ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊີເຣຍຍຶດໄດ້ອາວຸດ ທີ່ລັກລອບເຂົ້າມາຈາກ ເທີກີ


ອົງການຂ່າວທາງການ SANA ຂອງຊີເຣຍວາງສະແດງອາວຸດທີ່
ທາງການຍຶດໄດ້ໃນແຂວງ Homs, ຊີເຣຍ.
ວັນທີ 3 ຕຸລາ 2011.
ອົງການຂ່າວທາງການ SANA ຂອງຊີເຣຍວາງສະແດງອາວຸດທີ່ ທາງການຍຶດໄດ້ໃນແຂວງ Homs, ຊີເຣຍ. ວັນທີ 3 ຕຸລາ 2011.

ຊີ​ເຣຍກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຂອງ​ຕົນຍຶດອາວຸດ​ໄດ້​ຈໍານວນ​ນຶ່ງ​ທີ່​ລັກລອບເອົາເຂົ້າ​ມາຈາກເທີກີ ປະ​ເທດ​ເພື່ອນ​ບ້ານ​ຂອງ​ຊີ​ເຣຍນັ້ນ.

ອົງການ​ຂ່າວ Sana ຂອງ​ທາງ​ການ​ຊີ​ເຣຍກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ອາວຸດ​ເຫລົ່າ​ນີ້​ແມ່ນ​ຮວມທັງ​ປືນ​ລ່າ​ສັດ ​ແລະ​ປືນເລັກ​ຍາວ Kalashnikov ຫລາຍ​ກວ່າ 150 ກະບອກ ພ້ອມ​ທັງ​ພວກ​ປືນ​ຍິງລະ​ເບີດ​ທີ່​ຕິດ​ຫົວຈະ​ຫລວດ​ຫລາຍ​ກະບອກ.

ລາຍ​ງານ​ຂ່າວ​ນີ້​ມີ​ຂຶ້ນ 1 ມື້​ຫລັງ​ຈາກ​ອົງການ​ຂ່າວ SANA ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ທີ່​ປະ​ສົບ​ກັບ​ບັນຫາ​ຫຍຸ້ງ ຍາກນັ້ນ ​ໄດ້​ສັງຫານ​ລູກ​ຊາຍ ​ໄວ 21 ປີ​ຂອງນັກບວດມຸສລິ​ມນິກາຍ​ຊຸນ​ນີຂັ້ນ​ສູງ​ສຸດຂອງ​ປະ​ເທດ​ ໃນ​ການ​ດັກ​ໂຈມ​ຕີ​ບັ້ນ​ນຶ່ງ. ນັກບວດ Grand Mufti Ahmad Badreddine ຖື​ວ່າ​ເປັນ​ຜູ້​ສະໜັບສະໜຸນ​ ທີ່​ໃກ້ຊິດ​ຂອງ​ລັດຖະບານ​ປະທານາທິບໍດີ Bashar al-Assad ​ແລະ​ໄດ້​ສະ​ແດງ ຄວາມ​ເຫັນ​ພ້ອມ​ກັບ​ລັດຖະບານ​ວ່າ ຄວາມ​ວຸ້ນວາຍ​ໃນ​ຊີເຣຍແມ່ນເປັນ ຜົນ​ມາ​ຈາກການ​ຮວມຫົວ​ກັນ​ຄົບ​ຄິດ​ວາງ​ແຜນຂອງ​ຕ່າງ​ຊາດ.

ຊີ​ເຣຍ​ໄດ້​ໃຊ້ກໍາລັງ​ທະຫານ​ມາ​ໄດ້​ເກືອບ 7 ​ເດືອນ​ ​ເພື່ອ​ປາບປາມພວກ​ເດີນ​ຂະ​ບວນປະ​ທ້ວງ​ຝ່າຍຄ້ານ​ ທີ່​ໄດ້​ດໍາ​ເນີນ​ໄປຢ່າງ​ສັນຕິ​ເປັນ​ສ່ວນ​ໃຫຍ່ ຮຽກຮ້ອງ​ໃຫ້ທ່ານ Assad ທີ່​ປົກຄອງ​ປະ​ເທດແບບ​ຜະເດັດ​ການ​ມາ​ເປັນ​ເວລາ 11 ປີ​ນັ້ນ ​ລາ​ອອກ​ຈາກ​ອໍານາດ​.

ພວກ​ກຸ່ມ​ຝ່າຍ​ຄ້ານ​ໃຫຍ່ໆ​ໃນ​ຊີ​ເຣຍກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ສະພາ​ແຫ່ງຊາດ ​ທີ່​ມີ​ພື້ນຖານ​ອັນ​ກວ້າງ​ຂວາງ​ຂຶ້ນ ເພື່ອເຕົ້າໂຮມ​ຄວາມ​ພະຍາຍາມ​ຢ່າງເປັນ​ເອກະ​ພາບ​ກັນ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ທ່ານ Assad ທີ່ພວກ​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ ຜັກ​ດັນ ປະ​ເທດ​ໃຫ້​ຕົກຍູ່​ໃນ​ສະພາບ​ໃກ້​ຈະ​ເກີດ​ສົງຄາມ​ກາງ​ເມືອງແລ້ວນັ້ນ.

XS
SM
MD
LG