ບັນດານັກເຄື່ອນໄຫວຊີເຣຍກ່າວວ່າ ກໍາລັງຂອງລັດຖະບານໄດ້ບຸກໂຈມຕີຫໍພັກໃນ
ມະຫາວິທະຍາໄລແຫ່ງນຶ່ງແລະສັງຫານຢ່າງໜ້ອຍ 4 ຄົນຫຼັງມີການປະທ້ວງຕໍ່ຕ້ານ
ລັດຖະບານໃນເມືອງ Aleppo ຂະນະທີ່ພວກນັກສັງເກດການສະຫະປະຊາຊາດ
ທົບທວນເບິ່ງຄວາມພະຍາ ຍາມຕ່າງໆຂອງຕົນເພື່ຶອຊັ່ງຊາຕີລາຄາເບິ່ງສັນຍາຢຸດ
ຍິງທີ່ອ່ອນແອນັ້ນ.
ບັນດາກຸ່ມປົກປ້ອງສິດທິມະນຸດແລະພວກນັກເຄື່ອນໄຫວ ກ່າວໃນວັນພະຫັດມື້ນີ້
ວ່າ ກໍາລັງຂອງລັດຖະບານໄດ້ໃຊ້ແກັສນໍ້າຕາແລະລູກປືນແທ້ໃນການບຸກເຂົ້າໂຈມ
ຕີໃນຄືນຜ່ານມານີ້ທີ່ມະຫາວິທະຍາໄລເມືອງ Aleppo ນັ້ນ.
ບັນດານັກເຄື່ອນໄຫວກ່າວວ່າ ກໍາລັງຂອງລັດຖະບານໄດ້ຈັບກຸມພວກນັກສຶກສາ
ໄວ້ຢ່າງໜ້ອຍ 200 ຄົນໃນຂະນະທີ່ກໍາລັງເຫຼົ່ານີ້ບຸກເຂົ້າໄປໃນບໍລິເວນມະຫາວິ
ທະຍາໄລ ຫຼັງຈາກການປະທ້ວງຂອງຝ່າຍຄ້ານແລ້ວ.
ອົງການຂ່າວສານຝຮັ່ງກ່າວວ່າ ພວກກໍາລັງຂອງລັດຖະບານຍັງໄດ້ທໍາການບຸກ
ໂຈມຕີຢ່າງໜ້ອຍ 2 ບັ້ນໃນແຂວງ Damascus ໃນວັນພະຫັດມື້ນີ້.
ຄວາມວຸ້ນວາຍດັ່ງກ່າວມີຂຶ້ນໃນເວລານຶ່ງມື້ ຫຼັງຈາກພວກກຸ່ມຝ່າຍຄ້ານກ່າວວ່າ
ພວກກະບົດໄດ້ສັງຫານກໍາລັງຮັກສາຄວາມປອດໄພ 15 ຄົນໃນລະຫວ່າງການ
ດັກສະກັດໂຈມຕີທີ່ແຂວງ Aleppo ນັ້ນ.
ໃນຂະນະດຽວກັນ ພວກນັກສັງເກດການສະຫະປະຊາຊາດຫຼາຍສິບຄົນ ກໍາ
ລັງທໍາການຢ້ຽມຢາມຂົງເຂດຕ່າງໆ ຮວມທັງຂົງເຂດຈຸດລະເບີດທີ່ສໍາຄັນໃນ
ເມືອງ Homs ແລະເຂດຕ່າງໃນເມືອງຮາມາ ໃນວັນພະຫັດມື້ນີ້.
ພວກນັກສັງເກດການກໍາລັງປະເມິນເບິ່ງການຈັດຕັ້ງປະຕິບັດຂໍ້ຕົກລົງຢຸດຍິງ
ແລະແຜນການສັນຕິພາບ ທີ່ໄກ່ເກ່ຍໂດຍທ່ານໂກຟ່ີ ອັນນັນ ທູດພິເສດສະ
ຫະປະຊາຊາດໂດຍຝ່າຍລັດຖະບານແລະພວກຝ່າຍຄ້ານ ນັ້ນ.