ພວກສະໜັບສະໜຸນປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ ຫລາຍພັນຄົນໄດ້
ໂຮມຊຸມນຸນກັນໃນກຸງ Damascus ໃນວັນພຸດມື້ນີ້ ກ່ອນກອງປະຊຸມສັນນິບາດຊາດອາ
ຫຣັບໄຂຂຶ້ນໃນນະຄອນຫລວງນັ້ນ.
ລາຍງານຂອງສື່ມວນຊົນແຫ່ງລັດໄດ້ສະແດງຮູບພາບຂອງພວກທີ່ຈົງຮັກພັກດີຕໍ່ປະທານາ
ທິບໍດີພາກັນໂບກທຸງຊາດຂະໝາດໃຫຍ່ຂອງຊີເຣຍ ແລະຮູບພາບຂອງທ່ານ Assad ນັ້ນ.
ເຖິງຢ່າງໃດກໍດີ ພວກນັກເຄື່ອນໄຫວຝ່າຍຄ້ານກ່າວວ່າ ພວກກໍາລັງຮັກສາຄວາມປອດໄພ
ໄດ້ສັງຫານພວກພົນລະເຮືອນ 2 ຄົນ ໃນເຫດຮ້າຍອື່ນໆ ທີ່ເກີດຂຶ້ນໃນປະເທດຊີເຣຍໃນ
ວັນພຸດມື້ນີ້.
ການເຄື່ອນໄຫວຕ່າງໆໄດ້ເກີດຂຶ້ນກ່ອນການພົບປະຂອງຄະນະກໍາມາທິການສັນນິບາດຊາດອາຫຣັບກັບທ່ານ Assad. ພວກຄະນະຜູ້ຕາງໝ້າເຫລົ່ານີ້ວາງແຜນຈະຫາລືກັນເລື້ອງຄວາມເປັນໄປໄດ້ໃນການລິເລີ້ມການພົບປະສົນທະນາກັນລະຫວ່າງລັດຖະບານຊີເຣຍແລະພວກຜູ້ນໍາຝ່າຍຄ້ານນັ້ນ.
ນອກນັ້ນ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຢາກໃຫ້ສັນນິບາດຊາດອາຫຣັບຮຽກຮ້ອງໃຫ້ຊີເຣຍອະນຸມັດໃຫ້ພວກຕິດຕາມ ສິ້ງຊອມພົນລະເຮືອນທີ່ເປັນອິດສະລະເຂົ້າໄປໃນປະເທດ ເພື່ອສັງເກດການເບິ່ງການເຄື່ອນໄຫວຕ່າງໆຂອງພວກກໍາລັງຮັກສາຄວາມປອດໄພຂອງຊີເຣຍນັ້ນ. ການພົບປະດັ່ງກ່າວມີຂຶ້ນ ໃນເວລາປະມານນຶ່ງສັບປະດາເຄິ່ງ ຫລັງຈາກ 22 ປະເທດສະມາຊິກສັນນິບາດຊາດອາຫຣັບໄຂການພົບປະໃນພາວະສຸກເສິນຂຶ້ນທີ່ກຸງໄຄໂຣ ປະເທດອີຈິບເພື່ອທໍາການໂອ້ລົມສົນທະນາກັນເລື້ອງຄວາມວຸ້ນວາຍທີ່ເກີດຂຶ້ນໃນຊີເຣຍນັ້ນ. ພວກລັດຖະມົນຕີການຕ່າງປະເທດເຫລົ່ານີ້ໄດ້ຕົກລົງກັນເພື່ອພະຍາຍາມເປີດການພົບປະຫາລືກັນລະຫວ່າງທ່ານ Assad ແລະສະພາປົກຄອງແຫ່ງຊາດຊີເຣຍຂອງຝ່າຍຄ້ານ ທີ່ຫາກໍຈັດຕັ້ງຂຶ້ນມາໃໝ່ໆນັ້ນ.
ຂະນະດຽວກັນພວກຜູ້ນໍາຝ່າຍຄ້ານຊີເຣຍ ໄດ້ຮຽກຮ້ອງໃຫ້ມີການນັດຢຸດງານທົ່ວປະເທດໃນວັນພຸດມື້ນີ້. ອົງການຂ່າວ Reuters ກ່າວວ່າພວກຮ້ານຄ້າຮ້ານຂາຍສ່ວນຫລາຍປິດ ໃນເມືອງ Homs ແລະອີກຫຼາຍໆຫົວເມືອງປາກົດວ່າ ປະຕິບັດຕາມຄໍາຮຽກຮ້ອງໃຫ້ນັດຢຸດງານນັ້ນ.