ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກປະທ້ວງອີກ 5 ຄົນເສຍຊີວິດ ໃນການປາບປາມ ຂອງຊີເຣຍ


ຊາຍຄົນນຶ່ງແກວ່ງກ້ອນຫິນໃສ່ລົດຖັງ ທີ່ແລ່ນກາຍໄປ ໃນເມືອງ Deraa, ວັນທີ 25 ເມສາ 2011
ຊາຍຄົນນຶ່ງແກວ່ງກ້ອນຫິນໃສ່ລົດຖັງ ທີ່ແລ່ນກາຍໄປ ໃນເມືອງ Deraa, ວັນທີ 25 ເມສາ 2011

ພວກ​ທີ່​ເຫັນ​ເຫດການ​ໃນ​ພາກ​ໃຕ້​ຂອງ​ຊີ​ເຣຍ ກ່າ​ວວ່າ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ​ປະຊາຊົນ 5 ຄົນ ​ໃນ​ຂະນະ​ທີ່​ທາງ​ການ​ຂອງ​ຊີເຣຍຂະຫຍາຍ​ກວ້າງ​ອອກ​ໄປ ການ​ປາບ​ປາມຕໍ່ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານລັດຖະບານ​ຂອງ​ປະຊາຊົນ​ ມາ​ເປັນ​ເວລາ 5 ສັບປະດາ​ແລ້ວ​ນັ້ນ.

ພວກ​ເຫັນ​ເຫດການ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ເຫັນ​ຫລາຍສົບ​ຢູ່​ໃນ​ລົດ​ຄັນ​ນຶ່ງ​ ທີ່​ໄດ້​ຖືກ​ໂຈມ​ຕີ​ໂດ​ຍພວກ​ກໍາລັງ​ຮັກສາຄວາມ​ປອດ​ໄພ​ ໃນ​ເມືອງ Daraa ຫລັງ​ຈາກລົດ​ຖັງ​ແລະ​ພວກທະຫານ​ໄດ້​ເຄື່ອນ​ກໍາລັງເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ.

ບັນດາກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກໍ​ໄດ້​ລາຍ​ງານ​ເຊ່ນ​ກັນ​ວ່າ ​ໄດ້​ຍິນ​ສຽງປືນ​ຈາກ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໃນ​ຄຸ້ມ Douma ​ໃນ​ເຂດຊາຍ​ນະຄອນຫລວງ Damascus ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງ​ຫານພົນລະ​ເຮືອ​ນຢ່າງ​ນ້ອຍ 4 ຄົນ​ ແລະ​ຈັບ​ກຸມ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ອີກ​ຫລາຍ​ຄົນ​ໃນ​ເມືອງ Jableh ທີ່​ຢູ່ແຄມ​ທະ​ເລ ຫລັງ​ຈາກ​ມີ​ການ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ລັດຖະບານ​ປະທານາທິບໍດີ Bashar al-Assad ​ໃນ​ຄືນ​ກ່ອນ​ນັ້ນ. ພວກ​ເຫັນ​ເຫດ ການ​ກ່າວ​ວ່າ ການ​ເຂັ່ນຂ້າ​ປະຊາຊົນ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ ​ເຖິງ​ແມ່ນ​ບໍ່ໄດ້ມີ​ການ​ປະ​ທ້ວງ​ໃດໆເລີຍໃນ​ເວລາ​ນັ້ນກໍ​ຕາມ.

XS
SM
MD
LG