ພວກປະເທດຝ່າຍຕາເວັນຕົກ ໄດ້ນຳເຜີຍແຜ່ຮ່າງຍັດຕິສະບັບນຶ່ງຂອງສະພາຄວາມໝັ້ນຄົງ
ສະຫະປະຊາຊາດໃນວັນອັງຄານວານນີ້ ໂດຍຮຽກຮ້ອງໃຫ້ທໍາການລົງໂທດຕໍ່ປະທານາທິບໍ
ດີ Bashar al-Assad ແຫ່ງຊີເຣຍຕະຫຼອດທັງພວກສະມາຊິກຄອບຄົວທີ່ມີອິດທິພົນ
ແລະເພື່ອນຮ່ວມງານທີ່ສໍາຄັນໆ ໂດຍມີວັດຖຸປະສົງເພື່ອຢຸດເຊົາການປາບປາມທີ່ຍັງດໍາເນີນ
ຕໍ່ໄປຂອງລັດຖະບານຕໍ່ພວກຄັດຄ້ານລັດຖະບານນັ້ນ.
ຄະນະຜູ້ຕາງໜ້າສະຫະລັດແລະສະຫະພາບຢູໂຣບທີ່ສະພາຄວາມໜັ້ນຄົງຫວັງວ່າຈະສະເໜີ
ຣ່າງຍັດຕິດັ່ງກ່າວເພື່ອໃຫ້ມີການລົງມະຕິກັນ ໃນເວລາອັນໄວເທົ່າທີ່ເປັນໄປໄດ້. ແຕ່ຣັດເຊຍ
ຊຶ່ງມີສິດຍັບຍັ້ງ ກ່າວວ່າຕົນບໍ່ຄຶດວ່າ ການລົງໂທດກຸງ Damascus ເປັນການດໍາເນີນການ
ທີ່ຖືກຕ້ອງໃນເວລານີ້. ທ່ານ Vitaly Churkin ເອກອັກຄະລັດຖະທູດຂອງກຸງມອສກູປະຈໍາ
ສະຫະປະຊາຊາດ ກ່າວວ່າ ເວລານີ້ ຍັງເປັນເວລາທີ່ບໍ່ເໝາະສົມ ທີ່ຈະດຳເນີນມາດຕະການ
ລົງໂທດຕ່າງໆຕໍ່ລັດຖະບານຊີເຣຍນັ້ນ.
ນອກຈາກການລົງໂທດຕໍ່ທ່ານ Assad ແລ້ວ ຮ່າງຍັດຕິສະບັບນີ້ຍັງຮຽກຮ້ອງໃຫ້ກັກຊັບ
ສິນຂອງບຸກຄົນສໍາຄັນໆຂອງຊີເຣຍຕື່ມອິກ 22 ຄົນ ຮວມທັງທ່ານ Maher ນ້ອງຊາຍຂອງ
ປະທານາທິບໍດີ ຊຶ່ງເປັນຜູ້ບັນຊາການກອງພົນນ້ອຍລົດຫຸ້ມເກາະທີ 4 ຂອງກອງທັບບົກ ຊຶ່ງ
ມີການກ່າວກັນວ່າ ໄດ້ມີບົດບາດອັນສໍາຄັນໃນການປາບປາມພວກປະທ້ວງນັ້ນ.
ການລົງໂທດທີ່ສະເໜີຂຶ້ນນີ້ແມ່ນເພື່ອຕອບໂຕ້ຕໍ່ການປາບປາມຂອງລັດຖະບານກຸງ Damas
cus ມາເປັນເວລາ 5 ເດືອນຕໍ່ພວກເດີນຂະບວນປະທ້ວງເພື່ອປະຊາທິປະໄຕ ຊຶ່ງສະຫະ
ປະຊາຊາດກ່າວວ່າ ໄດ້ເຮັດໃຫ້ພວກພົນລະເຮືອນເສຍຊີວິດໄປແລ້ວ 2200 ຄົນນັ້ນ.