ທາງການຊີເຣຍໄດ້ຈັບກຸມບຸກຄົນຝ່າຍຄ້ານຊື່ດັງຄົນນຶ່ງ ໃນ
ເວລາບໍ່ເທົ່າໃດຊົ່ວໂມງຫລັງຈາກມີການຮັບຜ່ານຮ່າງກົດ
ໝາຍສະບັບນຶ່ງຍົກເລີກກົດພາວະສຸກເສິນທີ່ໃຊ້ມາເປັນເວ
ລາເກືອບ 50 ປີນັ້ນ. ພວກນັກເຄື່ອນໄຫວດ້ານສິດທິມະ
ນຸດກ່າວວ່າ ທ່ານ Mahmoud Issa ໄດ້ຖືກຈັບໂຕໄປ
ຈາກບ້ານເຮືອນຂອງທ່ານໃນເມືອງ Homs ໃນພາກກາງ
ຂອງປະເທດໃນແລງວັນອັງຄານວານນີ້ ໂດຍພະແນກຮັກ
ສາຄວາມປອດໄພດ້ານການເມືອງຂອງຊີເຣຍ.
ໃນເຊົ້າມື້ວານນີ້ ລັດຖະບານໄດ້ຮັບຜ່ານຮ່າງກົດໝາຍສະ
ບັບນຶ່ງຍົກເລີກກົດພາວະສຸກເສິນ ຍຸບສານວ່າດ້ວຍຄວາມປອດໄພທີ່ດໍາເນີນຄະດີພວກນັກໂທດການເມືອງແລະຮັບຜ່ານຮ່າງກົດໝາຍທີ່ບັງຄັບໃຫ້ມີໃບອະນຸຍາດສໍາລັບການເດີນຂະ ບວນປະທ້ວງຕ່າງໆນັ້ນ.
ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ລັດຖະບານກຸງວໍຊິງຕັນມີຄວາມ
ເປັນຫ່ວງກັງວົນວ່າ ຊີເຣຍອາດຈະສັບປ່ຽນກົດໝາຍຈໍາກັດຮັດແຄບສະບັບນຶ່ງ ກັບກົດ
ໝາຍຈໍາກັດຮັດແຄບສະບັບໃໝ່. ໂຄສົກທ່ານນີ້ໄດ້ຮຽກຮ້ອງໃຫ້ຊີເຣຍທໍາການປະຕິຮູບ
ໄປສູ່ລະບອບປະຊາທິປະໄຕຮອບດ້ານຂຶ້ນໃນປະເທດນັ້ນ.
ເຖິງແມ່ນໄດ້ມີການນຳໃຊ້ກົດໝາຍໃໝ່ກໍຕາມ ພວກປະທ້ວງຫລາຍພັນຄົນໄດ້ພາກັນໂຮມ
ຊຸມນຸມກັນໃນຫົວເມືອງນ້ອຍແລະໃຫຍ່ຕ່າງໆໃນທົ່ວຊີເຣຍໃນວັນອັງຄານວານນີ້ ເພື່ອປະ
ທ້ວງລັດຖະບານຂອງປະທານາທິບໍດີ Bashar al-Assad ນັ້ນ. ຢ່າງໜ້ອຍມີພວກປະ
ທ້ວງ 2 ຄົນເສຍຊີວິດໃນລະຫວ່າງການປະທະກັນໃນເມືອງ Homs ບ່ອນທີ່ພວກປະ
ທ້ວງໄດ້ພາກັນນັ່ງປະທ້ວງທີ່ຈັດຕຸລັດໃນໃຈກາງເມືອງນັ້ນ.