ມີລາຍງານວ່າ ຢ່າງໜ້ອຍມີປະຊາຊົນ 20 ຄົນເສຍຊີວິດ
ຫລັງຈາກພວກທະຫານແລະລົດຖັງຂອງຊີເຣຍແລ່ນເຂົ້າ
ໄປໃນເມືອງ Daraa ຊຶ່ງເປັນຫົວເມືອງທີ່ມີການປະທ້ວງ
ທີ່ລັດຖບານບໍ່ສາມາດຄວບຄຸມໄດ້ ໃນວັນຈັນວານນີ້ ຊຶ່ງ
ໄດ້ພາໃຫ້ມີການຕໍາໜິຕິຕຽນຈາກນາໆຊາດນັ້ນ.
ພວກທີ່ເຫັນເຫດການແລະພວກນັກເຄື່ອນໄຫວດ້ານສິດທິ
ມະນຸດໃນພາກໃຕ້ຂອງຊີເຣຍແຈ້ງໃຫ້ຊາບ ກ່ຽວກັບຈຳ
ນວນຜູ້ບາດເຈັບແລະເສຍຊີວິດ ໃນຂະນະທີ່ທາງການຊີ
ເຣຍຂະຫຍາຍການປາບປາມໃນການລຸກຮືຂຶ້ນຕໍ່ຕ້ານລັດຖະ
ບານ ທີ່ໄດ້ດຳເນີນມາເປັນເວລາ 5 ສັບປະດາແລ້ວ ນັ້ນ.
ພວກທີ່ເຫັນເຫດການກ່າວວ່າ ພວກເຂົາເຈົ້າເຫັນສົບຄົນ
ຕາຍຫລາຍສົບຢູ່ໃນລົດຄັນນຶ່ງທີ່ໄດ້ຖືກກໍາລັງຮັກສາຄວາມ
ປອດໄພຝ່າຍລັດຖະບານໂຈມຕີກ່ອນໜ້ານີ້ຢູ່ໃນເມືອງ
Daraa ນັ້ນ. ເທບວີດີໂດທີ່ພວກກຸ່ມປົກປ້ອງສິດທິມະນຸດແຈກຢາຍໃຫ້ນັ້ນ ສະແດງໃຫ້ເຫັນພວກລົດຖັງຢູ່ໃນເມືອງ ພ້ອມທັງພວກທະຫານຫລາຍໆສິບຄົນ.
ອິງຕາມສື່ມວນຊົນແຫ່ງລັດ ກອງທັບກ່າວວ່າ ການມີໜ້າຂອງພວກຕົນໃນເມືອງ Daraa
ແມ່ນເພື່ອເປັນການຕອບສະໜອງຕໍ່ຄວາມຮຽກຮ້ອງຂອງພວກພົນລະເມືອງຢູ່ໃນເມືອງດັ່ງ
ກ່າວ.
ບັນດາກຸ່ມປົກປ້ອງສິດທິມະນຸດຍັງໄດ້ແຈ້ງໃຫ້ຊາບເຊ່ນກັນວ່າ ໄດ້ຍິນສຽງປືນຈາກພວກກໍາລັງຮັກສາຄວາມປອດໄພຢູ່ໃນເຂດ Douma ເຊ່ນກັນ ຊຶ່ງເປັນເຂດຊານເມືອງຂອງນະຄອນຫລວງ Damascus ນັ້ນ.
ທ່ານນາງ Navi Pillay ຂ້າຫລວງໃຫຍ່ວ່າດ້ວຍສິດທິມະນຸດສະຫະປະຊາຊາດຮຽກຮ້ອງໃຫ້ຊີເຣຍຢຸດການປາບປາມທາງທະຫານຂອງຕົນແລະຮຽກຮ້ອງໃຫ້ມີການສອບສວນສືບສວນການເຂັ່ນຂ້າພວກປະທ້ວງນີ້.
ສະຫະລັດໄດ້ປະນາມການໃຊ້ຄວາມຮຸນແຮງຕໍ່ພົນລະເມືອງຊີເຣຍນີ້ ໂດຍເອີ້ນວ່າ ເປັນ
ເລື້ອງທີ່ໜ້າໂສກເສົ້າເວດທະນາທີ່ສຸດ ແລະອອກຄໍາເຕືອນກ່ຽວກັບການເດີນທາງໄປຍັງ
ຊີເຣຍ ໂດຍຮຽກຮ້ອງໃຫ້ພົນລະເມືອງສະຫະລັດແລະພວກເຈົ້າໜ້າທີ່ທີ່ບໍ່ຈໍາເປັນຂອງສະ
ຖານທູດໃຫ້ພາກັນອອກຈາກປະເທດຊີເຣຍໄປໃນຂະນະທີ່ການຂົນສົ່ງທາງການຄ້າຍັງມີ
ໃຫ້ຢູ່ຕໍ່ໄປ.
ໂຄສົກປະຈໍາສະພາຄວາມປອດໄພແຫ່ງຊາດກ່າວວ່າ ສະຫະລັດກໍາລັງພິຈາລະນາການເອົາ
ມາດຕະການຕອບໂຕ້ຕ່າງໆຕໍ່ການປາບປາມຢ່າງໂຫດຫ້ຽມຂອງຊີເຣຍນີ້ ຮວມທັງການລົງ
ໂທດຕໍ່ເປົ້າໝາຍຕ່າງໆ ເພື່ອໃຫ້ເປັນທີ່ຈະແຈ້ງວ່າ ພຶດຕິກໍາຂອງຊີເຣຍແມ່ນເປັນສິ່ງທີ່ຮັບ
ເອົາບໍ່ໄດ້.