ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຂອງຊີເຣຍ ຍັງສືບຕໍ່ ເຂ່ນຂ້າ ປະຊາຊົນ


ຮູບພາບ ປ. Bashar al-Assad ແຫ່ງຊີເຣຍໃນຈໍໂທລະພາບແຫ່ງ
ຊາດຂອງຊີເຣຍເວລາໃຫ້ສໍາພາດຕໍ່ນັກຂ່າວ
ວັນທີ 21 ສິງຫາ 2011
ຮູບພາບ ປ. Bashar al-Assad ແຫ່ງຊີເຣຍໃນຈໍໂທລະພາບແຫ່ງ ຊາດຂອງຊີເຣຍເວລາໃຫ້ສໍາພາດຕໍ່ນັກຂ່າວ ວັນທີ 21 ສິງຫາ 2011

ພວກເຄື່ອນ​ໄຫວ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຊີ​ເຣຍກ່າວ​ວ່າ ພວກ​ທີ່​ສະໜັບສະໜຸນ​ປະທາ
ນາທິບໍດີ Bashar al-Assad ​ໄດ້​ຍິງ​ປະຊາຊົນ​ຕາຍ​ສອງ​ຄົນ ​ແລະ​ເຮັດ​ໃຫ້​ອີກ 4 ຄົນ​ໄດ້​
ຮັບ​ບາດ​ເຈັບ ຫລັງ​ທີ່​ທ່ານ Assad ໄດ້ກ່າວ​ປ້ອງ​ກັນ​ການ​ປາບ​ປາມ​ຂອງ​ທ່ານຕໍ່ການ​ກໍ່
ຄວາມ​ວຸ້ນວາຍ​ທາງ​ດ້ານ​ການ​ເມືອງ​ນັ້ນ ​ແລະເວົ້າວ່າ ການ​ຕໍາ​ໜິຕິຕຽນ​ຈາກ​ພວກ​ປະ​ເທດ
ຝ່າຍ​ຕາ​ເວັນ​ຕົກ​ນັ້ນ​ ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ​ສໍາລັບ​ທ່ານ.

ກຸ່ມ​ສັງ​ເກດ​ການ​ເບິ່ງ​ສິດທິ​ມະນຸດ​ຂອງ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ລອນ​ດອນ ກ່າວ​ວ່າ ການ
ສັງຫານ​ປະຊາຊົນ​ທີ່​ວ່າ​ນັ້ນມີ​ຂຶ້ນ​ທີ່​ເມືອງ Hama ຊຶ່ງ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ຕໍ່ສູ້​ກັນ​ນັ້ນ.

ສະພາ​ສິດທິ​ມະນຸດ​ຂອງສະຫະ​ປະຊາ​ຊາດ​ ມີກໍານົດ​ຈະ​ໄຂ​ກອງ​ປະຊຸມ​ພິ​ເສດ​ຂຶ້ນ​ໃນ​ວັນ​
ຈັນມື້​ນີ້​ ເພື່ອ​ພິຈາລະນາ​ເລື້ອງ​ຄວາມ​ຮຸນ​ແຮງ​ໃນ​ຊີເຣຍ ຕາມການຮ້ອງຂໍ​ຈາກ 24 ປະ​ເທດ
​ສະມາຊິກ​ ຮວມທັງ ໝົດທັງ​ 4 ປະ​ເທດ​ອາຫຣັບທີ່​ເປັນ​ສະມາຊິກ​ຂອງ​ສະພາ​ດັ່ງກ່າວ ອັນ​
ມີປະ​ເທດ Jordan, Kuwait, Qatar ​ແລະ Saudi Arabia ​ແລະ​ກອງ​ປະຊຸມ​ນີ້​ແມ່ນມີ​
ຂຶ້ນໃນ​ທ່າມກາງທີ່​ເຈົ້າໜ້າ​ທີ່ສະຫະປະຊາ​ຊາດ​ຄະນະ​ນຶ່ງ​ ທີ່ກໍ​າລັງ​ຢູ່ໃນ​ຊີ​ເຣຍ​ເວລາ​ນີ້ ​ສືບ
ຕໍ່​ທໍາການ​ສືບສວນສອບ​ສວນ​ກ່ຽວ​ກັບ​ສະຖານະ​ການ​ທາງ​ດ້ານ​ມະ​ສຸດ​ສະ​ທໍາ ໃນ​ປະ​ເທດ
ນັ້ນ.

ທ່ານ Assad ກ່າວ​ໃນ​ລະຫວ່າງ​ການ​ໃຫ້​ສໍາພາດ​ຢ່າງ​ຍືດຍາວ​ຕໍ່​ໂທລະພາບ​ແຫ່ງ​ຊາດ​
ຂອງ​ຊີ​ເຣຍ​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ພວມ​ທໍາ
ຄວາມ​ຄືບໜ້າ​ໃນ​ການ​ຕໍ່ສູ້ຕ້ານການ ລຸກ​ຮື​ຂຶ້ນ​ ​ເປັນ​ເວລາ 5 ​ເດືອນ​ນັ້ນ. ທ່ານ​ກ່າວ​ຕໍ່​
ໄປ​ວ່າ ທ່ານ​ບໍ່​ມີ​ຄວາມ​ເປັນຫ່ວງ​ໃດໆ​ກ່ຽວ​ກັບ​ການ​ລຸກ​ຮືຂຶ້ນນັ້ນແລະ​ເຕືອນ​ກ່ຽວ​ກັບ
ຜົນສະທ້ອນ ​ທີ່ຈະ​ຕິດຕາມ​ມາ ຖ້າ​ມີ​ການ​ເຄື່ອ​ນ​ໄຫວ​ໃດໆ​ທາງ​ທະຫານ​ຕໍ່​ປະ​ເທດ​ຂອງ​
ທ່ານ​.

ສະຫະລັດ ສະຫະພາບ​ຢູ​ໂຣບ​ ແລະ​ພວກ​ປະ​ເທດ​ມະຫາ​ອໍານາດ​ອື່ນໆ​ໃນ​ຝ່າຍ​ຕາ​ເວັນ​
ຕົກ​ ຕ່າງ​ກໍໄດ້​ກ່າວ​ວ່າ ທ່ານ Assad ຈະ​ຕ້ອງ​ລາ​ອອກ​ຈາກ​ອໍານາດ​ໄປ.

XS
SM
MD
LG