ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສັນນິບາດອາຫຣັບຮັບຜ່ານ ມາດຕະການລົງໂທດ ຕໍ່ຊີເຣຍ


ບັນດາລັດຖະມົນຕີຕ່າງປະເທດແຫ່ງສັນນິບາດຊາດອາຫຣັບ ປະຊຸມກັນເພື່ອຮັບຮອງເອົາມາດຕະການ
ລົງໂທດຕໍ່ຊີເຣຍ ໃນວັນອາທິ ທີ 27 ພະຈິກ, ວານນີ້ ນະຄອນຫລວງໄຄໂຣ ປະເທດອີຈິບ
ບັນດາລັດຖະມົນຕີຕ່າງປະເທດແຫ່ງສັນນິບາດຊາດອາຫຣັບ ປະຊຸມກັນເພື່ອຮັບຮອງເອົາມາດຕະການ ລົງໂທດຕໍ່ຊີເຣຍ ໃນວັນອາທິ ທີ 27 ພະຈິກ, ວານນີ້ ນະຄອນຫລວງໄຄໂຣ ປະເທດອີຈິບ

ບັນດາລັດ​ຖະມົນຕີ​ຕ່າງປະ​ເທດແຫ່ງ​ສັນນິບາ​ດຊາດ​ອາ​ຫຣັບ ​ໄດ້ຮັບຮອງ​ເອົາມາດຕະການ
ລົງ​ໂທດຕໍ່​ຊີ​ເຣຍຢ່າງ​ບໍ່ເຄີຍ​ເຮັດມາ​ກ່ອນ ໃນ​ວັນ​ອາທິດ​ວານ​ນີ້ ​ ລຸນ​ຫລັງ​ທີ່​ລັດຖະບານກຸງ​
ດາ​ມັສກັສ ບໍ່​ຍອມຮັບ​ເອົາ​ແຜນການ​ຂອງ​ສັນນິບາດທີ່​ຈະ​ ​ສົ່ງ​ພວກ​ນັກ​ກວດກາ​ ໄປ​ຕິດຕາມ
ເບິ່ງການ​ກວາດ​ລ້າງ​ຂອງ​ລັດຖະບານ​ຊີ​ເຣຍ ຕໍ່​ການ​ລຸກ​ຮືຂຶ້ນຂອງ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ນັ້ນ.

ລຸນ​ຫລັງກອງ​ປະຊຸມ​ທີ່ນະຄອນຫລວງ​ໄຄ​ໂຣ ​ປະ​ເທດ​ອີ​ຈິບ ລັດຖະມົນຕີ​ກະ ຊວງ​ການ​ຕ່າງປະ​ເທດຂອງ​ປະ​ເທດ ກາ​ຕາຣ ທ່ານ ຫາ​ມາດ ບິນ ຈັສຊິ​ມ ​ແຈບ​ເບີ ອາລ-ທານີ ​ເວົ້າວ່າ 19 ປະ​ເທດໃນ​ຈໍານວນ 22 ປະ​ເທດ​ສະມາຊິກ​ຂອງສັນນິບາ​ດຊາດ​ອາ​ຫຣັບ ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ໃຫ້ທໍາການ​ລົງ​ໂທດ​ດັ່ງກ່າວ. ອີຣັກ ​ແລະ​ເລ​ບາ​ນອນ​ ​ບໍ່ໄດ້​ອອກສຽງ. ທ່ານ ຈັສຊິ​ມ ​ແຈບ​ເບີ ອາລ-ທານີ ຍັງ​ໄດ້​ກ່າວ​ເພີ້ມອີກ​ວ່າ ການ​ລົງ​ຄະ​ແນນ​ສຽງນີ້ ຈະ​ມີ​ຜົນ​ກະທົບ ດັ່ງ​ທີ່​ໄດ້​ຫວັງ​ໄວ້ ​ເຖິງ​ແມ່ນ​ວ່າ ອາດ​ຈະ​ບໍ່​ໄດ້​ຖືກນໍາ​ມາ​ໃຊ້ກໍ​ຕາມ ຕາບ​ໃດ​ທີ່​ ຊີ​ເຣຍຕົກລົງທີ່​ຈະ​ເຊົາ​ປາບ​ປາມພວກ​ພົນລະ​ເຮືອນ.

ມາດຕະການ​ລົງ​ໂທດ​ລວມມີ ການ​ກັກ​ຊັບ​ສິນ​ຂອງ​ບັນດາ​ຜູ້​ນໍາ​ຊີ​ເຣຍ ທີ່​ມີຢູ່​ໃນ​ບັນດາ​ປະ​ເທດ​ອາຫຣັບ, ໂຈະ​ການ​ຮ່ວມ​ມື​ກັບ​ທະນາຄານ​ກາງຂອງ​ຊີ​ເຣຍ, ​ ຫ້າມພວກເຈົ້າໜ້າທີ່ຂັ້ນສູງ​ຂອງ​ຊີ​ເຣຍ ​ບໍ່​ໃຫ້​ໄປ​ຢ້ຽມຢາມ​ພວກ​ປະ​ເທດ​ສະມາ ຊິກ​ສັນ​ນິ​ບາດ​ ​ແລະ​ບໍ່​ໃຫ້​ປະ​ເທດ​ສະມາຊິກ​ສັນ​ນິ​ບາດໄປລົງທຶນ ​ແລະ​ທໍາ​ການຄ້າຂາຍ​ກັບ​ກຸງ​ດາ​ມັສກັສ.

ຫົວໜ້າສັນນິບາ​ດຊາດ​ອາ​ຫຣັບ ທ່ານ​ນາ​ບິນ ອາລ-ອາ​ຣັບບີ ​ເວົ້າວ່າ ຈະ​ມີ ການ​ໃຊ້ຄວາມ​ລະມັດລະວັງ​ເປັນ​ພິ​ເສດ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ການ​ລົງ​ໂທດ​ທາງ​ເສດຖະກິດດັ່ງກ່າວ ຈະບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ພົນລະ​ເມືອງ​ຊີ​ເຣຍ ​ຫລື ບັນດາ​ປະ​ເທດອ້ອມ​ຂ້າງຊີ​ເຣຍນັ້ນ.

ບັນດາລັດ​ຖະມົນຕີ​ຕ່າງປະ​ເທດດັ່ງກ່າວ ຍັງ​ໄດ້​ເຫັນ​ພ້ອມ​ນໍາ​ກັນ​ວ່າ ຈະ​ປະຊຸມ​ກັນ​ອີກໃນ​ວັນ​ເສົາ​ທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອ​ທົບ​ທວນ​ເບິ່ງ​ຜົນ​ກະທົບ​ຂອງ​ການ​ລົງ​ໂທດ​ດັ່ງກ່າວ ​ແລະພິຈາລະນາ​ເບິ່ງ​ວ່າ ຄວນຈະ​ແກ່ຍາວ​ການ​ລົງ​ໂທດ​ດັ່ງກ່າວ​ອອກ​ໄປ​ຫລືບໍ່.

ການ​ຮັບຮອງ​ເອົາມາດ​ຕະການເຫລົ່ານີ້ ​ແມ່ນ​ສົ່ງ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ຕໍ່​ຊີ​ເຣຍ ຊຶ່ງເປັນ​ປະ​ເທດ​ທີ່​ພູມ​ໃຈ​ຕົນ​ເອງວ່າ​ເປັນ​ແຫ​ລ່ງ​ແຫ່ງ​ຊາດ​ນິຍົມ​ອາຫຣັບ​ມາ​ເປັນ​ເວລາ​ດົນ​ນານນັ້ນ. ນອກ​ນີ້​ແລ້ວ ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາທິດ ຜ່ານ​ມາ ​ແມ່ນ​ເປັນ​ຂີດໝາຍຄັ້ງທໍາ​ອິດ ​ໃນ​ປະຫວັດສາດ 66 ປີ ​ຂອງ​ສັນ​ນິບາດ​ຊາດອາຫຣັບ ທີ່​ອົງການ​ນີ້​ທໍາ​ການ​ລົງ​ໂທດທາງ​ເສດຖະກິດ ​ແລະ​ການ​ເມືອງ​ຕໍ່ປະ​ເທດສະມາຊິກໃດ​ນຶ່ງຂອງຕົນ.

XS
SM
MD
LG