ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສັງເກດການ ສັນນິບາດຊາດອາຣັບ ຢ້ຽມຢາມ ເມືອງໂຮມສ໌ ໃນຊີເຣຍ


ພວກປະທ້ວງທີ່ຊີເຣຍ.
ວັນທີ 27 ທັນວາ 2011
ພວກປະທ້ວງທີ່ຊີເຣຍ. ວັນທີ 27 ທັນວາ 2011

ບັນດາ​ນັກ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຣັບ​ເດີນທາງ​ໄປ​ຍັງ​ເມື​ອງ Horms ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ສູນ​ກາງຂອງ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ບ່ອນ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ໄດ້​ເພີ່ມ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາເຈົ້າ​ຂຶ້ນ​ຕໍ່​ພວກ​ປະ​ທ້ວງ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້.

ໂທລະພາບ​ຊີ​ເຣຍກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ນັກ​ສັງ​ເກດ​ການໄດ້ພົບ​ປະ​ກັບ​
ເຈົ້າ​ແຂວງ​ ​ແຂວງ Homs.

ຫົວໜ້າ​ໜ່ວຍປະຕິ​ບັດ​ພາລະກິດ​ຂອງ​ສັນນິບາດ​ຊາດ​ອາຣັບ ນາຍ​ພົນ Mohammed
Dabi ​ແຫ່ງ​ຊູ​ດານ ກ່າວ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້​ວ່າພວກ​ນັກ​ສັງ​ເກດ​ການ​ກໍາລັງ​ເດີນ
ທາງ​ໄປ​ຍັງເມືອງ Homs ຂະນະ​ທີ່ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ພວກ​ລົດ​ຖັງ​ຂອງ​ລັດ
ຖະບານ​ຈໍານວນ​ນຶ່ງ​ກໍາລັງ​ຖອນ​ອອກ​ຈາກ​ເມືອງ​ດັ່ງກ່າວ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ນັກ​ສັງ​ເກ​ດການໄປ​ຢ້ຽມຢາມ
ເມືອງ Homs ຢ່າງໄວ ຫລັງ​ຈາກ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ​ປະຊາ
ຊົນ​ຢ່າງ​ໜ້ອຍ 30 ຄົນ​ຢູ່​ທີ່​ນັ້ນ​ໃນ​ວັນຈັນ​ວານ​ນີ້.

ພວກ​ສັງ​ເກດ​ການ 50 ທ່ານ​ພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ສັນນິບາດ ຊາ​ດອາຣັບ
ອື່ນໆ​ອີກ 10 ຄົນ​ເດີນທາງ​ໄປ​ຮອດ​ຊີ​ເຣຍຈາກ​ອີ​ຈິບ​ໃນ​ວັນ​ຈັນ​ວານ​ນີ້ເພື່ອ​ຕິດຕາມ​ເບິ່ງ​
ການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ປະທານາທິບໍດີ Bashar al-Assad ທີ່​ວ່າ
ຕົນ​ຈະ​ຖອນ​ພວກ​ລົດ​ຖັງ​ ​ແລະ​ທະຫານ​ຂອງ​ຕົນ​ອອກ​ຈາກ​ເມືອງ​ຕ່າງໆ​ແລະ​ປ່ອຍ​ພວກ
ນັກ​ໂທດ​ການ​ເມືອງ​ນັ້ນ.

ສັນນິບາດ​ຊາດ​ອາຣັບກ່າວ​ວ່າ ພວກ​ນັກ​ສັງ​ເກ​ດການ​ຈາກ ຢ່າງ​ໜ້ອຍ8 ປະ​ເທດ​ອາຣັບ
ຈະ​ທໍາ​ການ​ຢ້ຽມຢາມ​ຫລາຍ​ຫົວ​ເມືອງ​ຂອງ​ຊີ​ເຣຍ​ໃນວັນ​ອັງຄານ​ມື້​ນີ້ ຮວມທັງ​ເມືອງ
Homs, ​ເມືອງ Idlib. ​ເມືອງ Hama ແລະ​ເມືອງ Daraa.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ ​ແລະ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊີເຣຍຝ່າຍ​ຄ້ານ
ກ່າວ​ວ່າ ຂໍ້​ຕົກລົງ​ຂອງ​ລັດຖະບານ​ຕໍ່​ແຜນການ​ຂອງ​ສັນນິບາດ​ຊາດ​ອາຣັບ​ເປັນ​ການ
ຫລອກ​ລວງ. ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດ ຖະບານ​ບາງ​ຄົນ​ໄດ້​ຕໍາ​ໜິຕິຕຽນ​ທ່າ​ທີ​ຂອງ​
ສັນນິບາດ​ຊາດ​ອາຣັບ ​ເຖິງກັບ​ຂັ້ນທີ່ມີ​ການ​ກ່າວ​ຫາ​ວ່າ ​ເປັນຄວາມ​ສໍາພັນ​ທີ່​ຮ່ວມ​ກັນ
ກະທໍາ​ຜິດ​ໃນ​ການ​ສັງຫານ​ຜູ້​ຄົນ​ນັ້ນ.

ທ່ານ Burhan Ghalioun ຫົວໜ້າ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ເຣຍ ຮຽກຮ້ອງໃຫ້​ສະ
ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ຈັນ​ວານ​ນີ້ ​ໃຫ້ເຂົ້າ​ໄປຄວບ​ຄຸມ​ການ​ດຳ​ເນີນ
ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ​ເພື່ອ​ຢຸດ​ຄວາມ​ຮຸນ​ແຮງ​ທີ່​ກໍາລັງດໍາ​ເນີນ​ໄປ​ຢູ່​ໃນ​ປະ
ເທດ​ໃນ​ເວລາ​ນີ້.

XS
SM
MD
LG