ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດ ຊີເຣຍ ກໍານົດເສ້ນຕາຍ ໃຫ້ ປ. ອັສສັດ


ພັນເອກ Qassim Saadeddine ແຫ່ງກອງທັບເສລີຊີເຣຍ.
ວັນທີ 31 ພຶດສະພາ 2012
ພັນເອກ Qassim Saadeddine ແຫ່ງກອງທັບເສລີຊີເຣຍ. ວັນທີ 31 ພຶດສະພາ 2012












ຜູ້​ບັນຊາ​ການ​ກຸ່ມ​ກະບົດ​ຊີ​ເຣຍກ່າວ​ວ່າ ກໍາລັງ​ຂອງ​ທ່ານ​ຈະຍົກ​ເລີກ​ຂໍ້ຕົກລົງ​ຢຸດ​ຍິງ​ກັບ​ຝ່າຍ​ລັດຖະບານ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ຖ້າ​ປະທານາທິ ບໍດີ Bashar al-Assad ​ບໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ແລະ​ເງື່ອນ​ໄຂ​ອື່ນໆຂອງ​ແຜນການ​ສັນຕິພາບສະຫະ​ປະຊາ​ຊາດ​ນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່​ພິມເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ​ໃນ​ວັນ​ພະຫັດ ມື້​ນີ້ ພັນ​ເອກ Qassim Saadeddine ແຫ່ງ​ກອງທັບຊີ​ເຣຍ​ເສລີ​ໄດ້ຍື່ນ​ກໍານົດ​ເວລາ​ເສ້ນຕາຍ​ໃຫ້​ທ່ານ​ອັສສັສ​ໃນ​ຕອນ​ທ່ຽງ​ວັນ​ສຸກ​ມື້​ອື່ນຕາມ​ເວລາ​ໃນ​ທ້ອງ​ຖິ່ນ​ເພື່ອ​ໃຫ້​ເລີ້ມ​ທໍາ​ການ​ເຄື່ອນ​ໄຫວປະຕິບັດ​ຕາມ​ຄໍາໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ໄດ້​ໃຫ້​ໄວ້​ກັບ​ທ່ານ​ໂກ​ຟີ ອັນ​ນັນ ​ທູດ​ພິ​ເສດສະຫະ​ປະຊາ​ຊາດ​ນັ້ນ. ຜູ​ບັນຊາ​ການ​ກອງທັບ​ຝ່າຍ​ກະບົດ​ກ່າວ​ຕື່ມວ່າ​ກໍາລັງ​ຂອງ​ທ່ານ​ຈະ​ບໍ່​ປະຕິບັດ​ຕາມ​ແຜນການ​ສັນຕິພາບຂອງ​ທ່ານ​ອັນ​ນັນ​ອີກ​ ຖ້າ​ປະທານາທິບໍດີ​ຊີ​ເຣຍຫາ​ກບໍ່ໃຫ້ການ​ເຄົາລົບຂໍ້​ຕົກລົງ​ດັ່ງກ່າວ.

ກອງທັບຊີ​ເຣຍ​ເສລີ ຫຼື FSA ​ເປັນ​ກອງທັບ​ກຸ່ມ​ກະບົດ ​ທີ່​ມີ​ການຈັດ​ຕັ້ງກັນ​ຂຶ້ນ​ທີ່​ບໍ່​ແໜນໜາ ​ແລະ​ປະກອບ​ອາວຸດ​ເລັກ​ນ້ອຍ ​ສ່ວນ​ໃຫຍ່ແມ່ນ ປະກອບດ້ວຍພວກ​ທະຫານ​ຊີ​ເຣຍທີ່​ໂຕນ​ໜີ​ຈາກ​ລັດຖະບານ ​ແລະ​ໄດ້​ນໍາພາ​ໃນ​ການ​ລຸກ​ຮື​ຂຶ້ນມາ​ໄດ້ 15 ​ເດືອນ​ແລ້ວ ​ເພື່ອ​ຢຸດຕິ​ການ​ຄອງ​ອໍານາດ​ຂອງ​ທ່ານ​ອັສສັສມາ​ໄດ້ 11 ປີ​ແລ້ວ​ນັ້ນ. ລັດຖະບານ​ຊີ​ເຣຍ ແລະ​ພວກ​ກະບົດ​ໄດ້​ຕົກລົງຢຸດ​ຍິງ​ກັນພາຍ​ໃຕ້​ການ​ໄກ່​ເກ່ຍ​ຂອງທ່ານ​ໂກ​ຟີ ອັນ​ນັນ ​ໃນ​ເດືອນ​ແລ້ວ​ນີ້ ​ແຕ່​ການ​ສູ້​ລົບ​ກັນ​ຍັງ​ດໍາ​ເນີນຢູ່​ຕໍ່​ມາ ຊຶ່ງ​ແຕ່ລະ​ຝ່າຍ​ຕ່າງ​ກໍກ່າວ​ຫາ​ອີກ​ຝ່າຍ​ນຶ່ງວ່າ​ ລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ ທະຫານ​ຂອງ​ຝ່າຍ​ລັດຖະບານ​ໄດ້​ຍິງ​ປືນ​ໃຫຍ່​ແລະ​ປືນ​ກົນ​ໃສ່​ເມືອງ ຮູ​ລາ ​ໃນ​ພາກ ກາງຂອງ​ຊີ​ເຣຍ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ສັງຫານ​ປະຊາຊົນ​ຄົນ​ນຶ່ງ ​ໃນ ເວລາ​ເກືອບ 1 ສັບປະດາ​ຫຼັງ​ຈາກ​ພວກ​ພົນລະ​ເຮືອນ 108 ຄົນຖືກ​ສັງຫານ​ໝູ່​ຢູ່ໃນ​ຂົງ​ເຂດ ​ໃນ​ການ​ໂຈມ​ຕີ​ບັ້ນ​ນຶ່ງ​ທີ່​ໄດ້​ກະ​ຕຸ້ນ​ໃຫ້ນາໆ​ຊາດ​ເກີດ​ຄວາມໂກດ​ແຄ້ນ​ແລະ​ປະນາມ​ເຫດການ​ດັ່ງກ່າວ​.

ທ່ານ​ນາງ Sausan Ghosheh ​ໂຄສົກ​ຂອງ​ສະຫະ​ປະຊາ​ຊາດປະຈຳ​ກຸງ​ດາ​ມັສກັສກ່າວ​ຕໍ່​ວີ​ໂອ​ເອວ່າພວກ​ນັກສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ ທີ່​ປະຕິບັດ​ງານ​ຢູ່​ໃກ້ໆ​ກັບ​ເມືອງ Homs ພວມ​ເດີນທາງ​ໄປ​ຍັງ​ເມືອງຮູ​ລາ ​ເພື່ອ​ພິສູດ​ຄວາມ​ຈິງຕໍ່​ລາຍ​ງານທີ່​ວ່າ​ມີ​ການ​ໂຈມ​ຕີ​ກັນ​ຄືນ​ອີກ​ນັ້ນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ເຣຍຈັດ​ຕັ້ງ​ປະຕິບັດຕາມ​ຄໍາ​ໝັ້ນ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ໃນ​ແຜນການ​ສັນຕິພາບ​ນັ້ນ. ​ໃນ​ການຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ໂຟຣອມທີ່​ນະຄອນ​ອິສຕັງ​ບູລ ທ່ານພັນ​ກິ​ມູນກ່າວ​ວ່າ ພວກນັກ​ສັງ​ເກດ​ການ​ທະຫານ​ເກືອບ 300 ຄົນ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ ບໍ່​ໄດ້​ໜາຍ​ຄວາມ​ວ່າ ​ເປັນ​ນັກ​ສັງ​ເກດ​ການທີ່​ມີ​ບົດບາດ​ແບບ​ເສີຍ​ເມີ​ຍ​ຕໍ່ການ​ກໍ່​ໂທດ​ກຳ​ທີ່ໂຫດຮ້າຍ​ຊົ່ວ​ຊ້າ​ເຫຼົ່າ​ນີ້ ​ແລະກ່າວ​ຕໍ່​ໄປ​ວ່າ ການ​ສົ່ງ​ພວກ​ນັກສັ​ງ​ເກດ​ການ​ເຫຼົ່າ​ນີ້​ໄປ ກໍ​ແມ່ນ​ເພື່ອ​ວ່າ ພວກ​ກໍ່​ໂທດ​ກຳ​ເຫຼົ່າ​ນີ້​ອາດ​ຈະຕ້ອງ​ເປັນ​ຜູ້​ຮັບຜິດຊອບ​.

XS
SM
MD
LG