ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດຊີເຣຍ ປະຈຳອີຣັກ ໂຕນ​ໄປຮ່ວມ ​ຝ່າ​ຍຕໍ່ຕ້ານ ລັດຖະບານ


ທ່ານ Nawaf Fares
ທ່ານ Nawaf Fares

​ເອກອັກຄະ​ລັດຖະທູດຊິ​ເຣຍປະ​ຈໍາ​ອິຣັກ ​ໄດ້ໂຕນ​ໜີ​ແລະ​ເຂົ້າຮ່ວມກັບ​ຝ່າ​ຍຄ້ານ ຕໍ່ຕ້ານການ​ປົກ​ຄອງຂອງປະທານາທິບໍດີ Bashar al-Assad.

​ໃນ​ຖະ​ແຫຼງຂ່າວທີ່ອອກ​ອາກາດ​ເປັນ​ພາສາ​ອາຣັບ ​ໂດຍ​ຕາໜ່າງໂທລະ​ພາບ​ Al-Jazeera ນັ້ນ ທ່ານ Nawaf Fares ​ໄດ້​ຮຽກຮ້ອງ​ໃຫ້ພວກ​ທະຫານ ​ຮ່ວມ​ກັບ ​ທ່ານ​ໂຕນ​ໜີ ໂດຍໄດ້​ກ່າວ​ວ່າ ມັນ​ບໍ່ແມ່ນ​ກຽດ​ມີ​ສັກ​ສີ ​ໃນ​ການ​ເຂັນ​ຂ້າປະຊາຊົນ ພວກ​ຕົນ​ເອງ.

ທ່ານ​ຍັງໄ​ດ້​ກ່າວ​ວ່າ ລັດຖະບານ​ໄດ້​ໃຊ້​ພັກ Ba’ath ​ເປັນ​ເຄື່ອງມື ເພື່ອ​ຂົ່ມ​ເຫັງ​ ຊາວຊິ​ເຣຍ ພ້ອມ​ທັງຄວາມ​ຮຽກຮ້ອງ​ຕ້ອງການ​ຢາກ​ມີ​ສິດ​ເສລີພາບ​ແລະ​ມີ​ກຽດ ​ສັກ​ສີຂອງ​ມະນຸດ.

ກະຊວງ​ການ​ຕ່າງປະ​ເທດ​ຂອງຊິ​ເຣຍ​ ໄດ້​ກ່າວ​ ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ອອກ ​ໃນວັນ​ພະຫັດ​ມື້​ນີ້​ວ່າ​ ທ່ານ Fares ​ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ແລະ​ບໍ່​ມີ​ຄວາມ​ສຳ ພັນ​ໃດໆ​ກັບ​ກະຊວງ​ຕ່າງປະ​ເທດ ຫຼືສະຖານ​ທູດ​ຊິເຣຍທີ່​ນະຄອນ​ແບັກ​ແດດ.

ທ່ານ Fares ນັ້ນ​ແມ່ນ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສຸດຂອງຊິ​ເຣຍ ທີ່​ໄດ້​ໂຕນ​ໜີ​ຈາກລັດຖະ ບານ​ຂອງ​ທ່ານ Assad ນັບ​ແຕ່​ໄດ້​ມີ​ການລຸກ​ຮືຢ່າງ​ນອງ​ເລືອດ​ເມື່ອ 16 ​ເດືອນ​ຜ່ານ​ມາ​ແລ້ວ​ນັ້ນ.

ທີ່​ກຸງວໍຊິງ​ຕັນ ​ໂຄສົກ​ຂອງ​ທໍານຽບຂາວ ທ່ານ Jay Carney ​ໄດ້​ເອີ້ນ​ການ​ໂຕນ ໜີດັ່ງ​ກ່າວນີ້​ວ່າ ​ເປັນ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໃຫ້​ຄວາມ​ສະໜັບສະ ໜຸນ​ຕໍ່ລັດຖະບານຂອງທ່ານ Assad ພວມ​ພັງ​ທະລາ​ຍລົງທັງ​ພາຍ​ໃນລັດຖະບານ ຂອງ​ທ່ານ​ແລະຈາກນາໆ​ຊາດ​ນໍາດ້ວຍ.

XS
SM
MD
LG