ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກໍາລັງລັດຖະບານ ຍັງສືບຕໍ່ ກໍ່ຄວາມຮຸນແຮງ ໃນຊີເຣຍ


ພວກນັກສັງເກດການສະຫະປະຊາຊາດທີ່ເດີນທາງນໍາລົດສະຫະປະຊາຊາດ ກໍາລັງອອກຈາກຫ້ອງການສະຫະ ປະຊາຊາດ ໃນກຸງດາມັສກັສ, ຊີເຣຍ.
ວັນທີ 26 ເມສາ 2012.
ພວກນັກສັງເກດການສະຫະປະຊາຊາດທີ່ເດີນທາງນໍາລົດສະຫະປະຊາຊາດ ກໍາລັງອອກຈາກຫ້ອງການສະຫະ ປະຊາຊາດ ໃນກຸງດາມັສກັສ, ຊີເຣຍ. ວັນທີ 26 ເມສາ 2012.

ໂຄສົກ​ປະ​ຈໍາ​ທີ​ມຕິດຕາມ​ເບິ່ງ​ການ​ຢຸດ​ຍິງຂອງ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ ກ່າວ​ວ່າ ຄະນະ​ຜູ້​ສັງ​ເກດ​ການຈະ​ໄປ​ຍັງຄຸ້ມ ດູ​ມາ ​ໃນ​ເຂດ​ຊານ​ເມືອງ​ຫລວງ​ດາ​ມັສກັສ ​ແລະ​ເຂດ​ອື່ນໆ​ອີກ ​ໃນ​ຂະນະ​ທີ່​ພວກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ລາຍ​ງານ​ວ່າ ກໍາລັງ​ຂອງ​ຝ່າຍ​ລັດຖະບານຍັງ​ສືບ​ຕໍ່​ກໍ່​ຄວາມ​ຮຸນ​ແຮງ​ ​ຢູ່​ຕໍ່​ມາ.

ທ່ານ Neeraj Singh ໂຄສົກ​ປະ​ຈໍາ​ທີ​ມ​ສັງ​ເກດ​ການ​ຂອງ UN ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຄະນະ​ສັງເກດ​ການພົບ​ເຫັນວ່າ ມີ​ຄວາມຈຳ​ເປັນໃນການ​ທີ່​ຈະ​ຕ້ອງ​ລົດ​ຜ່ອນ​ສະຖານະ​ການ​ທີ່​ຮ້າຍ​ແຮງ​ລົງ​ໃນ​ເຂດຄຸ້ມ​ດູ​ມາ​ນັ້ນ ​ໃນ​ລະຫວ່າງ​ການ​ຢ້ຽມຢາມໃນ​ມື້ວານ​ນີ້ ​ແລະ​ທ່ານ​ກ່າວ​ຕໍ່​ໄປວ່າ ທີ​ມສັງ​ເກດ​ການ​ກໍາລັງກຽມ​ໂຕສໍາລັບ​ພາລະກິດແລະ​ທີ​ມງານ​ທີ່​ໃຫຍ່​ກວ່າ​ເກົ່າ ຕາມ​ທີ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ອະນຸມັດ​ໃນ​ອາທິດ​ແລ້ວ​ນີ້.

ຂະນະ​ດຽວ​ກັນ ພວກ​ເຄື່ອນໄຫວ​ເພື່ອ​ສິດທິ​ຊີ​ເຣຍກ່າວ​ວ່າ ກໍາລັງ​ຮັກສາຄວາມ​ປອດ​ໄພ​ໄດ້ລະດົມ​ຍິງ​ໂຈມ​ຕີ​ຄຸ້ມ​ດູ​ມາ ​ໃນ​ວັນ​ພຸດ​ວານ​ນີ້ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ ທີ່​ໄດ້​ເອົາ​ຊີວິດ​ຄົນໄປຢ່າງ​ໜ້ອຍ 27 ຄົນ​ໃນ​ທົ່ວ​ປະ​ເທດ ​ແລະ​ວ່າ ຄວາມ​ຮຸນ​ແຮງ​ໃນ​ວັນ​ພະຫັດ​ມື້​ນີ້ກໍ​ໄດ້​ເຮັດ​ໃຫ້​ນຶ່ງ​ຄົນ​ເສຍ​ຊີວິດ​ໄປ​ໃນ​ເຂດ​ເມືອງ Deir el-Zour ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

XS
SM
MD
LG