ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຊີເຣຍຈັບກຸມ ປະຊາຊົນຫລາຍຮ້ອຍຄົນ ໃນເມືອງ Daraa


ຜູ້ປະທ້ວງແມ່ຍິງຊີເຣຍຄົນນຶ່ງ ຖືປ້າຍໃນຂະນະທີ່ນາງເຂົ້າຮ່ວມ
ໃນການປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ al-Assad ລາອອກຈາກຕໍາແຫນ່ງຢູ່ຕໍ່ໜ້າສະຖານທູດຊີເຣຍ ທີ່ກຸງ Amman ໃນວັນທີ 1 ພຶດສະພາ 2011
ຜູ້ປະທ້ວງແມ່ຍິງຊີເຣຍຄົນນຶ່ງ ຖືປ້າຍໃນຂະນະທີ່ນາງເຂົ້າຮ່ວມ ໃນການປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ al-Assad ລາອອກຈາກຕໍາແຫນ່ງຢູ່ຕໍ່ໜ້າສະຖານທູດຊີເຣຍ ທີ່ກຸງ Amman ໃນວັນທີ 1 ພຶດສະພາ 2011

ອົງການ​ຂ່າວ​ແຫ່ງ​ລັດ​ຂອງ​ຊີ​ເຣຍກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ທໍາ​ການ​ຈັບ​ກຸມ​ປະຊາຊົນ​ຈໍາ​ນວນ​ເກືອບ 500 ຄົນ​ແລະ​ສັງຫານຕື່ມ​ອີກ 10 ຄົນ ​ໃນ​ຂະນະ​ທີ່​ພວກ​ເຫັນ​ເຫດການ​ໃນ​ເມືອງ Daraa ກ່າວ​ວ່າ ພວກ​ທະຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລົດ​ຫຸ້ມ​ເກາະ​ໄດ້ເຄື່ອນ​ກໍາລັງໄປຕາມ​ຖະໜົນ​ຫົນທາງ​ສາຍຕ່າງໆ ​ເພື່ອ​ພະຍາຍາມ​ທັບ​ມ້າງ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ປະທານາທິບໍດີ Bashar al-Assad ນັ້ນ.

ພວກ​ຊາວ​ເມືອງ​ Daraa ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍກໍາລັງ​ທໍາ​ການ​ຈັບ​ກຸມ​ພວກ​ຜູ້​ຊາຍ​ອາຍຸ 15 ປີ​ຂຶ້ນ​ໄປ ​ໃນ​ເມືອງ​ໃນ​ພາກ​ໃຕ້​ແຫ່ງ​ນີ້ ຊຶ່ງ​ໄດ້​ເປັນ​ຈຸດ​ໃຈກາງ​ຂອງ​ການ​ລຸກ​ຮື​ຂຶ້ນ​ຂອງປະຊາ ຊົນ​ ຕໍ່ຕ້ານ​ລັດຖະບານ​ ມາ​ເປັນ​ເວລາ 6 ສັບປະດາຜ່າ​ນມາ. ພວກ​ຊາວ​ເມືອງກ່າວ​ຕື່ມ​ວ່າ ພວກ​ທະຫານ​ໄດ້​ປິດ​ລ້ອມ​ພວກ​ຄຸ້ມ​ຕ່າງໆ​ຢ່າງ​ເປັນ​ລະບົບ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ທໍາ​ການ​ຈັບ​ກຸມ​ປະ​ຊາຊົນ​ນັ້ນ. ມີ​ລາຍ​ງານ​ວ່າ ພວກ​ທະນາຍຄວາມ​ທີ່​ມີ​ຊື່​ສຽງ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ໃນ​ເມືອງ Daraa ​ໄດ້​ຕົກ​ເປັນ​ເປັນ​ເປົ້າ​ໝາຍ​ຂອງ​ການ​ຈັບ​ກຸມ​ເຊ່ນ​ກັນ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ທະຫານ​ກອງໜຸນ​ຈຸ​ໃໝ່​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ໄປ​ສົມທົບ​ກັບ​ພວກ​ທະຫານ​ຫລາຍພັນ​ຄົນ​ທີ່ປະ​ຈໍາ​ຢູ່​ໃນ​ທີ່​ນັ້ນ​ກ່ອນ​ແລ້ວ. ນໍ້າມັນ​ເຊື້ອ​ໄຟ ໄຟຟ້າ​ ນໍ້າ ແລະ​ການ​ຕິດ​ຕໍ່​ສື່ສານ​ໄດ້​ຖືກ​ທໍາລາຍ​ເສຍ​ຫາຍ​ໜັກ​ໃນ​ເມືອງ Daraa ມາ​ເປັນ​ເວລາ 6 ມື້​ແລ້ວ ​ແລະ​ກ່າວ​ກັນ​ວ່າ​ ​ເຂົ້າປາ​ອາຫານ​ກໍຫາຍາກ.

ພວກ​ສື່​ມວນ​ຊົນ​ຕ່າງປະ​ເທດ​ເກືອບ​ທັງ​ໝົດ​ໄດ້​ຖືກ​ຫ້າມ​ຈາກ​ຊີ​ເຣຍ ຊຶ່ງ​ເຮັດ​ໃຫ້​ເກືອບ​ວ່າ​ເປັນ​
ໄປ​ບໍ່ໄດ້​ ທີ່​ຈະ​ຢືນຢັນພວກລາຍ​ງານ​ເຫລົ່າ​ນີ້​ໄດ້ຢ່າງ​ເປັນ​ອິດ​ສະລະ.

XS
SM
MD
LG