ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຊີເຣຍ ບຸກເຂົ້າໄປ ໃນເມືອງຣາສຕານ


ການປະທ້ວງຂອງພວກນັກສຶກສາຊີເຣຍ ທີ່ເມືອງ Homs, ຊີເຣຍ.
ວັນທີ 27 ກັນຍາ, 2011.
ການປະທ້ວງຂອງພວກນັກສຶກສາຊີເຣຍ ທີ່ເມືອງ Homs, ຊີເຣຍ. ວັນທີ 27 ກັນຍາ, 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ ພວກ​ທະຫານ​ຂອງ​ລັດຖະບານ​ຍິງ​ປືນ​ກົນທີ່ຕິດ​ຕັ້ງ​ໃສ່​ລົດ​ຖັງ​ໄດ້​ບຸກ​ເຂົ້າ​ໄປ​ໃນໃຈກາງ ເມືອງ Rastan ທີ່​ປະສົບ​ກັບ​ຄວາມ​ວຸ້ນວາຍໃນພາກກາງຂອງປະເທດ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 20 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ ພວກ​ທະຫານ​ໄດ້​ບຸກເຂົ້າ​ໄປ​ໃນ​ເມືອງ​ດັ່ງ ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ຕັ້ງ​ຢູ່​ຕາມ​ແຄ​ມຖະ​ໜົນຫລວງ​ ສາຍ​ນຶ່ງລະຫວ່າງ​ເມືອງ Homs ​ແລະ​ເມືອງ Hama ຊຶ່ງ​ເປັນ​ພວກ​ຫົວ​ເມືອງ​ທີ່ປະສົບ​ກັບ​ຄວາມ​ວຸ້ນວາຍນັ້ນ. ພາກ​ພື້ນ​ດັ່ງກ່າວ​ໄດ້ເປັນ​ ຈຸດ​ໃຈກາງ​ຂອງ​ການ​ປະ​ທ້ວງ​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

ການ​ປະຕິບັດ​ງານ​ດັ່ງກ່າວ​ເກີດ​ຂຶ້ນ​ນຶ່ງ​ມື້ ​ຫລັງ​ຈາກ​ທ່ານ Walid Mouallem ລັດຖະມົນຕີ​ຕ່າງປະ​ເທດ​ຊີ​ເຣຍຖິ້ມ​ໂທດ​ໃສ່​ພວກ​ກຸ່ມ​ປະກອບ​ອາວຸດ​ຕ່າງໆ​ກ່ຽວ​ກັບ​ສະຖານະ​ການ​ທີ່​ເກີດ​ຂຶ້ນ​ໃນ​ຊີ​ເຣຍ ແລະໂຈມ​ຕີ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບທີ່ລົງ​ໂທດ​ຊີ​ເຣຍນັ້ນ.

ໃນ​ຄໍາ​ປາ​ໄສ​ໃນ​ວັນ​ຈັນ​ວານ​ນີ້ ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນີວຢອກ ທ່ານ Mouallem ​ໄດ້​ກ່າວ​ຫາ​ສະຫະລັດແລະ​ສະຫະພາບ​ຢູ​ໂຣບວ່າ ທຳ​ລາຍ​ຜົນ​ປະ​ໂຫຍ​ດ​ແລະຄວາມຕ້ອງການຂັ້ນ​ພື້ນຖານ​ຂອງ​ຊາວ​ຊີ​ເຣຍ ​ໃນ​ຂະນະ​ທີ່​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເລື້ອງ​ຄວາມ​ປອດ​ໄພ​ແລະ​ສິດທິ​ຂອງ​ເຂົາ​ເຈົ້າ​ນັ້ນ.

XS
SM
MD
LG