ທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດ ໄດ້ເລີ້ມທໍາການໂອ້ລົມສົນທະນາກັບ
ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍແລ້ວໃນກຸງດາມັສກັສ ເພື່ອຮຽກຮ້ອງ
ໃຫ້ທ່ານ Assad ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຢຸດຍິງ ທີ່ທ່ານເປັນຜູ້ໄກ່ເກ່ຍ ລະຫວ່າງ
ລັດຖະບານກັບກໍາລັງຂອງພວກກະບົດໃນເດືອນຜ່ານມານີ້.
ໂຄສົກຍິງຄົນນຶ່ງຂອງອົງການສະຫະປະຊາຊາດທີ່ນະຄອນຫຼວງຂອງຊີເຣຍ ກ່າວຕໍ່ວີໂອເອ
ວ່າ ທ່ານອັນນັນຈະຍົກເລື້ອງສໍາຄັນ 2 ເລື້ອງຂຶ້ນມາໂອ້ລົມໃນການພົບປະກັນໃນວັນອັງ
ຄານມື້ນີ້. ນັ້ນກໍຄື ເງື່ອນໄຂ 6 ຂໍ້ໃນແຜນການສັນຕິພາບຂອງທ່ານສໍາລັບຊີເຣຍ ແລະ
ການສັງຫານໝູ່ພວກ ພົນລະເຮືອນຢ່າງໜ້ອຍ 108 ຄົນໃນເມືອງ Houla ຊຶ່ງມີການລຸກ
ຂຶ້ນກໍ່ກະບົດ ໃນວັນສຸກຜ່ານມານັ້ນ.
ຫ້ອງການວ່າດ້ວຍສິດທິມະນຸດຂອງສະຫະປະຊາຊາດທີ່ນະຄອນເຈເນວາກ່າວໃນວັນອັງ
ຄານມື້ນີ້ວ່າ ພວກນັກສັງເກດການຂອງສະຫະປະຊາຊາດໄດ້ພົບເຫັນວ່າ ພວກທີ່ຖືກສັງ
ຫານໃນເມືອງຮູລານັ້ນ ມີໜ້ອຍກວ່າ 20 ຄົນເສຍຊີວິດຍ້ອນລູກປືນໃຫຍ່ ແລະການລະ
ດົມຍິງຈາກລົດຖັງ ແລະກ່າວຕໍ່ໄປວ່າ ພວກທີ່ເຫັນເຫດການແຈ້ງໃຫ້ພວກນັກສັງເກດການ
ສະຫະປະຊາຊາດຊາບວ່າ ພວກທີ່ໄດ້ຮັບເຄາະຮ້າຍຄົນອື່ນໆນັ້ນສ່ວນຫຼາຍແມ່ນຕາຍຍ້ອນ
ການສັງຫານແບບລວບລັດຕັດຕອນ 2 ບັ້ນໂດຍພວກທະຫານບ້ານນິຍົມຝ່າຍລັດຖະບານ.
ເບິ່ງວີດີໂອຄະນະສັງເກດການ ສປຊ ໃນຊີເຣຍ
ຫຼັງຈາກເດີນທາງໄປຮອດກຸງດາມັສກັສໃນວັນຈັນວານນີ້ແລ້ວ ອະດີດເລຂາທິການໃຫຍ່
ສະຫະປະຊາຊາດກ່າວວ່າ ທ່ານຕື່ນຕົກໃຈແລະຢ້ານກົວຈົນຂົນຫົວລຸກນໍາການສັງຫານໝູ່
ຜູ້ຄົນໃນເມືອງຮູລາ ໂດຍເອີ້ນວ່າ ເປັນອາດຊະຍາກໍາທີ່ໜ້າຕົກໃຈ. ສະພາຄວາມໝັ້ນຄົງ
ສະຫະປະຊາ ຊາດອອກຖະແຫຼງການສະບັບນຶ່ງໃນມື້ກ່ອນນີ້ ຖິ້ມໂທດໃສ່ວ່າ ພວກທີ່ເສຍ
ຊີວິດໄປນັ້ນບາງຄົນແມ່ນເກີດຈາກລູກປືນໃຫຍ່ແລະການລະດົມຍິງຈາກລົດຖັງຂອງລັດ
ຖະບານນັ້ນໂດຍກົງ. ຖະແຫຼງການສະບັບນີ້ໄດ້ປະນາມການຍິງສັງຫານແລະການເອົາມີດ
ແທງພວກທີ່ເສຍຊີວິດຄົນອື່ນໆນັ້ນເຊ່ນກັນ ແຕ່ບໍ່ໄດ້ບອກໃຫ້ຮູ້ວ່າແມ່ນໃຜເປັນຜູ້ຮັບຜິດ
ຊອບໃນເລື້ອງນີ້.
ທ່ານນາງ Sausan Ghosheh ໂຄສົກປະຈໍາສະຫະປະຊາຊາດກ່າວວ່າ ພວກນັກສັງເກດ
ການສະຫະປະຊາຊາດຍັງພັກຢູ່ໃນເມືອງຮູລາມາ ຕັ້ງແຕ່ວັນເສົາແລ້ວ ແລະໄດ້ທໍາການໂອ້
ລົມສົນທະນາກັບພວກປະຊາຊົນໃນທ້ອງຖິ່ນເພື່ອຢາກຮູ້ຄວາມຈິງແທ້ນັ້ນ.
ລັດຖະບານຊີເຣຍ ປະຕິເສດວ່າຕົນບໍ່ມີບົດບາດໃດໆໃນການສັງຫານຜູ້ຄົນໃນເມືອງຮູລາ
ແລະຖິ້ມໂທດການໂຈມຕີທັງໝົດນີ້ ໃສ່ພວກກໍ່ການຮ້າຍປະກອບອາວຸດ ທີ່ລັດຖະບານ
ໄດ້ກ່າວຫາວ່າ ເປັນແຮງຂັບດັນໃນການລຸກຮືຂຶ້ນຕໍ່ຕ້ານທ່ານອັສສັດ ມາເປັນເວລາ 15
ເດືອນແລ້ວນັ້ນ.