ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງລັດຖະບານ ເສຍຊີວິດຕື່ມອີກ 4 ຄົນ ໃນຊີເຣຍ


ພວກປະທ້ວງຄົນນຶ່ງຍົກປຶ້ມຄໍາພີ Koran ຂຶ້ນໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ປ. Bashar al-Assad ຢູ່ນອກສະຖານກົງສູນຂອງຊີເຣຍ ທີ່ກຸງ Istanbul, ວັນທີ 3 ສິງຫາ 2011.
ພວກປະທ້ວງຄົນນຶ່ງຍົກປຶ້ມຄໍາພີ Koran ຂຶ້ນໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ປ. Bashar al-Assad ຢູ່ນອກສະຖານກົງສູນຂອງຊີເຣຍ ທີ່ກຸງ Istanbul, ວັນທີ 3 ສິງຫາ 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ສັງຫານ​ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 4 ຄົນ​ຫລັງ​ຈາກການ​ສວດ​ມົນ​ພາວະນາ​ໃນ​ຍາມແລງ ​ໃນ​ການສືບ​ຕໍ່​ການ​ປາບ​ປາມ ທີ່ໄດ້​ຮັບ​ການ​ປະນາມ​ຈາກ​ສະພາ​ຄວາ​ມໜັ້ນຄົງ​ສະຫະ​ປະຊາ​ຊາດ​ ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວກ່າວ​ວ່າ ພວກ​ທະຫານ​ຊີ​ເຣຍ​ໄດ້​ທໍາ​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ທີ່​ຄັດຄ້ານ​
ລັດຖະບານ​ປະທານາທິບໍດີ Bashar Al-Assad ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ ໃນ​ນະຄອນຫລວງ
Damascus ​ແລະໃນ​ເມືອງ Palmyra ​ທາງ​ພາກ​ກາງ​ປະ​ເທດ​.

ໃນ​ວັນ​ພຸດ​ວານ​ນີ້ ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ປະນາມລັດຖະບານ​ຊີ​ເຣຍ ທີ່​
ທໍາ​ການ​ໂຈມ​ຕີ​ຕໍ່​ພວກ​ພົນລະ​ເຮືອນ ​ແລະ​ທໍາ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ແຜ່​ຫລາຍ​ນັ້ນ.
ຖະແຫລ​ງການ​ຂອງສະພາ​ຄວາມ​ໝັ້ນຄົງ​ ຮຽກຮ້ອງ​ໃຫ້​ພວກ​ຮັບຜິດຊອບໃນ​ທຸກ​ພັກ​ຝ່າຍ​
ໃຫ້​ຮັບ​ຜິດຊອບ​ຕໍ່​ການ​ກະທໍາ​ຂອງ​ຕົນ. ແຕ່​ຢູ່​ໃນຖະແຫລ​ງການບໍ່​ໄດ້ມີ​ຄໍາ​ຮຽກຮ້ອງ​ຫລື​
ການ​ລົງໂທດທີ່​ມີ​ຜົນ​ໃຊ້​ບັງຄັບ​ແຕ່​ຢ່າງໃດ ​ແລະ​ບໍ່​ໄດ້​ສະ​ເໜີ​ຊື່​ພວກ​ຄະນະ​ນໍາພາ​ຂອງ​ຊີ​ເຣຍ​
ໄປ​ຍັງສານ​ອາຊະ​ຍາ​ກໍາ​ນາໆຊາດ ດັ່ງ​ທີ່​ພວກ​ກຸ່ມ​ຝ່າ​ຍຄ້ານ​ໄດ້​ຮຽກຮ້ອງ​ໄປ​ນັ້ນ.

ສະຫະລັດ​ແລະ​ບັນດາພັນທະ​ມິດໃນ​ສະພາ​ຄວາມ​ໝັ້ນຄົງ ໄດ້​ຮຽກຮ້ອງ​ໃຫ້​ມີ​ການຮັບ​ຜ່ານ​
ຮ່າງຍັດຕິ​ ທີ່​ມີ​ຜົນ​ບັງຄັບ​ໃຊ້ໄດ້ຕາມ​ກົດໝາຍ​ສາກົນ ​ແຕ່ຣັດ​ເຊຍ​ແລະ​ພວກ​ປະ​ເທດ​ສະມາ
ຊິກຊົ່ວຄາວໃນ​ສະພາ​ຄວາມ​ໝັ້ນຄົງ ຄື ບຣາຊີ​ລ ອິນ​ເດຍ​ແລະ​ອາ​ຟຣິກາ​ໃຕ້ບໍ່​ຍອມ​ສະໜັບ
ສະໜຸນ​. ເລ​ບາ​ນອນຊຶ່ງ​ເປັນ​ເພື່ອນ​ບ້ານແລະພັນທະ​ມິດ​ທີ່​ໃກ້ຊິດ​ຂອງ​ຊີ​ເຣຍ ບໍ່​ໄດ້​ຂັດ
ຂວາງ​ຄໍາ​ຖະ​ແຫລງ​ປະນາມ​ຊີ​ເຣຍ ​ແຕ່ກໍ​ບໍ່​ຍອມ​ມີ​ສ່ວນຮ່ວມໃນ​ການ​ຮ່າງ​ຄໍາຖະ​ແຫລ​ງນັ້​ນ.

XS
SM
MD
LG