ບັນດານັກເຄື່ອນໄຫວດ້ານສິດທິມະນຸດກ່າວວ່າ ການກໍ່ຄວາມຮຸນແຮງຂຶ້ນໃໝ່ໆໂດຍພວກກໍາລັງຮັກສາຄວາມປອດໄພຂອງຊີເຣຍ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດໄປຢ່າງໜ້ອຍ 13 ຄົນໃນເມືອງ Homs.
ກຸ່ມປົກປ້ອງສິດທິມະນຸດຊີເຣຍ ຫລື Syrian Observatory ທີ່ມີຖານປະຕິບັດງານໃນ
ປະເທດອັງກິດ ກ່າວວ່າ ການເສຍຊີວິດຂອງປະຊາຊົນເຫລົ່ານີ້ມີຂຶ້ນໃນວັນຈັນມື້ນີ້ ເວ
ລາກໍາລັງຂອງຝ່າຍລັດຖະບານລະດົມຍິງປືນໃຫຍ່ໃສ່ຄຸ້ມ Baba Amr.
ຄວາມວຸ້ນວາຍດັ່ງກ່າວມີຂຶ້ນນຶ່ງມື້ ກ່ອນພວກນັກສັງເກດການຂອງສັນນິບາດຊາດອາ
ຣັບກໍານົດຈະໄປຢ້ຽມຢາມເມືອງດັ່ງກ່າວ.
ພວກນັກສັງເກດການກຸ່ມນຶ່ງປະມານ 50 ທ່ານ ກໍານົດຈະເດີນທາງໄປຮອດປະເທດ
ຊີເຣຍໃນວັນຈັນມື້ນີ້ ເພື່ອໄປຕິດຕາມເບິ່ງການປະຕິບັດໄປຕາມແຜນການຂອງສັນນິ
ບາດຊາດອາຣັບທີ່ບັງຄັບໃຫ້ລັດຖະບານຢຸດທໍາການປາປາມປະຊາຊົນທີ່ທໍາການລຸກ
ຮືຂຶ້ນຕໍ່ຕ້ານລັດຖະບານເພື່ອຮຽກຮ້ອງໃຫ້ມີປະຊາທິປະໄຕໃນປະເທດມາໄດ້ 9 ເດືອນ
ແລ້ວນັ້ນ.
ຊີເຣຍໄດ້ຕົກລົງນໍາການປະກອບພາລະກິດຂອງພວກນັກສັງເກດການນີ້ ພາຍໃຕ້
ຄວາມກົດດັນຂອງສັນນິບາດຊາດອາຣັບ.
ໃນວັນອາທິດວານນີ້ ຜູ້ນໍາສູງສຸດຂອງຝ່າຍຄ້ານໃນຊີເຣຍຮຽກຮ້ອງໃຫ້ສັນນິບາດຊາດ
ອາຣັບພະຍາຍາມຊອກຫາການສະໜັບສະໜຸນຈາກສະຫະປະຊາຊາດ. ທ່ານ Burhan
Ghalioun ຜູ້ນໍາສະພາແຫ່ງຊາດຊີເຣຍທີ່ມີຖານປະຕິບັດງານໃນກຸງປາຣີ ກ່າວວ່າ ສັນ
ນິບາດຊາດອາຣັບຄວນຈະເພີ່ມຄວາມກົດດັນຂອງຕົນຂຶ້ນອີກຕໍ່ປະທານາທິບໍດີ Bashar
Al-Assad ແຫ່ງຊີເຣຍນັ້ນ ໂດຍຮຽກຮ້ອງໃຫ້ສະພາຄວາມໜັ້ນຄົງສະຫະປະຊາຊາດຮັບ
ເອົາແຜນການຂອງສັນນິບາດຊາດອາຣັບນັ້ນ.
ຣັດເຊຍແລະຈີນ ມາຮອດປັດຈຸບັນນີ້ຄັດຄ້ານຕໍ່ຄວາມພະຍາຍາມທີ່ຢາກໃຫ້ສະພາຄວາມ
ໜັ້ນຄົງປະນາມລັດຖະບານຊີເຣຍແລະວາງການລົງໂທດຕໍ່ຊີເຣຍທີ່ຍັງສືບຕໍ່ທໍາການປາບ
ປາມພວກປະທ້ວງຢູ່ນັ້ນ.