ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ ປະຕິເສດວ່າ ລັດ ຖະບານຂອງທ່ານບໍ່ໄດ້
ມີສ່ວນພົວພັນນໍາການສັງຫານໝູ່ໃນເມືອງຮູລາ ໂດຍກ່າວວ່າ ແມ່ນແຕ່ພວກສັດຊົ່ວຮ້າຍ ກໍ
ຈະບໍ່ກະທໍາເຊ່ນນັ້ນ.
ຜູ້ນໍາຊີເຣຍໃຫ້ຄວາມເຫັນເຊ່ນນີ້ ກ່ຽວກັບການສັງຫານໝູ່ຜູ້ຄົນຢ່າງໂຫດຫ້ຽມໃນເດືອນ
ຜ່ານມາທີ່ເມືອງຮູລາ ທີ່ໄດ້ເຮັດໃຫ້ຜູ້ຄົນຈໍານວນ ຫຼາຍກວ່າ 100 ຄົນເສຍຊີວິດ ຮວມທັງ
ພວກເດັກນ້ອຍ 49 ຄົນນັ້ນ ໃນຄໍາປາໄສຄັ້ງທໍາອິດຂອງທ່ານຕໍ່ສະພາແຫ່ງຊາດ ນັບແຕ່ມີ
ການເລືອກຕັ້ງໃນເດືອນພຶດສະພາຜ່ານມານີ້.
ປະທານາທິບໍດີອັສສັດກ່າວຕໍ່ສະພາແຫ່ງຊາດໃນວັນອາທິດມື້ນີ້ວ່າ ຊີເຣຍກໍາລັງປະເຊີນ
ກັບແຜນການຂອງຕ່າງຊາດ ເພື່ອທໍາລາຍປະເທດ.
ຄໍາປາໄສຂອງທ່ານມີຂຶ້ນນຶ່ງມື້ ຫຼັງຈາກພວກຜູ້ນໍາຂອງສັນນິບາດອາຫຣັບທໍາການປະຊຸມສຸກເສີນກັນທີ່ Doha ກັບທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດແລະສັນນິບາດອາຫຣັບ.
ທ່ານອັນນັນ ກ່າວວ່າ ເງົາທີ່ໜ້າຢ້ານກົວຂອງສົງຄາມໃນຊີເຣຍກໍາລັງ ໃຫຍ່ຂຶ້ນນັບມື້ ແລະວ່າ ການກະທໍາທີ່ໂຫດຫ້ຽມໃນຫວ່າງໄວໆມານີ້ ສະແດງໃຫ້ເຫັນວ່າ ບັນຫາຂັດແຍ້ງກັນໃນຊີເຣຍກໍາລັງຜັນຂະຫຍາຍອອກຢ່າງໄວ ເຖິງຂັ້ນຄວບຄຸມບໍ່ໄດ້ແລ້ວ.
ວັນເສົາວານນີ້ ທ່ານນາງຮີນລາຣີ ຄລິນຕັນລັດຖະມົນຕີການຕ່າງປະເທດສະຫະລັດ ໄດ້ໂອ້ລົມກັນກັບທ່ານ Sergei Lavrov ຄູ່ຕໍາແໜ່ງຈາກຣັດເຊຍ ກ່ຽວກັບການດໍາເນີນງານຮ່ວມກັນເພື່ອຊ່ອຍຊາວຊີເຣຍ ວາງແຜນຍຸດທະສາດສໍາລັບການຫັນປ່ຽນດ້ານການເມືອງຂອງເຂົາເຈົ້າ.
ທາງສັນນິບາດອາຫຣັບກໍໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ສົ່ງໜ່ວຍຮັກສາສັນຕິພາບໄປສັບປ່ຽນພວກນັກສັງເກດການເກືອບ 300 ຄົນໃນຊີເຣຍນັ້ນ.
ການສູ້ລົບກັນໄດ້ລະເບີດຂຶ້ນໃນແລງວັນສຸກຜ່ານມານີ້ ຂ້າມຊາຍແດນຊີເຣຍເຂົ້າໄປໃນເມືອງທ່າ Tripoli ໃນພາກເໜືອຂອງເລບານອນ ເຮັດໃຫ້ 9 ຄົນເສຍຊີວິດ ຮວມທັງພວກພົນລະເຮືອນ ແລະບາດເຈັບຕື່ມອີກ ຫຼາຍກວ່າ 30 ຄົນ. ບັນດາເຈົ້າໜ້າທີ່ເລບານອນກ່າວວ່າ ການ ປະທະກັນດັ່ງກ່າວ ແມ່ນເກີດຂຶ້ນລະຫວ່າງພວກທີ່ນິຍົມທ່ານອັສສັດ ແລະພວກທະຫານກອງຫຼອນຕໍ່ຕ້ານປະທານາທິບໍດີຊີເຣຍ.