ໂຄສົກປະຈໍາທ່ານໂກຟີ ອັນນັນ ທູດພິເສດຂອງສະຫະປະຊາຊາດແລະສັນນິບາດອາຣັບ ກ່າວວ່າ ຊີເຣຍໄດ້ແຈ້ງໃຫ້ທ່ານຊາບວ່າ ຕົນໄດ້ເລີ້ມຖອນທະຫານອອກໄປຈາກ 3 ເຂດແລ້ວ ໃນຖານະເປັນພາກສ່ວນນຶ່ງຂອງແຜນການຢຸດຍິງ ທີ່ຊີເຣຍໄດ້ຮັບປາກວ່າຈະຈັດຕັ້ງປະຕິບັດພາຍໃນວັນທີ 10 ເມສາເດືອນນີ້.
ແຜນການດັ່ງກ່າວຮຽກຮ້ອງໃຫ້ທຸກພັກຝ່າຍຍຸດຕິຄວາມຮຸນແຮງພາຍໃນ 48 ຊົ່ວໂມງຂອງກໍານົດເວລາເສ້ນຕາຍ ແລະທ່ານ Ahmad Fawzi ໂຄສົກປະຈໍາທ່ານອັນນັນ ກ່າວຕໍ່ບັນດານັກຂ່າວທີ່ນະຄອນເຈນີວາໃນວັນພະຫັດມື້ນີ້ວ່າ ທ່ານອັນນັນຄາດໝາຍວ່າ ຈະມີການຢຸດຍິງກັນຢ່າງສິ້ນເຊີງພາຍໃນເວລານັ້ນ.
ທ່ານ Fawzi ກ່າວເຊ່ນກັນວ່າ ພວກປະເທດສະມາຊິກຂອງສະຫະປະຊາຊາດກໍາລັງຖືກຂໍຮ້ອງໃຫ້ສົ່ງທະຫານ ໄປປະກອບສ່ວນໃນກອງກໍາ ລັງຕິດຕາມເບິ່ງການຢຸດຍິງ ຊຶ່ງເປັນການເຄື່ອນໄຫວອັນນຶ່ງທີ່ບົ່ງໄວ້ໃນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດນັ້ນ.
ທີມຮັກສາສັນຕິພາບສະຫະປະຊາຊາດຈຸນຶ່ງກໍາລັງມຸ່ງໜ້າໄປຍັງຊີເຣຍ ເພື່ອທໍາການໂອ້ລົມສົນທະນາກັນ ເລື້ອງພາລະກິດທີ່ອາດເປັນໄປໄດ້ໃນການຕິດຕາມເບິ່ງການຢຸດຍິງນັ້ນ.
ຂະນະດຽວກັນ ບັນດານັກເຄື່ອນໄຫວດ້ານສິດທິມະນຸດແຈ້ງໃຫ້ຊາບວ່າ ມີການລະດົມຍິງປືນໃຫຍ່ແລະຍິງຕໍ່ສູ້ກັນຢ່າງໜັກ ເກີດຂຶ້ນໃນວັນພະຫັດມື້ນີ້ ຢູ່ໃນເມືອງ ດູມາ ເຂດຊານເມືອງຫລວງດາມັສກັສ ແລະມີການຕໍ່ສູ້ກັນຕື່ມອີກໃນແຂວງ Aleppo ໃນພາກເໜືອຂອງປະເທດໃກ້ໆກັບຊາຍແດນເທີກີນັ້ນ.
ອົງການຮັບມືກັບໄພພິບັດຂອງເທີກີ ກ່າວໃນວັນພະຫັດມື້ນີ້ວ່າ ປະຊາຊົນຊີເຣຍໃນຈໍານວນຫຼາຍກວ່າ 1600 ຄົນ ໄດ້ຫຼົບໜີເຂົ້າໄປອາໄສຢູ່ໃນເທີກີ ໃນລະຫວ່າງ 2 ມື້ຜ່ານມານີ້.
ພວກສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດກໍກໍາລັງພິຈາລະນາອອກຖະແຫຼງການສະບັບນຶ່ງຂອງປະທານສະພາ ສະແດງຄວາມເປັນຫ່ວງອອກມາຢ່າງເລິກເຊິ່ງ ຕໍ່ການທີ່ຊີເຣຍຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງຢຸດຍິງນັ້ນ.
ໃນຮ່າງຖະແຫລງການທີ່ວີໂອເອໄດ້ຮັບນັ້ນ ສະພາຄວາມໝັ້ນຄົງຍັງຮຽກຮ້ອງເຊ່ນກັນ ໃຫ້ລັດຖະບານຂອງປະທານາທິບໍດີ Bashar al-Assad ຢຸດເຊົາໃຊ້ພວກອາວຸດໜັກ ແລະຖອນກໍາລັງທະຫານອອກຈາກເຂດທີ່ມີປະຊາຊົນອາໄສຢູ່ໃນທັນທີ ແລະຢ່າງທີ່ສາມາດພິສູດໄດ້.