ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາວະສຸກເສີນໃນຊີເຣຍ ຈະສິ້ນສຸດລົງ ພາຍ 1 ສັບປະດາ


ປະທານາທິບໍດີ Bashar Al-Assad ແຫ່ງຊີເຣຍ.
ປະທານາທິບໍດີ Bashar Al-Assad ແຫ່ງຊີເຣຍ.

ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ກ່າວ​ວ່າ
ກົດ​ພາວະ​ສຸກ​ເສິນ​ທີ່​ປະ​ເທດ​ປະກາດ​ໃຊ້​ມາ​ເປັນ​ເວລາ​ຫລາຍ​
ທົດ​ສະ​ວັດຜ່ານ​ມາ​ນັ້ນຈະ​ຖືກ​ຍົກ​ເລີກ​ພາຍ​ໃນ 1 ສັບປະດາ
ຕໍ່​ໜ້ານີ້.

ທ່ານ al-Assad ​ໄດ້​ປະກາດ​ເລື້ອງນີ້​ໃຫ້​ຊາບ​ໃນ​ວັນ​ເສົາ
ວານ​ນີ້ ​ໃນລະຫວ່າງ​ການ​ກ່າວ​ປາ​ໄສ​ຕໍ່​ຄະນະ​ລັດຖະບານ​ທີ່
ຖ່າຍ​ທອດ​ທາງ​ໂທລະພາບໄປ​ຍັງທົ່ວ​ປະ​ເທດນັ້ນ. ພວກ​ປະ​
ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ທວງ​ໃຫ້​ລັດຖະບານ​ຍົກ​ເລີກ​ການ
ໃຊ້​ກົດ​ພາວະ​ສຸກ​ເສິນ​ນີ້​ມາ ຊຶ່ງ​ອະນຸມັດ​ໃຫ້​ພວກ​ກໍາລັງ​ຮັກ
ສາ​ຄວາມ​ປອດ​ໄພ​ທໍາ​ການ​ຈັບ​ກຸມ​ແລະ​ຄຸມ​ຂັງ​ຜູ້​ຄົນ​ໄດ້ຢ່າງ
ແຜ່​ຫລາຍ​ນັ້ນ.

ທ່ານ Assad ກ່າວ​ວ່າ ສະຖຽນ​ລະ​ພາບ​ຂອງ​ຊີ​ເຣຍ​ແມ່ນ​ເລື້ອງ​ບູລິ​ມະ​ສິດ​ອັນ​ນຶ່ງ ​ແລະ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຕ້ອງການ​ການເຝິກ​ແອ​ບ​ເພີ່ມ​ອີກ​ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບພວກ​ປະ​ທ້ວງ​ນັ້ນ.

ປະທານາທິບໍດີ Assad ກ່າວ​ຕື່ມ​ວ່າ ການ​ຫວ່າງ​ງານໂດຍ​ສະ​ເພາະການ​ຫວ່າງ​ງານ​ໃນ​ບັນດາ​ຊາວ​ໜຸ່ມ ຍັງ​ຄົງ​ເປັນ​ບັນຫາ​ໃຫຍ່​ທີ່​ສຸດ​ຂອງຊີ​ເຣຍ. ພວກ​ຊາວ​ໜຸ່ມທີ່​ບໍ່​ສາມາດ​ຊອກ
ຫາ​ວຽກຫາ​ການ​ເຮັດ​ໄດ້​ນັ້ນ ກໍາລັງ​ກາຍ​ມາ​ເປັນ​ເລື້ອງ​ທີ່​ໝົດ​ກໍາລັງໃຈ. ທ່ານ Assad ກ່າວ
ວ່າ ​ລັດຖະບານ​ໄດ້​ຫັນ​ເຫ​ຈາກ​ຄວາມ​ມຸ້ງມາດ​ປາດ​ຖະນາ​ຂອງ​ລັດ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້
ຄະນະ​ລັດຖະບານ​ໃຫມ່​ຂອງ​ຊີ​ເຣຍພິຈາລະນາ​ເອົາມາດ​ຕະການ​ຈໍານວນນຶ່ງ​ທີ່​ຈະ​ສາມາດສ້າງ​
ໜ້າ​ວຽກ​ຫລາຍ​ຂຶ້ນ​ໄດ້​ນັ້ນ.

ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ພວກ​ໄວ້​ອາ​ໄລອາວ​ອນຫລາຍ​ພັນ​ຄົນ​ພາກັນ​ໄປ​ຮ່ວມ​ໃນ​ພິທີ​ສົ່ງ
ສະການ​ຊາຍ​ຄົນ​ນຶ່ງ​ທີ່​ພວກ​ປະ​ທ້ວງ​ກ່າວ​ວ່າ ​ໄດ້​ຖືກ​ຍິງ​ຕາຍ​ໂດຍ​ກໍາລັງ​ນິຍົມ​ລັດຖະບານ​ໃນ​
ລະຫວ່າງ​ການ​ເດີນ​ຂະບວນປະ​ທ້ວງ​ໃນ​ວັນ​ອາທິດ​ຜ່ານ​ມາ​ນັ້ນ. ປະຊາຊົນ​ບາງ​ຄົນ​ທີ່​ໄປ​ຮ່ວມ
ພິທີ​ສົ່ງສະການ​ດັ່ງກ່າວ​ໃນ​ເມືອງ Banias ​ໃນ​ແຄມ​ຝັ່ງ​ທະ​ເລ​ໃນພາກ​ຕາ​ເວັນ​ອອກ​ຂອງ​ປະ​
ເທດ ​ພາກັນຮ້ອງ​ໂຮ​ຄໍາ​ຂວັນ​ຕ່າງໆ​ເພື່ອ​ເສ​ລີພາບ.

XS
SM
MD
LG