ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພົນລະເຮືອນ 24 ຄົນ ເສຍຊີວິດ ທີ່ຊີເຣຍ


ຝູງລົດຖັງຂອງລັດຖະບານກໍາລັງແລ່ນຢູ່ໃນເມືອງ Hama ໃນພາກກາງຂອງຊີເຣຍ ໃນວັນທີ 1 ສິງຫາ 2011
ວັນທີ 2 ສິງຫາ 2011
ຝູງລົດຖັງຂອງລັດຖະບານກໍາລັງແລ່ນຢູ່ໃນເມືອງ Hama ໃນພາກກາງຂອງຊີເຣຍ ໃນວັນທີ 1 ສິງຫາ 2011 ວັນທີ 2 ສິງຫາ 2011

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ​ກໍາລັງ​ຂອງ​ຊີ​ເຣຍໄດ້​ສັງຫານພົນລະ​ເຮືອນ
ຢ່າງ​ໜ້ອຍ 24 ຄົນ ​ໃນ​ການ​ໂຈມ​ຕີ​ຕໍ່ຫລາຍ​ຫົວ​ເມືອງ ໃນ​ວັນ​ຈັນ​ວານ​ນີ້ ​ຂະນະ​ທີ່​ສະພາ​
ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດພົບ​ປະກັນ​ເພື່ອ​ສົນທະນາເລື້ອງ​ການ​ປາບ​ປາມ​ຢ່າງໂຫດ
ຮ້າຍທາ​ລຸນ​ເພີ່ມ​ຂຶ້ນ​ນັບ​ມື້ຂອງ​ປະທານາທິບໍດີ Bashar al-Assad ຕໍ່​ພວກ​ຕໍ່ຕ້ານ​ລັດ
ຖະບານ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວກ່າວ​ວ່າ ການ​ໂຈມ​ຕີ​ບາງແຫ່ງ​ໃນ​ວັນ​ຈັນວານ​ນີ້ມີ​ຂຶ້ນ​ໃນ​ຂະນະ​ທີ່​ປະ
ຊາຊົນ​ທໍາ​ການ​ປະ​ທ້ວງ​ ຫລັງ​ຈາກການ​ສວດ​ມົນພາວະນາ​ຕອນ​ແລງ​ ໃນ​ມື້​ທໍາ​ອິດ​ຂອງ​
ເດືອນພັກ​ຖື​ສິນ​ຂອງ​ຊາວມຸສລິ​ມ ຫລື Ramadan ນັ້ນ.

ພວກ​ຊາວ​ເມືອງ Hama ກ່າວ​ວ່າ ຝູງ​ລົດ​ຖັງ​ຂອງ​ລັດຖະບານ​ໄດ້​ທໍາການລະດົມ​ຍິງ​ໃສ່ຕົວ
ເມືອງ​ຢ່າງ​ໜັກ​ອີກໃນ​ແລງ​ວັນ​ຈັນ​ວານ​ນີ້ ​ແລະ​ ​ວ່າພວກ​ທະຫານໄດ້​ຍິງ​ປືນ​ກົນ​ໃສ່​ພວກ​ທີ່
ສວດ​ມົນ​ພາວະນາ​ຢູ່​ບ່ອນ​ປະ​ທ້ວງ​ນັ້ນ. ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ຢ່າງ​ໜ້ອຍ​
ມີ 80 ຄົນ​ເສຍ​ຊີວິດ​ໃນ​ທົ່ວ​ຊີ​ເຣຍ​ໃນ​ການ​ໂຈມ​ຕີເມື່ອ​ວັນ​ອາທິດ​ຜ່ານ​ມາ​ ຮວມທັງ 52 ຄົນ
ໃນ​ເມືອງ​ຮາ​ມາ ​ແລະ​ໝູ່​ບ້ານ​ໃກ້​ຄຽງ​.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍານົດ​ຈະ​ພົບ​ປະກັນອີກ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ
ສືບ​ຕໍ່​ສົນທະນາ​ກັນ​ກ່ຽວ​ກັບ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ທີ່​ ປະນາມ​ການ​ໂຈມ​ຕີ​ຂອງ​ຊີ​ເຣຍ ຕໍ່​
ພວກ​ພົນລະ​ເຮືອນ​ນັ້ນ.

ສະພາ​ຄວາມ​ໝັ້ນຄົງ​ໄດ້​ເປີດ​ກອງ​ປະຊຸມ​ສຸກ​ເສິນ​ແບບ​ປິດ​ລັບ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ
ສົນທະນາ​ກັນ​ເລື້ອງ​ການ​ປາບ​ປາບ​ຢ່າງຮຸນ​ແຮງ​ຂອງ​ທ່ານ Assad ນັ້ນ. ພວກ​ປະ​ເທດ​
ມະຫາ​ອໍານາດ​ໃນ​ຢູ​ໂຣບ​ໄດ້​ນໍາ​ສະ​ເໜີ​ຄືນ​ໃໝ່ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຂອງ​ເຂົາ​ເຈົ້າ​ ທີ່​ໄດ້​ຮັບ
ການ​ໜຸນ​ຫລັງຈາກ​ສະຫະລັດແລະ​ໄດ້​ຖືກ​ໂຈະ​ໄວ້​ກ່ອນ​ນັ້ນ ແຕ່​ບັນດານັກ​ການ​ທູດມີ
ຄວາມ​ເຫັນ​ຂັດ​ແຍ້​ງກັນກ່ຽວ​ກັບ​ກັບ​ວ່າ ສະພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ 15 ປະ​ເທດສະມາຊິກ
ນັ້ນ ​ຄວນ​ຈະ​ຮັບ​ຜ່ານ​ຂໍ້​ສະ​ເໜີສະບັບ​ນີ້ ຫລື​ບໍ ຫລືເຈລະຈາ​ກັນເລື້ອງ​ຂໍ້​ສະ​ເໜີສະບັບ​
ນຶ່ງ​ທີ່​ມີ​ຜົນ​ໃຊ້​ບັງຄັບ​ໜ້ອຍ​ລົງ​ນັ້ນ.

ໃນວັນອັງຄານ​ມື້​ນີ້​ ເຊ່ນ​ກັນ ອີ​ຕາ​ລີ​ໄດ້​ຮຽກ​ໂຕ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນປະຈໍາ​ຊີ​
ເຣຍກັບຄືນ​ປະ​ເທດ ​ຍ້ອນ​ການ​ປາບ​ປາມ​ຢ່າງ​ໜ້າ​ຢ້ານກົວ​ຂອງ​ຊີ​ເຣຍ ຕໍ່​ປະຊາຊົນ​ພົນ
ລະ​ເຮືອນ​ນັ້ນ.

ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ຂະຫຍາຍ​ການ​ລົງ​ໂທດ​ຂອງ​ຕົນ​ຕໍ່​ລັດຖະບານ​ຊີ​ເຣຍ ​ໂດຍ​ວາງ​
ຂໍ້​ຫ້າມ​ເດີນທາງເຂົ້າປະ​ເທດ​ຂອງ​ຕົນແລະ​ກັກ​ຊັບ​ສິນ​ຂອງ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ 5 ຄົນ​ຕື່ມ
ອີກ ຊຶ່ງຮວມທັງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ Ali Habib Mahmud ຕະຫຼອດ​ທັງ​
ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ແລະ​ຫົວໜ້າ​ກົມ​ສືບ​ລັບ​ໃນ​ເມືອງ​ຮາ​ມາ​ນັ້ນ​ນໍາ.

ທ່ານ William Hague ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ກ່າວ​ວ່າ ການ​ລົງ​ໂທດ
ໃໝ່​ນີ້ ​ແມ່ນສົ່ງ​ສານ​ບອກ​ໃຫ້​ຮູ້​ຢ່າງຈະ​ແຈ້ງວ່າ ພວກທີ່ຮັບຜິດຊອບ​ຕໍ່​ການ​ປາບ​ປາມ
ປະຊາຊົນ​ນີ້ ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ກໍາ.

XS
SM
MD
LG