວກ​ປະ​ເທດອາຣັບອື່ນໆ​ໃຫ້​ດໍາ​ເນີນ​ການໃນ​ທໍານອງ​ດຽວ​ກັນ.

ຫລັງ​ຈາກ​ສະພາ​ຄວາມ​ໝັ້ນ​ຄົງ​ລົງມະຕິ​ກັນ​ໃນ​ວັນ​ເສົາ​ວານ​ນີ້​ແລ້ວ ທ່ານນາງ Susan Rice ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ຂອງ​ກຸງ​ວໍ​ຊິງ​ຕັນ​ອອກ​ມາ ກ່ຽວ​ກັບ​ການ​ໃຊ້​ສິດ​ຍັບ​ຍັ້ງ​ຂອງຣັດ​ເຊຍ​ແລະ​ຈີນ. ​ເຖິງ​ຢ່າງ​ໃດ​ກໍ​ດີທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ສະຫະລັດ​ຈະ​ບໍ່​ຍິນ​ຍອມ​ກ່ຽວ​ກັບ​ເລື້ອງ​ຊີ​ເຣຍນີ້.

ເອກ​ອັກຄະ​ລັດຖະທູດ​ອັງກິດ​ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ Mark Lyall Grant ກ່າວ​ວ່າ ຣັດ​ເຊຍ​ແລະ​ຈີນ​ໄດ້​ຫັນ​ຫລັງ​ໃສ່​ໂລກ​ອາຣັບ ​ໂດຍ​ສະໜັບສະໜຸນ​ລະ​ບົບຜະເດັດ​ການ.

ທ່ານ Bashar Ja’afari ​ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະ​ຈໍາ​ສະຫະປະຊາ​ຊາດ​ກ່າວ​ຫາ​ພວກ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ​ວ່າ​ໃຫ້ການ​ສະໜັບສະໜຸນ​ອັນ​ທີ່ທ່ານ​ເອີ້ນ​ວ່າ ‘ພວກ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ນັ້ນ”.

ຣັດ​ເຊຍ​ກ່າວ​ປ້ອງ​ກັນ​ການ​ຕັດສິນ​ໃຈ​ຂອງ​ຕົນ​ວ່າ ພວກ​ສະມາຊິກ​ສະພາ​ຄວາມ​ໝັ້ນ​ຄົງ​ໄດ້​ບ່ອນ​ທໍາລາຍ​ໂອກາດ​ເພື່ອ​ການ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ການ​ເມືອງ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ອໍານາດ​ປົກຄອງ ​ແລະ​ຊຸກຍູ້​ໃຫ້​ພວກ​ຝ້າຍ​ຄ້ານ​ຂຶ້ນ​ກໍາ​ອໍານາດ.

ເອກ​ອັກຄະ​ລັດຖະທູດ​ຈີນ ທ່ານ Wang Min ສະໜັບສະໜຸນ​ທ່າ​ທີ​ຂອງ​ກຸງ​ມອສກູ ກ່ຽວ​ກັບ​ຮ່າງ​ຍັດຕິ​ດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ອີກ​ກ່ຽວ​ກັບ​ພາກສ່ວນ​ທີ່​ແຕກ​ແຍກ​ກັນ​ຢູ​ໃນ​ຮ່າງ​ຍັດຕິ​ນັ້ນ.

ເບິ່ງວີດີໂອລາຍງານພາສາອັງກິດ ເລື່ອງສະຫະລັດວ່າຊີເຣຍຫັນໄປຫາອິຣ໋ານ
ເພື່ອໃຫ້ຊ່ວຍຕົນຮັກສາອໍານາດໄວ້ ທ່າມກາງຄວາມກົດດັນຈາກນາໆຊາດ:

XS
SM
MD
LG