ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທູດພິເສດສະຫະປະຊາຊາດ ເດີນທາງໄປ ດາມັສກັສ (ເບິ່ງວີດີໂອ)


ການສັງຫານໂຫດປະຊາຊົນໃນເມືອງ ຮູລາ, ຊີເຣຍ.
ວັນທີ 28 ພຶດສະພາ 2012
ການສັງຫານໂຫດປະຊາຊົນໃນເມືອງ ຮູລາ, ຊີເຣຍ. ວັນທີ 28 ພຶດສະພາ 2012

ເວລາ​ນີ້ ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ກໍາລັງ​ຢູ່​ທີ່​ນະຄອນຫລວງດາ​ມັສ
ກັສ ​ເພື່ອ​ພະຍາຍາມຫາ​ທາງ​ກູ້​ແຜນການ​ສັນຕິພາບ​ຂອງ​ທ່ານ​ ສໍາລັບ​ຊີ​ເຣຍ ບ່ອນ​ທີ່ບັນດາ
ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ ກ່າວ​ວ່າ ການ​ໂຈມ​ຕີບັ້ນ​ໃໝ່ຂອງ​ລັດຖະບານ​ໃນ​ເມືອງ​ຮາ
ມາ​ ໃນ​ພາກ​ກາງຂອງ​ປະ​ເທດ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 34 ຄົນ.

ຫລັງ​ຈາກ​ເດີນທາງ​ໄປ​ຮອດ​ດາ​ມັສກັສ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ອັນ​ນັນ​ໄດ້ ​ເນ້ນ​ຢໍ້າຄໍາ​ຮຽກຮ້ອງ​ຂອງ​ທ່ານ ຕໍ່​ທຸກ​ພັກ​ຝ່າຍໃນ​ບັນຫາ​ຂັດ​ແຍ້​ງກັນທີ່​ດໍາເນີນ​ມາ​ໄດ້ 15 ​ເດືອນ​ແລ້ວ ​ໃນ​ຊີ​ເຣຍນັ້ນ ​ໃຫ້​ຍຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ເສຍ. ທ່ານ​ກ່າວອີກ​ວ່າ ທ່ານ​ຮູ້ສຶກ​ຕົກ​ໃຈ​ຫລາຍນໍາ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ການ​ສັງຫານ​ໂຫດ​ປະຊາຊົນ​ຢ່າງ​ນ້ອຍ 108 ຄົນ ​ໃນ​ເມືອງຮູ​ລາ ຂອງ​ຝ່າຍ​ກະບົດ ​ໃນ​ວັນ​ສຸກ​ຜ່ານ​ມານັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍກ່າວ​ວ່າ ທ່ານ​ອັນ​ນັນ ອະດີດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຈະ
ພົບ​ປະ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ Walid Moallem ໃນ​ວັນ​ຈັນ​ມື້​ນີ້​ ແລະ​ກັບ​ປະທານາທິ
ບໍດີ Bashar al-Assad ໃນ​ວັນ​ອັງຄານ​ມື້​ອື່ນ.

ກ່ອນ​ໜ້າ​ທ່ານ​ອັນ​ນັນ​ເດີ​ນທາງ​ໄປ​ຮອດ​ນັ້ນ ບັນດາ​ນັກ​ເຄື່ອນໄຫວ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ໄດ້​ລະດົມ​ຍິງ​ໃສ່​ຫຼາຍ​ຄຸ້ມ​ໃນ​ເມືອງ​ຮາ​ມາ ຕັ້ງ​ແຕ່​ວັນ​ອາທິດ​ວານ​ນີ້​ມາ​ຮອດ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີຂອງ​ຝ່າຍ​ກະບົດ ​ຕໍ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ຝ່າຍ​ລັດຖະບານ​ນັ້ນ. ພວກນັກ​ເຄື່ອນ​ໄຫວ​ ​ກ່າວອີກ​ວ່າ ການ​ສູ້​ລົບ​ກັນ​ໄດ້​ສັງຫານ​ທະຫານ ພ້ອມ​ທັງ​ພວກ​ກະບົດ​ແລະ​ພົນລະເຮືອນ​ຢ່າງ​ໜ້ອຍ 13 ຄົນ. ​ແຕ່​ໂຕ​ເລກຜູ້​ເສຍ​ຊີວິດ​ນີ້​ບໍ່​ສາ ມາດໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫຼ່ງຂ່າວທີ່​ເປັນ​ອິດ​ສະລະ.

ເບິ່ງວີດີໂອ ກ່ຽວກັບຄວາມຮຸນແຮງໃນຊີເຣຍ:

ໃນ​ມື້​ວັນ​ເສົາ ທ່ານ​ອັນ​ນັນ​ໄດ້​ກ່າ​ວຫາ​ລັດຖະບານຊີ​ເຣຍວ່າ ​ລະດົມ​ຍິງ​ປືນ​ໃຫຍ່​ແລະ​ຍິງ​ປືນລົດ​ຖັງ​ໃສ່​ເມືອງ​ຮູ​ລາ ໃນ​ການລະ​ເມີດ​ຢ່າງ​ຈະແຈ້ງ​ຕໍ່​ຄໍາ​ໝັ້ນ​ສັນຍາ​ຂອງ​ຊີ​ເຣຍ ທີ່​ວ່າຈະ​ຢຸດເຊົາ ໃຊ້​ຍຸດທະວິທີແບບ​ນັ້ນ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງຂ່າວ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ວານ​ນີ້ ​ກ່າວ​ປະນາມ​ຢ່າງ​ແຮງ​ຕໍ່​ການ​ລະດົມ​ຍິງຂອງ​ລັດຖະບານ​ຊີ​ເຣຍ​ ໃສ່​ເມືອງ​ຮູ​ລາ ບ່ອນທີ່​ພວກ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດໄດ້​ຢືນຢັນ​ວ່າ ມີ​ພົນລະ​ເຮືອນ​ຫຼາຍ​ສິບ​ຄົນເສຍ​ຊີວິດນັ້ນ. ຖະ​ແຫຼ​ງການ​ຂອງ 15 ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ​ທີ່​ບໍ່​ມີ​ຜົນ​ບັງຄັບ​ໃຊ້ນັ້ນ ຍັງ​ໄດ້​ປະນາມການ​ສັງຫາ​ນ​ຊາວ​ເມືອງ​ຮູ​ລາໂດຍ ການ​ຍິງ​ແບບເຜົາ​ຂົນ​ແລະທໍາ​ຮ້າຍ​ຮ່າງກາຍ​ຢ່າງ​ຮ້າຍ​ແຮງ ​ແຕ່ບໍ່​ໄດ້ເວົ້າ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ຮັບຜິດຊອບ​ເລື້ອງ​ນີ້.

ທ່ານ Bashar Ja’afari ​ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະ​ຈໍາ​ສະຫະປະຊາ​ຊາດ ​ໄດ້​ເນ້ນ​ຢໍ້າຄໍາ​ປະຕິ​ເສດ​ຂອງ​ລັດຖະບານ​ຂອງ​ທ່ານ ວ່າ​ບໍ່​ໄດ້​ມີ​ບົດບາດ​ໃດ​ໆ ​ໃນ​ການ​ສັງຫານ​ຊາວ​ເມືອງ​ຮູ​ລາ​ນັ້ນ ​ໂດຍ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກຸ່​ມກໍ່​ການ​ຮ້າຍ​ປະກອບ​ອາວຸດ ທີ່​ທາງ​ລັດຖະບານ ກ່າວ​ວ່າ ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ການ​ກະບົດ​ນັ້ນ.

XS
SM
MD
LG