ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ພິຈາລະນາ ຮ່າງຍັດຕິໃໝ່ ກ່ຽວກັບຊີເຣຍ (ເບິ່ງວີດີໂອ)


ພວກປະທ້ວງລະບອບການປົກຄອງຂອງຊີເຣຍ ແບກຫາມທະຫານ ຊິເຣຍທີ່ໂຕນໜີ ພາກັນຮ້ອງໂຮປະນາມ ປະທານາທິບໍດີຊິເຣຍ ທ່ານ Bashar Assad ທີ່ເມືອງ Rastan ໃນແຂວງ Homs, ພາກກາງຂອງຊິເຣຍ, ໃນວັນຈັນເດືອນມັງກອນທີ 30, 2012.
ພວກປະທ້ວງລະບອບການປົກຄອງຂອງຊີເຣຍ ແບກຫາມທະຫານ ຊິເຣຍທີ່ໂຕນໜີ ພາກັນຮ້ອງໂຮປະນາມ ປະທານາທິບໍດີຊິເຣຍ ທ່ານ Bashar Assad ທີ່ເມືອງ Rastan ໃນແຂວງ Homs, ພາກກາງຂອງຊິເຣຍ, ໃນວັນຈັນເດືອນມັງກອນທີ 30, 2012.

ສະມາຊິກ​ສະພາ​ຄວາມ​ໜັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດ ກໍາລັງ​ພິຈາ
ລະ​ນາຮ່າງ​ຍັດຕິ​ສະບັບ​ໃໝ່​ໃນ​ວັນ​ສຸກ​ນີ້​ເພື່ອ​ຢຸດຕິການ​ນອງ​ເລືອດ​ໃນ
ຊີ​ເຣຍ ດ້ວຍ​ບົດເພີ່ມ​ຕື່ມ​ທີ່​ແນ​ໃສ່​ເພື່ອ​ເອົາຊະນະ​ການ​ຄັດຄ້ານຈາກ ຣັດ​ເຊຍ.

ບັນດາ​ນັກ​ການ​ທູດ​ຂອງ​ອົງການ​ສະຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຮ່າງ​ຍັດຕິສະບັບ
ໃໝ່​ ຈະ​ຖືກສົ່ງກັບ​ໄປ​ຫາລັດຖະບານ​ຂອງ​ເຂົາເຈົ້າ​ເພື່ອ​ຊັ່ງຊາ​ຕີລາຄາ ​ແຕ່​ຍັງ
ບໍ່​ເປັນ​ທີ່​ຈະ​ແຈ້້ງ​ເທື່ອວ່າ ການ​ດັດ​ແປງ​ແກ້​ໄຂ​ທີ່​ວ່າ​ນີ້​ຈະໄດ້​ຮັບ​ການ​ອະນຸມັດ
ຈາກສະພາຄວາມ​ໝັ້ນຄົງ​ ທີ່​ມີ​ສະມາຊິກ 15 ປະ​ເທດນັ້ນ​ຫລື​ບໍ່.

ໃນ​ວັນພ​ະຫັດ​ວານ​ນີ້ ​ພວກ​ນັກ​ການ​ທູດ​ສະຫະ​ປະຊາ​ຊາດ ​ບໍ່​ສາມາດ​ບັນລຸ​
ການ​ຕົກລົງ​ກ່ຽວ​ກັບ​ຮ່າງ​ຍັດຕິ​ຂອງ ຢູ​ໂຣບ-ອາຣັບ ​ເພື່ອ​ຍຸຕິ​ການ​ນອງເລືອດ​
ໃນຊີ​ເຣຍ ຫລັງ​ຈາກ​ທີ່ໄດ້ມີການ​ສົນທະນາ​ກັນ​ມາເປັນ​ເວລາສາມ​ຄັ້ງ​ແລ້ວ.

ຮ່າງ​ຍັດຕິ​ສະບັບກ່ອນໄດ້​ກ່າວ​ວ່​າ ສະພາຄວາມ​ໝັ້ນຄົງ “ໃຫ້ການສະໜັບສະ​ໜຸນ
ຢ່າງເຕັມທີ່” ຕໍ່ໍຂໍ້ສະເໜີຂອງສັນນິບາດອາຣັບ ເພື່ອໃຫ້ມີການ​ຫັນປ່ຽນ​ດ້ານການ
ເມືອງໃນຊິເຣຍ ແຕ່ບໍ່ໄດ້ຮວມທັງການຮຽກຮ້ອງຢ່າງ​ຈະ​ແຈ້ງ ​ໃຫ້ປະທານາທິບໍດີ
Bashar Al-Assad ມອບ​ໂອນ​ອຳນາດ ແລະຈັດຕັ້ງລັດຖະບານສາມັກຄີ​ຊາດ
ກ່ອນການເລືອກຕັ້ງ.

ເອກອັກຄະລັດຖະທູດ ຣັດເຊຍປະຈຳ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ໄດ້ກ່າວຢູ່ໃນກອງປະຊຸມປິດລັບຂອງອົງການ​ສະຫະ​ປະຊາຊາດ​ ໃນວັນພະຫັດ
ນີ້ວ່າ ມົສກູ ຈະ​ໃຊ້​ສິດຢັບຢັ້ງຕໍ່ຮ່າງ​ຍັດຕິ ຖ້າ​ຫາກມີ​ການ​ນຳ​ສະ​ເໜີ​ໂດຍທີ່ຍັງມີ
ຂໍ້ຄວາມວ່າ “ໃຫ້ການ​ສະໜັບສະໜຸນຢ່າງ ເຕັມທີ່” ຢູ່ນຳ.

ຣັດເຊຍ ຊຶ່ງ​ເປັນສະມາຊິກສະພາຄວາມໝັ້ນຄົງທີ່​ສາມາດ​ໃຊ້​ສິດ​ຢັບຢັ້ງ ຫຼືວີ​ໂຕ້​
ໄດ້​ນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິເສດຕໍ່ຮ່າງ​ຍັດຕິ​ໃດໆ​ກໍຕາມທີ່​ໃຫ້​ຮ່ອງ
ຮອຍ​ວ່າຈະ​ມີ​ການ​ປ່ຽນລະບອບການ​ປົກຄອງ​ຫຼືບໍ່​ໄດ້​ປະຕິ​ເສດຢ່າງ​ຈະ​ແຈ້ງ​ເຖິງ
ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ແຊກ​ແຊງ​ທາງ​ທະຫານ​ຂອງ​ຕ່າງປະ​ເທດ.

ທ່ານ Chrukin ໄດ້ຢືນຢູ່ສາຍກາງກ່ຽວ​ກັບ​ວ່າຣັດເຊຍ ຈະ​ໃຫ້ການ​ອະນຸມັດ​ຕໍ່​
ການ​ໃຊ້​ຄຳ​ເວົ້າ​ໃໝ່​ເຫຼົ່ານີ້ຫຼືບໍ່ ໃນຂະນະດຽວກັນ ທ່ານນາງSusan Rice ​
ເອກ​ອັກຄະ​ລັດຖະທູດສະຫະຣັດ ປະຈໍາອົງການສະຫະປະຊາຊາດ ບໍ່ໄດ້​ໃຫ້
ຄວາມ​ສຳຄັນ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ດັ່ງກ່າວ ແລະກ່າວວ່າການເຈລະຈາກໍາ
ລັງດໍາເນີນຢູ່ຕໍ່ໄປ.

ເບິ່ງວີດີໂອ ຊີເຣຍຫັນໄປຂໍການຊ່ອຍເຫຼືອທາງທະຫານເພີ່ມຂຶ້ນຈາກອີຣ່ານ

XS
SM
MD
LG