ອີຈິບໄດ້ຮຽກໂຕເອກອັກຄະລັດຖະທູດຂອງຕົນປະຈໍາຊີເຣຍ ກັບຄືນປະເທດ ຊຶ່ງເປັນບັ້ນຫລ້າສຸດໃນການເຄື່ອນໄຫວທີ່ມີມາຢ່າງຕໍ່ເນື່ອງກັນ ທາງດ້ານການທູດຂອງຝ່າຍອາຫຣັບ
ທີ່ແນໃສ່ເພື່ອທໍາຄວາມກົດດັນຕໍ່ ປະທານາທິບໍດີ Bashar al-Assad ເພື່ອໃຫ້ຍຸດຕິ
ການກວາດລ້າງປາບປາມພວກທີ່ຄັດຄ້ານທ່ານ ທີ່ໄດ້ຍັງຜົນໃຫ້ປະຊາຊົນຕາຍໄປຫລາຍ
ພັນຄົນ ແລ້ວນັ້ນ.
ບັນດານັກເຄື່ອນໄຫວຊີເຣຍກ່າວວ່າ ໃນວັນເສົາວານນີ້ ພວກກໍາລັງຮັກສາຄວາມສະຫງົບຂອງລັດຖະບານໄດ້ເປີດສາກຍິງໃສ່ພວກປະທ້ວງໃນນະຄອນຫລວງດາມັສກັສ ທີ່ປະກອບສ່ວນໃນຂະບວນແຫ່ສົ່ງສະການພວກປະຊາຊົນທີ່ເສຍຊີວິດໃນການປະທ້ວງໃນມື້ກ່ອນນັ້ນ.
ປະຊາຊົນຫລາຍພັນຄົນເຂົ້າຮ່ວມໃນພິທີຂະບວນແຫ່ງສົ່ງສະການແລະພວກທີ່ເຫັນເຫດ
ການ ກ່າວວ່າ ຜູ້ໄວ້ອາໄລຄົນນຶ່ງໄດ້ເສຍຊີວິດໃນການຍິງໃສ່ຂະບວນແຫ່ສົ່ງສະການນັ້ນ.
ໃນຂະນະດຽວກັນ ພວກປະທ້ວງຕໍ່ຕ້ານລັດຖະບານໄດ້ເພີ່ມທະວີການປະທ້ວງຂອງພວກ
ເຂົາເຈົ້າ ຕໍ່ຕ້ານອໍານາດປົກຄອງນັ້ນຂຶ້ນອີກ ໂດຍມີຝູງຊົນພາກັນລົງສູ່ຖະໜົນຫົນທາງເປັນ
ຈໍານວນຫລວງຫລາຍໃນກຸງດາມັສກັສ ແລະໃນເມືອງ Aleppo.
ຄວາມວຸ້ນວາຍດັ່ງກ່າວມີຂຶ້ນໃນຂະນະທີ່ທ່ານ Zhai Jun ຮອງລັດຖະມົນຕີຕ່າງປະເທດ
ຈີນ ທີ່ກໍາລັງທໍາການຢ້ຽມຢາມຊີເຣຍຢູ່ໃນປັດຈຸບັນໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍໃນຊີເຣຍ
ຢຸດຄວາມຮຸນແຮງນີ້ ແລະສະແດງໃຫ້ການສະໜັບສະໜຸນຕໍ່ການລົງປະຊາມະຕິວ່າດ້ວຍ
ຮ່າງກົດໝາຍລັດຖະທໍາມະນູນສະບັບໃໝ່ຂອງຊີເຣຍ.
ຫລັງຈາກທໍາການພົບປະກັບປະທານາທິບໍດີ Bashar al-Assad ແລ້ວ ທ່ານ Zhai
ກ່າວວ່າ ທ່ານຫວັງວ່າການລົງປະຊາມະຕິ ຊຶ່ງກໍານົດຈະມີຂຶ້ນໃນວັນທີ 26 ເດືອນນີ້ ຈະ
ດໍາເນີນໄປຢ່າງລາບລື່ນແລະການປະຕິຮູບດ້ານການເມືອງ ທີ່ລັດຖະບານປະກາດໃຫ້ຊາບ
ຈະຊ່ອຍແຜ້ວທາງໄປສູ່ການແກ້ໄຂບັນຫາຢ່າງສັນຕິແຫ່ງຄວາມວຸ້ນວາຍທີ່ດໍາເນີນມາໄດ້ 11
ເດືອນແລ້ວໃນຊີເຣຍນັ້ນ.