ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊີເຣຍຮັບເອົາ ແຜນການຂອງ ສັນນິບາດອາຫຼັບ


ພວກປະທ້ວງຕໍ່ຕ້ານລັດຖະບານຫາມຫີບສົນຂອງພວກຊາວບ້ານ
ມຸສລິມນິການຊຸນນີທີ່ໄດ້ເສຍຊິວິດໄປໃນເຂດ ນຶ່ງໃກ້ກັບເມືອງ Homs, ຊີເຣຍ.
ວັນທີ 3 ພະຈິກ 2011.
ພວກປະທ້ວງຕໍ່ຕ້ານລັດຖະບານຫາມຫີບສົນຂອງພວກຊາວບ້ານ ມຸສລິມນິການຊຸນນີທີ່ໄດ້ເສຍຊິວິດໄປໃນເຂດ ນຶ່ງໃກ້ກັບເມືອງ Homs, ຊີເຣຍ. ວັນທີ 3 ພະຈິກ 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມສະຫງົບ​ຂອງ​ຊີ​ເຣຍ​ໄດ້​ສັງຫານ​ປະຊາຊົນ 3 ຄົນ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ​ລັດຖະບານ​ຕົກລົງ​ຮັບເອົາແຜນ ການ​ອັນ​ນຶ່ງ​ທີ່​ຮຽກຮ້ອງ​ໃຫ້ລັດຖະບານ​ຍຸດຕິການໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ລັດຖະບານຝ່າຍຄ້ານ​ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ດັ່ງກ່າວ​ເວົ້າ​ວ່າ ການ​ຕາຍ​ຂອງ​ພວກ​ປະຊາຊົນ​ທີ່ວ່າ​ນີ້​ມີ​ຂຶ້ນ​ໃນ​ຂົງ​ເຂດເມືອງ Homs ບ່ອນ​ທີ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ເຊ່ນ​ກັນ​ວ່າ ມີ​ການ​ຍິງ​ປືນ​ໃຫຍ່​ໃສ່ກັນ​ຢ່າງ​ໜັກ​ນັ້ນ. ​ແຕ່​ລາຍ​ງານ​ຂ່າວທີ່​ວ່າ​ນີ້​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ອື່ນໆ.

ອົງການ​ຂ່າວ DPA ຂອງ​ເຢຍຣະມັນ​ກ່າວ​ເຊ່ນ​ກັນ​ວ່າ ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ໄດ້​ທໍາ​ການ​ໂຮມ​ຊຸມ​ຊຸມ​ກັນ​ໃໝ່​ໃນ​ຕອນ​ເຊົ້າ​ມືດຂອງວັນພະຫັດມື້ນີ້ ຢູ່ທີ່​ເມືອງ Homs ແລະ​ໃນ​ອີກຫຼາຍເຂດ.

ໃນ​ວັນ​ພຸດ​ວານ​ນີ້ ຊີ​ເຣຍ​ໄດ້​ຮັບ​ເອົາ​ແຜນການ​ຂອງ​ສັນນິບາດ​ຊາດ​ອາຫຣັບທີ່​ຮຽກຮ້ອງ​ໃຫ້​ລັດຖະບານ​ຖອນ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອອກ​ຈາກ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ທັນທີແລະ​ໃຫ້​ຍຸດຕິ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ. ການ​ເອົາ​ມາດ​ຕະການ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ຊີ​ເຣຍປ່ອຍ​ພວກທີ່ຖືກ​ຈັບ​ກຸມ​ຄຸມຂັງໃນ​ຄຸກນັບແຕ່​ການ​ປະ​ທ້ວງ​ໄດ້​ເລີ້ມ​ມາ​ນັ້ນ​ທັງ​ໝົດ ຊຶ່ງ​ເປັນ​ຈໍານວນ​ທີ່​ມີ​ການ​ກະ​ປະມານ​ກັນ​ວ່າຫລາຍ​ໝື່ນ​ຄົນ​ນັ້ນ.

ສັນນິບາດ​ຊາດ​ອາຫຣັບກ່າວ​ວ່າ ​ເມື່ອ​ໃດ​ລັດຖະບານ​ກຸງ Damascus ເອົາ​ບາດກ້າວ​ທໍາ​ອິດ​ເຫລົ່າ​ນີ້​ແລ້ວ ການ​ພົບ​ປະ​ເຈລະຈາ​ກັບ​ຝ່າຍ​ຄ້ານຂອງ​ຊີ​ເຣຍກໍ​ສາມາດ​ເລີ້ມ​ຂຶ້ນ​ໄດ້​ພາຍ​ໃນ 2 ສັບປະດາ.

ບັນດາ​ນັກ​ເຄື່ອນ​ໄຫວ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ຄົນ​ເສຍ​ຊີວິດ 31 ຄົນ​ໃນ​ຊີ​ເຣຍ​ໃນ​ວັນ​ພຸດ​ວານ​ນີ້ ຮວມທັງ​ພວກ​ພະນັກງານ​ໃນ​ໂຮງງານ 11 ຄົນ ທີ່​ໄດ້​ເສຍ​ຊີວິດໂດຍ​ພວກ​ມື​ປືນ​ໃນ​ເມືອງ Homs. ນອກ​ນີ້ ພວກ​ນັກ​ເຄື່ອນ​ໄຫວ​ຍັງ​ກ່າວ​ຕື່ມ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ​ພວກ​ພົນລະ​ເຮືອນ 5 ຄົນ​ໃນຂົງ​ເຂດ​ເມືອງ Homs​ ນັ້ນ.

XS
SM
MD
LG