ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຣັດເຊຍກ່າວວ່າ ທະຫານຕ່າງປະເທດ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນຊີເຣຍ (ເບິ່ງວີດີໂອ)


ສະຖານະການໃນຊີເຣຍ.
ວັນທີ 18 ມັງກອນ 2012.
ສະຖານະການໃນຊີເຣຍ. ວັນທີ 18 ມັງກອນ 2012.

ຣັດ​ເຊຍ ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍກ່າວ​ວ່າ ຕົນ​ຈະ​ບໍ່​ປະ​ໃຫ້​ມີ​ການສົ່ງ​ທະຫານ​ຕ່າງປະ​
ເທດ​ ເຂົ້າ​ໄປ​ໃນ​ຊີ​ເຣຍ ​ໃນ​ຂະນະ​ທີ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ພວມ​ອະພິ
ປາຍ​ກັນ​ກ່ຽວ​ກັບ​ວ່າຈະ​ເຮັດ​ວິທີ ໃດ​ເພື່ອ​ຍຸດຕິ​ການ​ນອງ​ເລືອດ​ ​ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ
ປະທານາທິບໍດີ Bashar al-Assad ທີ່​ດໍາ​ເນີນ​ມາ​ໄດ້ 10 ​ເດືອນ​ແລ້ວ​ນັ້ນ.

ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຖ້າ​ຜູ້​
ໃດ​ຜູ້​ນຶ່ງ​ຢາກ​ໃຊ້​ກໍາລັງ ການ​ເຄື່ອນ​ໄຫວ​ເຊ່ນ​ວ່າ​ນັ້ນຈະ​ບໍ່​ສໍາ​ເລັດໂດຍ​ການທີ່ຈະ​ໄດ້​ຮັບ
ອະນຸຍາດ​ໃດໆ​ຈາກ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​.

ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Lavrov ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ພວກ​ນັກ​ການທູດ​ຂັ້ນ​ອາ
ວຸ​ໂສໃນ​ສະພາ​ຄວາມ​ໝັ້ນຄົງ​ພົບ​ປະກັນ​ເພື່ອ​ທໍາ​ການ​ໂອ້​ລົມສົນທະນາ​ກັນ​ເລື້ອງ​ຮ່າງ​
ຍັດຕິ​ສະບັບແກ້​ໄຂໃໝ່ຂອງຣັດ​ເຊຍ ທີ່​ໃຫ້​ທໍາ​ການຖິ້ມ​ໂທດ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​
ເທົ່າໆ​ກັນ​ຕໍ່​ລັດຖະບານ​ແລະ​ຝ່າຍ​ຄ້ານ​ນັ້ນ. ຝຣັ່ງ ອັງກິດ ​ແລະ​ສະຫະລັດ​ກໍາລັງ​ຊຸກຍູ້​
ໃຫ້​ມີ​ການ​ປະນາມ​ຢ່າງແຂງ​ແຮງ​ຕໍ່​ຊີ​ເຣຍ ​ແຕ່ຣັດ​ເຊຍ​ແລະ​ຈີນ​ ໄດ້​ກີດ​ກັນ​ຕໍ່​ການ​ເອົາ​
ມາດ​ຕະການ​ດັ່ງກ່າວ.

ໃນ​ວັນ​ອັງຄານ​ວານ​ນີ້ ຊີ​ເຣຍບໍ່​ຍອມຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ປະ​ເທດ​ກາ​ຕ້າ ທີ່​ໃຫ້​ສົ່ງ​ພວກ
ທະຫານ​ຂອງ​ສັນນິບາດ​ຊາດ​ອາຫຣັບ​ເຂົ້າ​ໄປໃນຊີ​ເຣຍ​ເພື່ອ​ຍຸດຕິ​ຄວາມ​ວຸ້ນວາຍນັ້ນໂດຍ
ກ່າວ​ວ່າ ການ​ກະທໍາ​ເຊ່ນ​ນີ້​ຍິ່ງຈະ​ເຮັດ​ໃຫ້​ສະຖານະ​ການ​ຊຸດ​ໂຊມ​ລົງ​ຕື່ມ ​ແລະ​ເປີດ​ປະຕູ
ໃຫ້ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ມີ​ຂຶ້ນ. ກະສັດ Sheikh Hamad bin Khalifa
al-Thani ​ແຫ່ງ​ກາ​ຕ້າ​ໄດ້​ສະ​ເໜີ​ໃຫ້​ສົ່ງ​ທະຫານ​ຂອງ​ສັນນິ ບາດຊາດ​ອາຫຣັບ​ເຂົ້າ​ໄປ​
ໃນ​ຊີ​ເຣຍ​ໃນສັບປະດາ​ຜ່ານ​ມາ​ໂດຍ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ຈໍາ​ເປັນ​ເພື່ອ​ຢຸດ​ການ​ເຂັ່ນຂ້າ
ປະຊາຊົນ​ໃນ​ປະ​ເທດ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ ​ໄດ້​ກ່າວ​ປະນາມການ​ປາບ​ປາມ​ພວກ
ປະ​ທ້ວງ​ທີ່​ຍັງ​ດໍາ​ເນີນ​ສືບ​ຕໍ່​ມາຂອງ​ລັດຖະບານຊີ​ເຣຍນັ້ນ ​ໂດຍ​ເອີ້ນ​ຄວາມ​ຮຸນ​ແຮງ​ດັ່ງ
ກ່າວ​ວ່າ ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່ໄດ້ ​ແລະ​ໃຫ້​ຄໍາ​ປະຕິຍານ​ວ່າ ຈະ​ເພີ່ມ​ຄວາມ​ພະຍາຍາມ
ຂອງ​ນາໆ​ຊາດ​ຂຶ້ນ​ເປັນ​ສອງ​ເທົ່າ​ເພື່ອ​ຂັບ​ດັນ​ໃຫ້​ທ່ານ​ອັສສັດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ຄະນະ​ກໍາມາ​ທິການ​ປະສານ​ງານ​ທ້ອງ​ຖິ່ນ ຊຶ່ງ​ເປັນ​ກຸ່ມ​ນັກ​ເຄື່ອນ​ໄຫວທີ​ມີ​ຫ້ອງການ​
ປະຕິບັດ​ງານ​ໃນຊີ​ເຣຍ ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ອັສສັດ ​ໃນ​
ວັນ​ອັງຄານ​ວານ​ນີ້ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 30 ຄົນ ຊຶ່ງ​ 19 ຄົນ​ໃນ​ນັ້ນ
ແມ່ນ​ເກີດ​ຂຶ້ນ​ໃນ​ແຂວງ Homs ທີ່​ວຸ້ນວາຍໃນ​ພາກ​ກາງຂອງ​ຊີ​ເຣຍນັ້ນ.

XS
SM
MD
LG