ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວຮຽກຮ້ອງ ໃຫ້ນັດຢຸດງານໃນທົ່ວປະເທດຊີເຣຍ


ພວກຊາຍແລະຍິງຊີເຣຍ ພາກັນຮ້ອງຄໍາຂວັນຕໍ່ຕ້ານປະທານາທິບໍດີ
Bashar al-Assad ຫລັງຈາກເດີນທາງໄປຮອດເມືອງ Wadi Khaled ໃນພາກເໜືອຂອງLebanon ວັນທີ 16 ພຶດສະພາ, 2011
ພວກຊາຍແລະຍິງຊີເຣຍ ພາກັນຮ້ອງຄໍາຂວັນຕໍ່ຕ້ານປະທານາທິບໍດີ Bashar al-Assad ຫລັງຈາກເດີນທາງໄປຮອດເມືອງ Wadi Khaled ໃນພາກເໜືອຂອງLebanon ວັນທີ 16 ພຶດສະພາ, 2011



















ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ຮຽກຮ້ອງ​ໃຫ້​ມີ​ກາ​ນນັດ​ຢຸດ​ງານໃນທົ່ວປະ​ເທດ​ໃນ​ວັນ​ພຸດ​ມື້​ນີ້​ເພື່ອ​ປະ​ທ້ວງ​ຕໍ່ການ​ປາບ​ປາມຂອງ​ລັດຖະບານຕໍ່​ກຸ່ມ​ຝ່າຍ​ຄ້ານ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ນັ້ນ.

ໃນ​ການ​ແຈ້ງ​ຂ່າວ​ໃນ​ໜ້າ Facebook ຂອງ​ຕົນ​ໃນ​ວັນ​ອັງຄານ​ວານ​ນີ້ກຸ່ມຝ່າຍ​ຄ້ານຄື ກຸ່ມ​ປະຕິວັດ​ປະຊາຊົນ​ຊີ​ເຣຍ 2011 ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ໂຮງຮຽນ​ແລະ​ທຸລະ​ກິດ​ຕ່າງໆ​ພາກັນ​ອັດ​ກິດຈະການ. ກຸ່ມ​ດັ່ງກ່າວ​ຍັງ​ເວົ້າ​ຕື່ມ​ວ່າ ລັດຖະບານ​ຊີ​ເຣຍ ຈະ​ຖືກ​ລົງ​ໂທດ​ໃນ​ວັນ​ພຸດ​ມື້​ນີ້​ ໂດຍ​ພວກ​ປະ​ທ້ວງ​ຕໍ່​ຕ້ານການ​ປົກຄອງ​ຂອງ​ປະທາ​ນາ​ທິບໍດີ Bashar al-Assad ​ແລະ​ຮຽກ
ຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​.

ລັດຖະບານ​ໂອ​ບາ​ມາ​ແລະ​ສະຫະພາບ​ຢູ​ໂຣບ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້ໃຫ້​ຄໍາ​ໜັ້ນສັນຍາ​ວ່າ​
ຈະ​ເອົາ​ບາດກ້າວ​ຕື່ມ​ອີກ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້ເພື່ອ​ກົດ​ດັນ​ຊີ​ເຣຍ​ໃຫ້​ຢຸດ​ການ​ປາບ​ປາມ​
ຝ່າຍ​ຄ້ານ​. ທ່ານ​ນາງຮິນ​ລາຣີຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ແລະ​ທ່ານ​
ນາງ Catherine Ashton ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ
ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສະຖານະ​ການດັ່ງກ່າວ​ໃນ​ກຸງ​ວໍ​ຊິງ​ຕັນ.

ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ປະທານາທິບໍດີ Assad ​ເວົ້າ​ເລື້ອງ​ການ​ປະຕິ​ຮູບ ​ແຕ່​ການ​ປາບ​ປາມ​ຢ່າງ​ໂຫດຮ້າຍ​ທາ​ລຸນ​ຂອງ​ທ່ານ​ແມ່ນ​ສະ​ແດງ​ໃຫ້​ເຫັນເຖິງ​ເຈດ​ຕະນາ​ອັນ​ແທ້​ຈິງ​ຂອງ​ທ່ານ. ທ່ານ​ນາງ Ashton ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຫລາຍ​ກ່ຽວ​ກັບ​ການ​ເຄື່ອນໄຫວ​ທີ່​ພວມ​ເພີ່ມ​ທະວີ​ຂຶ້ນ​ນັບ​ມື້​ຂອງ​ລັດຖະບານຕໍ່​ພວກ​ປະ​ທ້ວງ​ໃນ​ຊີ​ເຣຍນັ້ນ.

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ​ໄດ້​ປະກາດ​ທໍາ​ການ​ລົງ​ໂທດ​ຕໍ່​ພວກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ຊີ​ເຣຍຢູ່​ແລ້ວ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ປາບ​ປາມຂອງ​ລັດຖະບານ ຊຶ່ງ​ທ່ານ​ນາງຄລິນ​ຕັນ​ໄດ້ກະ​ປະມານ​ວ່າ ປະຊາຊົນຈໍານວນ​ເກືອບ 1 ພັນຄົນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.

XS
SM
MD
LG