ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທະກັນ ຢ່າງໜັກ ໃນນະຄອນຫຼວງ ຊີເຣຍ


ຄວາມຮຸນແຮງໃນ ນະຄອນ Damascus
ຄວາມຮຸນແຮງໃນ ນະຄອນ Damascus

ພວກນັກເຄື່ອນໄຫວຊາວຊິເຣຍ ກ່າວວ່າ ການປະ​ທະ​ກັນລະຫວ່າງພວກກະບົດແລະກອງ
ກໍາລັງລັດຖະບານ ໃນນະຄອນຫຼວງ Damascus ໄດ້ດໍາເນີນ​ໄປ​ເປັນມື້ທີ່ 3 ລຽນຕິດ ຊຶ່ງນີ້ເປັນການປະທະກັນທີ່ຮຸນແຮງສຸດ ໃນນະຄອນດັ່ງກ່າວ ນັບ​ຕັ້ງ​ແຕ່ໄດ້ມີການລຸກ​ຮື​ຂຶ້ນຕໍ່ຕ້ານ​ປະທານາທີບໍດີ Bashar al-Assas ນັ້ນ.

ການສູ້​ລົບ​ກັນໃນວັນອັງຄານມື້ນີ້ ຊຶ່ງພວກນັກເຄື່ອນໄຫວໄດ້ກ່າວວ່າ ມັນເປັນການສູ້ລົບ
ທີ່ຮວມທັງການ​ໃຊ້ເຮືອບິນເຮລິຄອບເຕີຕິດ​ປືນກົນ ມີຂຶ້ນໃນຂະນະທີ່ສະພາ ຄວາມ​ໝັ້ນຄົງ
ສະຫະປະຊາຊາດ ​ໄດ້​ອະພິປາຍກັນ 2 ຍັດຕິ ທີ່​ແຂ່ງຂັນ​ກັນເພື່ອແກ້ໄຂບັນຫາໃນຊິເຣຍ.

ອັງກິດ ຝຣັ່ງ ເຢຍລະມັນ ແລະສະຫະລັດ ຊຸກຍູ້​ໃຫ້​ຕໍ່​ອາຍຸ​ອີກ 45 ມື້​ໃຫ້​ແກ່​ຄະນະ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ ພ້ອມໆ​ກັບ​ການ​ຂົ່ມຂູ່​ວ່າ​ຈະ​ລົງ ​ໂທດ​ຕໍ່​ລັດຖະບານທ່ານ Assad. ສ່ວນຂໍ້ສະ​ເໜີ​ຂອງຣັດ​ເຊຍ​ແມ່​ຮຽກຮ້ອງ​ໃຫ້ມີ​ການຕໍ່​ອາຍຸ​ດົນ​ໄປ​ກວ່າ​ນັ້ນ ​ແຕ່ບໍ່​ໃຫ້​ລົງ​ໂທດ​ຕໍ່​ຊິ​ເຣຍ.

​ເລຂາ​ທິການ​ໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກໍາລັງ​ຢ້ຽມຢາມປະ​ເທດຈີນ ​ໃນ​ຂະນະ​ທີ່ທູດ​ພິ​ເສດ​ທ່ານ Kofi Annan ​ໄດ້​ໂອ້​ລົມ​ສົນ ທະນາ​ກັບປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ທີ່ກຸງ Moscow.

ທັງ ຈີນ​ແລະຣັດ​ເຊຍ ​ໄດ້ໃຊ້​ສິດຍັບຍັ້ງຕໍ່​ມະຕິ​ຄັ້ງກ່ອນໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ ທີ່ໜຸນຫຼັ​ງຈາກປະ​ເທດ​ຕາ​ເວັນ​ຕົກທີ່ຮຽກຮ້ອງ ​ໃຫ້​ມີ​ການເອົາ​ບາດກ້າວ​ຢ່າງ​ໜັກ​ແໜ້ນ​ຕໍ່ຊິ​ເຣຍນັ້ນ.

XS
SM
MD
LG