ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດຍິງພວກປະທ້ວງ ໃນເມືອງໃຫຍ່ທີ່ສຸດ ອັນດັບ 3 ຂອງຊີເຣຍ


ພວກໄວ້ອາໄລ ຮ່ວມພິທີສົ່ງສະການຂອງພວກປະທ້ວງທີ່ເສຍຊີວິດ
ໄປໃນເມືອງ Homs ຂອງຊີເຣຍ ວັນທີ 18 ເມສາ 2011.
ພວກໄວ້ອາໄລ ຮ່ວມພິທີສົ່ງສະການຂອງພວກປະທ້ວງທີ່ເສຍຊີວິດ ໄປໃນເມືອງ Homs ຂອງຊີເຣຍ ວັນທີ 18 ເມສາ 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ກໍາລັງ
ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ເປີດ​ສາກ​ຍິງ​ໃສ່​ພວກ​
ປະທ້ວງ​ຫລາຍຮ້ອຍ​ຄົນ​ໃນ​ຈັດ​ຕຸ​ລັດ​ໃຫຍ່​ໃນ​ຫົວ​ເມືອງ​ໃຫຍ່​
ທີ່ສຸດ​ອັນ​ດັບ3 ຂອງ​ປະ​ເທດ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຕໍາຫລວດ​ໄດ້​ເປີດ​ສາກ​ຍິງ​
ໃສ່​ພວກ​ປະ​ທ້ວງ​ທີ່ຈັດ​ຕຸ​ລັດ Sa’a Jadida ​ໃນ​ເມືອງ
Homs ໃນ​ພາກ​ກາງຂອງ​ຊີ​ເຣຍ​ໃນ​ຄືນ​ຜ່ານ​ມາ​ນີ້.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຜູ້​ຄົນ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​
ຫລື​ບໍ?​ໃນ​ການ​ຍິງ​ໃສ່​ພວກ​ປະ​ທ້ວງ​ທີ່​ວ່າ​ນີ້.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ໄດ້​ໂຮມ​ຊຸມນຸມ​ໃນ​ຈັດ​ຕຸ​ລັດ
ດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້​ໂດຍ​ຕັ້ງ​ໃຈ​ວ່າ​ຈະ​ພາກັນ​ນັ່ງ​
ປະ​ທ້ວງ​ຈົນ​ເທົ່າຄຳຮຽກຮ້ອງຂອງເຂົາ​ເຈົ້າ​ຈະ​ໄດ້​ການ​
ຕອບ​ສະໜອງ​ ເພື່ອ​ໃຫ້​ປະ​ເທດ​ຍົກເລີຍການໃຊ້​ກົດ​ພາ
ວະ​ສຸກ​ເສິນ​ທີ່ໄດ້​ມີມາ​ເປັນ​ເວລາ​ຫລາຍທົດ​ສະ​ວັດ​ແລ້ວນັ້ນ.

ການ​ປະ​ເຊີນ​ໜ້າ​ກັນ​ໃນ​ເມືອງ Homs ມີ​ຂຶ້ນ​ຫລັງ​ຈາກ​ການ​ແຫ່ສົ່ງສະການ​ທີ່​ມີ​ພວກ​ໄວ້​ທຸກ​ໄປ​ຮ່ວມ​ນໍາ​ຫລາຍ​ກວ່າ 1 ໝື່ນ​ຄົນ ສໍາລັບ​ພວກປະ​ທ້ວງ​ຢ່າງ​ນ້ອຍ 12 ຄົນ​ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.

ກະຊວງ​ພາຍ​ໃນ​ຂອງ​ຊີ​ເຣຍ​ເອີ້ນ​ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ວ່າ ເປັນການ​ລຸກ​ຮື​ຂຶ້ນ
ທີ່​ປະກອບ​ອາວຸດ​ໃນ​ອັນ​ທີ່​ເອີ້ນ​ວ່າ ພວກ​ອົງການ​ຈັດ​ຕັ້ງ Salafi ຫົວ​ຮຸນ​ແຮງ​ນັ້ນ​. ຂະ​ບວນ
ການ Salafi ສະໜັບສະໜຸນແນວທາງ​ເດີມ​ຈັດ​ຂອງ​ສາສະໜາ​ອີສລາມ​ນິກາຍຊຸນ​ນີ ຊຶ່ງ​ມີ​
ຮາກ​ເຫງົ້າ​ມາ​ຈາກ​ຊາອຸ​ດີ​ອາຣາ​ເບຍ ຊຶ່ງ​ສາມາດ​ພົບ​ເຫັນ​ໄດ້​ໃນ​ທົ່ວ​ພາກ​ພື້ນ.

ທາງ​ການ​ຊີ​ເຣຍມັກ​ກ່າວ​ມາ​ເລື້ອຍໆ​ວ່າ ປະ​ເທດ​ຂອງ​ຕົນ​ແມ່ນ​ເປົ້າ​ໝາຍ​ຂອງ​ກຸ່ມ​ທີ່​ມີ​ແຜນ
ຮ້າຍແລະ​ເຂົາ​ເຈົ້າ​ຖິ້ມ​ໂທດການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້​ໃສ່​ພວກ​ແກ໊ງປະກອບ​ອາວຸດ ​ແລະ
ໜ່ວຍ​ແຊກ​ຊຶມ​ທີ່​ໄດ້​ອາວຸດ​ຈາກເລ​ບາ​ນອນ​ແລະ​ອິຣັກນັ້ນ.

XS
SM
MD
LG