ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ສັນນິບາດຊາດອາຫຣັບ ພົບປະກັນ ທີ່ອີຈີບ ກ່ຽວກັບຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານ Nabil Elaraby ເລຂາທິການໃຫຍ່ສັນນິບາດຊາດອາຫຣັບ ສົນທະນາກັບ ທ່ານ Hamad bin Jassim ລັດຖະມົນຕີຕ່າງປະເທດກາຕ້າ ໃນລະຫວ່າງກອງປະຊຸມຂອງສັນນິບາດຊາດອາຫຣັບທີ່ກຸງໄຄໂຣ, ອີຈິບ, ວັນທີ 22 ມັງກອນ 2012.

ສັນນິບາດ​ຊາດ​ອາຫຣັບພົບ​ປະກັນ​ ທີ່​ອີ​ຈິບ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ທົບ​ທວນເບິ່ງການປະ
ກອບ​ພາລະກິດ​ໃນ​ເດືອນ​ທໍາ​ອິດຂອງ​ພວກ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ ​ທີ່​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ໃນ​ຊີ​ເຣຍນັ້ນ. ຄາດ​ວ່າ​ກຸ່ມ​ອາ ຫຣັບຈະ​ຕໍ່​ເວລາການ​ປະກອບ​ພາ​ກິດ​ດັ່ງກ່າວຂອງ​ຕົນອອກ​ໄປອີກ​ແລະ ​ຈະ​ເພີ່ມ​ຈໍານວນ​ນັກ​ສັງ​ເກດ​ການ ທີ່​ມີ 165 ຄົນ​ແລ້ວ​ນັ້ນ ຂຶ້ນ​ອີກ.

ຫົວໜ້າ​ສະພາ​ປົກຄອງ​ຊາດ​ຊົ່ວຄາວ​ຝ່າຍ​ຄ້ານ​ຊີ​ເຣຍ ທ່ານ Burhan Ghalioun ​ທີ່​ເດີນ
ທາງ​ໄປ​ຍັງ​ກຸງ​ໄຄ​ໂຣ​ໃນ​ວັນ​ເສົາວານ​ນີ້ ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ສັນນິບາດ​ຊາດ​ອາ
ຫຣັບ ກ່າວວ່າ​ຖ້າ​ລາຍ​ງານຂອງ ​ພວກ​ນັກ​ສັງ​ເກດ​ການມີ​ລັກສະນະ​ລໍາອຽງ ກຸ່ມ​ຂອງ​ທ່ານ
ກໍ​ຈະ​ບໍ່​ຮັບ​ເອົາ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ໂທລະສັບ​ໄປ​ສົນທະນາ​ກັບ​ ຄູ່​ຕໍາ​ແໜ່​ງຈາກອີ​ຈິບ​ ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ທາງກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ​ໄດ້​ສົມ​ທຽບ​ບັນທຶກ​ຕ່າງໆ​ກັບລັດຖະມົນຕີ​ຕ່າງປະ​ເທດ​ອີ​ຈິບ ທ່ານ Mohammed Amr ກ່ຽວ​ກັບການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຊີ​ເຣຍ ກ່ອນ​ໜ້າ​ກອງ​ປະຊຸມ​ຂອງ​ສັນນິບາດຊາດ​ອາຫຣັບນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ພວກ​ອະດີດ​ທະຫານ​ໂຕນ​ໜີ​ກຸ່ມ​ນຶ່ງ​ໄດ້​ຍຶດ​ເອົາ​ເມືອງ Douma ​ໃນ​ເຂດ​ຊານນະຄອນຫລວງດາ​ມັສກັສ ແຕ່​ຫລັງ​ຈາກ​ຈາກ​ນັ້ນ​ ກໍພາ​ກັບ​ຖອນ​ກັບ​ຄືນ​ມາ​ຍັງ​ຖານ​ປະຕິ​ບັດ​ງານ​ຂອງ​ພວກເຂົາ​. ກຸ່ມ​ປົກ​ປ້ອງ​ສິດ​ມະນຸດ Observatory for Human Rights ຂອງ​ຊີ​ເຣຍທີ່​ມີ​ຫ້ອງການ​ປະຕິບັດ​ງານ​ຢູ່​ໃນ​ອັງກິດກ່າວ​ວ່າ ການ​ສູ້​ລົບ​ກັນ​ໄດ້​ມີ​ຂຶ້ນ​ ເວລາ​ພວກ​ກໍາລັງ​ຮັກສາ​ຄວາ​ປອດ​ໄພຂອງ​ລັດ ຖະບານ​ຍິງ​ປືນ​ໃສ່​ຂະ​ບວນ​ແຫ່​ສົ່ງສະການ​ຂະ​ບວນນຶ່ງ ຊຶ່ງ​ໄດ້​ເຮັດໃຫ້​ ປະຊາຊົນ 4 ຄົນ​ເສຍ​ຊີວິດ​ໄປ. ​ເມືອງ Douma ​ໄດ້​ເປັນ​ຈຸດຂອງ​ຄວາມ​ວຸ້ນວາຍ​ຢູ່​ຕໍ່​ມາ​ໃນ​ລະຫວ່າງ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ຂອງ​ຝ່າຍ​ລັດຖະບານ​ ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ມາ​ເປັນ​ເວລາ 10 ເດືອນ​ຜ່ານ​ມາ​ນີ້.

ສື່​ມວນ​ຊົນ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 30 ຄົນ​ໄດ້​ຖືກ​ສັງຫານ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ເສົາ​ວານ​ນີ້ ຂະນະທີ່​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຮຽກຮ້ອງ​ໄປ​ຍັງ​ສັນນິບາດ​ຊາດ​ອາຫຣັບ ​ໃຫ້ພະຍາຍາມ​ຫາ​ທາງ​ໃຫ້​ສະຫະ​ປະຊາ​ຊາດ​ເຂົ້າ​ແຊກ​ແຊງ​ໃນ​ຊີ​ເຣຍນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ການ​ລຸກ​ຮື​ຂຶ້ນ ​ໄດ້​ສັງຫານ​ປະຊາຊົນ​
ໄປ​ແລ້ວ​ຫລາຍ​ກວ່າ 5400 ຄົນ ​ແລະ​ຝ່າຍ​ລັດຖະບານຊີ​ເຣຍກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​
ໄດ້​ສັງຫານ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄປ​ແລ້ວ ປະມານ 2 ພັນ​ຄົນ​ນັບ​ແຕ່​ຄວາມ
ວຸ້ນວາຍໄດ້​ເລີ້ມ​ຂຶ້ນ​ມາ.

ເບິ່ງວີດີໂອລາຍງານ ຣັດເຊຍຍັງສະໜັບສະໜູນຊີເຣຍ ເຖິງແມ່ນຝ່າຍຕາເວັນຕົກ
ພິຈາລະນາຈະລົງໂທດຊີເຣຍ ຕື່ມກໍຕາມ:

XS
SM
MD
LG